ລາວ-ຫວຽດ​ນາມ ສືບ​ຕໍ່​ຮັດ​ແໜ້ນ​ການ​ຮ່ວມ​ມື​ວຽກ​ງານກວດ​ກາ

04/01/2023

ລາວ-ຫວຽດ​ນາມ ສືບ​ຕໍ່​ຮັດ​ແໜ້ນ​ການ​ຮ່ວມ​ມື​ວຽກ​ງານກວດ​ກາ

ໃນວັນທີ 9 ພະຈິກ 2022 ​ໄດ້​ມີ​ພິທີ​ພົບ​ປະ​ແລກປ່ຽນບົດຮຽນ ລະຫວ່າງ​ ຄະນະ​ກວດກາ​ສູນ​ກາ​ງພັກ ປະຊາຊົນ ປະຕິວັດລາວ ​ກັບ ຄະນະ​ກຳມະການກວດກາ​ສູນ​ກາງພັກກອມມູນິດຫວຽດນາມ ທີ່ໂຮງແຮມເມືອງແທ່ງ ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະ​ນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ, ຝ່າຍຫວຽດນາມນໍາໂດຍ ສະຫາຍ ເຈິ່ນ ເກີ້ມ ຕູ້ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຄະນະ

ໂອກາດນີ້ ສະຫາຍ ຄໍາພັນ ພົມມະທັດ ໄດ້ກ່າວຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ຄະນະ​ກຳມະການກວດກາ​ສູນ​ກາງພັກກອມມູນິດຫວຽດນາມ ພ້ອມທັງຕີລາຄາສູງການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນເປັນຢ່າງຍິ່ງເປັນ​ການ​ປະກອບສ່ວນ​ທີ່​ສຳຄັນ​ໃນ​ການ​ສືບ​ຕໍ່​ຜັນ​ຂະຫຍາຍ​ມູນ​ເຊື້ອ​ສາຍພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່ ຄວາມສາມັກຄີ​ແບບ​ພິ​ເສດ​ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະຫວ່າງ​ສອງ​ພັກ, ສອງ​ລັດ, ປະຊາຊົນ 2 ຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ​ໂດ​ຍສະ​ເພາະ ​ແມ່ນ​ການ​ປະ​ຕິ​ບັດ​ບົດ​ບັນທຶກພົວພັນ​ຮ່ວມ​ມື​ລະ​ຫວ່າງ 2 ອົງການ​ກວດກາ ຂອງ 2 ພັກ​ໃຫ້​ນັບ​ມື້​ກ້າວ​ສູ່​ລວງ​ເລິກ ໃນໄລຍະທີ່ຜ່ານມາ ໂດຍອີງໃສ່ສະພາບ​ເງື່ອນ​​ໄຂທີ່​ມີ​ການ​ແຜ່​ລະບາດ​ຂອງພະຍາດ​ໂຄ​ວິດ-19 ການພົບປະກັນແມ່ນໃນຮູບແບບລະບົບສື່ສານທາງໄກ, ເຖິງວ່າຈະພົບກັບຄວາມຫຍຸ້ງຍາກ ແຕ່ພວກເຮົາກໍສາມາດພົບປະກັນໄດ້ຢ່າງເປັນທາງການ ແລະ ສຳລັບປີ 2022 ນີ້ ເປັນປີທີ່ ພັກ-ລັດ, ກະຊວງ-ອົງການ ແລະ ທ້ອງຖິ່ນກໍາລັງປະຕິບັດຕາມແຜນການຂອງຕົນ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ 2022, ເປັນຕົ້ນວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ. ການພົບປະແລກປ່ຽນບົດຮຽນຄັ້ງນີ້, ຝ່າຍລາວໄດ້ແຈ້ງສະພາບການຈັດຕັ້ງປະຕິບັດວຽກງານຕິດຕາມ-ກວດກາພັກ; ວຽກງານກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ຂໍ້ສະດວກ, ຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານກວດກາ ແລະ ວຽກງານຈຸດສຸມໃນຕໍ່ໜ້າ ຊຶ່ງໃນປັດຈຸບັນ ທົ່ວພັກປະຊາຊົນປະຕິວັດລາວ ແມ່ນພວມສືບຕໍ່, ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໂດຍສະເພາະການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ, ຄະນະກວດກາສູນກາງພັກ.

ຫຼັງຈາກນັ້ນກໍໄດ້ສະເໜີບາງບັນຫາເພື່ອແລກປ່ຽນຊຶ່ງກັນ ແລະ ກັນເປັນຕົ້ນແມ່ນ: ບົດຮຽນໃນການຊີ້ນຳ-ນຳພາຂອງຄະນະພັກໃນການຕິດຕາມ, ກວດກາພັກຢູ່ກະຊວງ-ອົງການ ແລະ ທ້ອງຖິ່ນ; ບົດຮຽນໃນການລົງວິໄນຕໍ່ການຈັດຕັັ້ງພັກ ແລະ ສະມາຊິກພັກຂອງຄະນະກວດກາສູນກາງພັກຄອມມູນິດຫວຽດນາມ; ການກວດກາຕໍ່ບຸກຄະລະກອນທີ່ເປັນເປົ້າໝາຍສະໝັກເຂົ້າໂຄງປະກອບຄະນະບໍລິຫານງານພັກແຕ່ລະຂັ້ນ ໄດ້ດຳເນີນແນວໃດ ?; ງົບປະມານ ແລະ ນະໂຍບາຍຕໍ່ອົງການກວດກາ ແລະ ພະນັກງານກວດກາ ແມ່ນຈາກແຫຼ່ງລາຍຮັບໃດ ແລະ ມີການປະຕິບັດແນວໃດ ?; ການເຄື່ອນໄຫວຕິດຕາມ ກວດກາແບບປົກກະຕິ ຕໍ່ການຈັດຕັ້ງ ແລະ ສະມາຊິກພັກ ລົງເລິກບົດບາດຂອງຄະນະພັກຂັ້ນເທິງ ກວດກາຄະນະພັກຂັ້ນລຸ່ມ ແລະ ບົດບາດຂອງຄະນະກວດກາພັກແຕ່ລະຂັ້ນ, ບົດຮຽນຂອງພັກກອມມູນິດຫວຽດນາມ; ການຕິດຕາມກວດກາ ແລະ ປະເມີນຄວາມຮັບຜິດຊອບການເມືອງ ຂອງພະນັກງານຂັ້ນສູນກາງຄຸ້ມຄອງ ຢູ່ອົງການຈັດຕັ້ງພັກ-ລັດຂັ້ນຕ່າງໆ ປະຕິບັດຄືແນວໃດ?; ຜ່ານການກວດກາພົບເຫັນການລະເມີດກົດລະບຽບພັກ, ກົດໝາຍຂອງລັດ ຂອງບຸກຄົນອະດີດການນຳໃນຂັ້ນຕ່າງໆ ທີ່ໄດ້ຮັບບຳນານແລ້ວ ໄດ້ມີມາດຕະການທາງວິໄນ ຫຼື ລົງໂທດຕໍ່ບຸກຄົນດັ່ງກ່າວໃນຮູບການຄືແນວໃດ?; ໄດ້ມີນິຕິກຳເປັນບ່ອນອີງເພື່ອຈັດຕັ້ງປະຕິບັດແນວໃດ?; ຂັ້ນຕອນການແກ້ໄຂທາງວິໄນຕໍ່ພະນັກງານສະມາຊິກພັກ ທີ່ມີຕຳແໜ່ງຂັ້ນພະນັກງານຄຸ້ມຄອງຢູ່ແຕ່ລະບ່ອນທີ່ກວດກາເຫັນການລະເມີດກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ຫຼື ມີການສໍ້ລາດບັງຫຼວງ ໄດ້ປະຕິບັດຄືແນວໃດ?;

ການຈັດຕັ້ງ ແລະ ບຸກຄົນເຂົ້າຮ່ວມວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເປັນຕົ້ນ: ຜູ້ເຂົ້າຮ່ວມແກ້ໄຂ, ຜູ້ຄົ້ນພົບ, ຜູ້ລາຍງານ ແລະ ອື່ນໆ ໄດ້ຮັບການຄຸ້ມຄອງປົກປ້ອງ ແລະ ນະໂຍບາຍຄືແນວໃດ? ມີນິຕິກຳອັນໃດເປັນບ່ອນອີງ, ເວລາຈັດຕັ້ງປະຕິບັດຕົວຈິງ ມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຄືແນວໃດ?; ການປະຕິບັດຄຳຕັດສິນຂອງສານທີ່ແມ່ນຄະດີການສໍ້ລາດບັງຫຼວງ ອົງການກວດກາພັກ-ລັດ ສສ ຫວຽດນາມ ໄດ້ມີຂອບເຂດການປະສານງານກັບພາກສ່ວນກ່ຽວຂ້ອງຄືແນວໃດ? ຕໍ່ການເກັບກູ້ຜົນເສຍຫາຍທາງແພ່ງ ເປັນຄວາມຮັບຜິດຊອບຂອງພາກສ່ວນໃດ? ກໍລະນີຈຳເລີຍບໍ່ມີຊັບສິນໃຊ້ແທນຄືນທັງໝົດ ຫຼື ໃຊ້ແທນສ່ວນໃດສ່ວນໜຶ່ງ ໄດ້ມີມາດຕະການປະຕິບັດແນວໃດ?. ໃນຕອນທ້າຍຂອງພິທີທັງສອງຝ່າຍໄດ້ເຊັນບົດບັນທຶກການຮ່ວມມື ລະຫວ່າງຄະນະກວດກາສູນກາງພັກ ປະຊາຊົນປະຕິວັດລາວ ກັບ ຄະນະກຳມະການກວດກາສູນກາງພັກກອມມູນິດຫວຽດນາມ.
 
ຂ່າວ: ຄະ​ນະ​ກວດ​ກາ​ສູນ​ກາງ​ພັກ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)