ທ່ານ ປອ ຄຳພັນ ພົມມະທັດ ໄດ້ເຄື່ອນໄຫວຢ້ຽມຢາມ ໂຮງໄຟຟ້າພະລັງງານຄວາມຮ້ອນ ຫົງສາ ເລັກໄນ

ທ່ານ ປອ ຄຳພັນ ພົມມະທັດ ໄດ້ເຄື່ອນໄຫວຢ້ຽມຢາມ ໂຮງໄຟຟ້າພະລັງງານຄວາມຮ້ອນ ຫົງສາ ເລັກໄນ

ໃນໂອກາດທີ່ໄດ້ເຄື່ອນໄຫວຢ້ຽມຢາມແຂວງໄຊຍະບູລີ ວັນທີ 27 ກໍລະກົດ 2022 ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໃຫ້ກຽດໂອ້ລົມຕໍ່ຄະນະພັກ-ຄະນະນຳ ແລະ ຄະນະກວດກາເມືອງ 4 ເມືອງເໜຶອແຂວງໄຊຍະບູລີຄື: ເມືອງ ຫົງສາ, ເມືອງ ເງິນ, ເມືອງ ຊຽງຮ່ອນ ແລະ ເມືອງຄອບ

ກ່ອນທີ່ຈະມີການໂອ້ລົມ ທ່ານ ປອ ຄຳພັນ ພົມມະທັດ ໄດ້ຮັບຟັງການລາຍງານສະພາບ ລວມໂດຍຫຍໍ້ຂອງການເຄື່ອນໄຫວວຽກງານຢູ່ເມືອງຫົງສາຈາກທ່ານ ຄຳຫຼ້າ ຜິວວັນນາ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ເມືອງ ຫົງສາ ເຊິ່ງທ່ານໃຫ້ຮູ້ວ່າ ເມືອງຫົງສາ ພວມຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ພ້ອມກັນນີ້ ກໍຢູ່ໃນຊ່ວງເວລາທີ່ຊາວເມືອງຫົງສາ ພວມສ້າງຂະບວນການຮອບດ້ານ ໃນການຫ້າງຫາກະກຽມໃຫ້ແກ່ ການດໍາເນີນກອງປະຊຸມກາງສະໄໝ ຂອງອົງຄະນະພັກເມືອງຫົງສາ ຢ່າງເປັນຂະບວນຟົດຟື້ນ; ດ້ານເສດຖະກິດສຸມໃສ່ ຈັດຕັ້ງປະຕິບັດມາດຕະການຈຸດສຸມ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸງຍາກທາງດ້ານເສດຖະກິດ-ການເງິນຕາມຄວາມຮັບຜິດຊອບ ຕາມການແບ່ງຂັ້ນຄຸ້ມຄອງຂອງເມືອງ, ເຮັດໃຫ້ເສດຖະກິດມະຫາພາກຂອງເມືອງ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ລວມຍອດລາຍໄດ້ທັງໝົດ 752,74 ຕື້ກີບ ລາຍໄດ້ສະເລ່ຍຕໍ່ຫົວຄົນໜຶ່ງໄດ້ 24,5 ລ້ານກີບ ເທົ່າກັບ 2.556 ໂດລາສະຫະລັດຕໍ່ຄົນຕໍ່ປີ, ໃນນີ້ ລາຍຮັບກະສິກໍາ ແລະ ປ່າໄມ້ ກວມເອົາ 28%, ອຸດສາຫະກໍາ-ຫັດຖະກໍາ ກວມເອົາ 27%, ການບໍລິການ ກວມເອົາ 45%, ການຜະລິດກະສິກໍາ ໄດ້ມີຄວາມໝັ້ນທ່ຽງທາງດ້ານສະບຽງອາຫານ ໂດຍສະເພາະການຜະລິດເຂົ້າ, ການລ້ຽງສັດແບບເປັນກຸ່ມເປັນຟາມ ເພື່ອສະໜອງຊີ້ນ, ປາ ໃຫ້ແກ່ການບໍລິໂພກ ໄດ້ມີການຂະຫຍາຍຕົວ ແລະ ມີທ່າອ່ຽງເພີ່ມຂຶ້ນ ເປັນຕົ້ນແມ່ນການລ້ຽງງົວ-ຄວາຍ ຕິດພັນກັບການປູກຫຍ້າ ແລະ ການລ້ຽງໄກ່ພັນໄຂ່; ດ້ານວຽກງານກວດກາພັກໃນ 6 ເດືອນຜ່ານມາ ກວດກາພົບເຫັນກໍລະນີຄະນະພັກ, ສະມາຊິກພັກ ເຄື່ອນໄຫວຜິດຕໍ່ກົດລະບຽບຂອງພັກ 6 ກໍລະນີ ຈໍານວນ 38 ສະຫາຍ, ຍິງ 11 ສະຫາຍ ຄື: ພົວພັນຢາເສບຕິດ 2 ສະຫາຍ, ສວຍໃຊ້ສິດເພື່ອຜົນປະໂຫຍດສ່ວນຕົວ 1 ສະຫາຍ, ລະເມີດກົດໝາຍວ່າດ້ວຍປ່າໄມ້ 2 ສະຫາຍ, ພົວພັນສັງຄົມຊູ້ສາວ 2 ສະຫາຍ, ຂາດຄວາມເປັນແບບຢ່າງຂຽນໃບສໍາຫຼວດ 4 ສະຫາຍ, ຍິງ 1 ສະຫາຍ, ກ່າວເຕືອນ 27 ສະຫາຍ, ຍິງ 10 ສະຫາຍ; ໃນນີ້, ລຶບຊື່ອອກຈາກພັກ 7 ສະຫາຍ, ດ້ານວຽກງານກວດກາລັດໄດ້ກວດກາພົບເຫັນພະນັກງານ ແລະ ເຈົ້າໜ້າທີ່ຂອງລັດ ເຄື່ອນໄຫວຜິດຕໍ່ກົດໝາຍ 19 ຄົນ, ຍິງ 8 ຄົນ, ໃນນີ້, ເອົາອອກຈາກການເປັນພະນັກງານ 1 ຄົນ, ຂຽນໃບສໍາຫຼວດ 7 ຄົນ, ຍິງ 1 ຄົນ, ກ່າວເຕືອນ 11 ຄົນ, ຍິງ 7 ຄົນ.

ພາຍຫຼັງທີ່ໄດ້ຮັບຟັງການລາຍງານ ທ່ານ ປອ ຄຳພັນ ພົມມະທັດ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະພັກ, ຄະນະນຳຂອງເມືອງຫົງສາ ທີ່ໄດ້ສຸມໃສ່ໃນການຈັດຕັ້ງປະຕິບັດວຽກງານເຊິ່ງມີຜົນສຳເລັດຫຼາຍດ້ານ. ພ້ອມນັ້ນ ເພິ່ນໄດ້ໂອລົມ ແລະ ມີຄຳເຫັນແລກປ່ຽນຕໍ່ ຄະນະພັກ, ຄະນະນຳ 4 ເມືອງເໜຶອ ຂອງແຂວງໄຊຍະບູລີ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດກໍ່ຄືການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ ແລະ ການຈັດຕັ້ງປະຕິບັດວຽກງານກວດກາ; ດ້ານເສດຖະກິດແມ່ນໃຫ້ສົ່ງເສີມໃຫ້ມີພໍ່ຄ້າຄົນກາງເພື່ອສ້າງຄວາມເຕີບໂຕທາງດ້ານເສດຖະກິດ,ໃຫ້ຂະຫຍາຍຖັນແຖວຄອບຄົວຕົວແບບ, ກຸ່ມຜູ້ປະກອບການໃນເຂດຊຸມຊົນໃນແຕ່ລະຂົງເຂດໂດຍສະເພາະຂົງເຂດປຸງແຕ່ງ, ຂົງເຂດຜະລິດ, ການຂົນສົ່ງ, ການສ້າງແບຣນຜະລິດຕະພັນຈົດລິຂະສິດເພື່ອເພີ່ມມູນຄ່າ, ມີການອອກແບບຜະລິດຕະພັນໃຫ້ຫຼາກຫຼາຍສີສັນ; ການແກ້ໄຂບັນຫາຢາເສບຕິດແມ່ນໃຫ້ເຂັ້ມງວດ, ແກ້ໄຂໃນການບໍາບັດຜູ້ເສບເພື່ອຫຼຸດຜ່ອນຄວາມຕ້ອງການໃນການຊື້-ຂາຍ, ໃຫ້ຄຸ້ມຄອງລູກຫຼານເພື່ອສະກັດກັ້ນບໍ່ໃຫ້ມີການຊື້-ຂາຍ, ສ້າງຄວາມເຂັ້ມແຂງ, ປອດໃສພາຍໃນການຈັດຕັ້ງທຸກຂັ້ນ, ປຸກລະດົມໃຫ້ພໍ່ແມ່ປະຊາຊົນເປັນຫູເປັນຕາ ຊ່ວຍເຈົ້າໜ້າທີ່ໃນການຕິດຕາມ, ກວດກາລູກຫຼານຂອງຕົນ; ສຳລັບວຽກງານກວດກາແມ່ນໃຫ້ຄະນະພັກແຕ່ລະຂັ້ນເຂົ້າໃຈເປັນເອກະພາບສູງ: ນັບແຕ່ການແກ້ໄຂຜົນການກວດກາ, ການຕິດຕາມ, ກວດກາປົກກະຕິຕໍ່ເນື່ອງແຕ່ຫົວທີ ແມ່ນເນື້ອໃນແບບແຜນທີ່ຂາດບໍ່ໄດ້ໃນການນຳພາຂອງຄະນະພັກແຕ່ລະຂັ້ນ, ທັງຖືການຕີຖອຍ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ພາຍໃນພັກ, ສ້າງການຫັນປ່ຽນຢ່າງແຂງແຮງ, ຮອບດ້ານ ແລະ ເລິກເຊິ່ງ, ຜູ້ເຮັດວຽກງານກວດກາຕ້ອງກຳສະພາບໃຫ້ໄດ້; ເອົາໃຈໃສ່ຕ້ານສະກັດກັ້ນການສໍ້ລາດບັງຫຼວງ, ເລັ່ງທວງເພື່ອໃຫ້ເຫັນໄດ້ບົດບາດຄວາມສຳຄັນ ແລະ ຖືເອົາການສະກັດກັ້ນຕີຖອຍການສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຫາຜົນປະໂຫຍດໃນຖັນແຖວສະມາຊັກພັກ-ພະນັກງານ ທຸກລະດັບນັບແຕ່ຂັ້ນບ້ານຂຶ້ນມາ. ນອກນີ້ຍັງໄດ້ໄປຢ້ຽມຢາມໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ, ໂຮງງານ ຜະລິດແຜ່ນຍິບຊຳເມືອງຫົງສາ, ຢ້ຽມຊົມຜະລິດຕະພັນຜ້າຫ່ອມຍ້ອມນິນສິນຄ້າໂອດ໊ອບຂອງເມືອງຢູ່ບ້ານວຽງແກ້ວ ແລະ ສະຫະກອນສົ່ງເສີມກະສິກຳ ຢູ່ຫ້ອງການພາກສະໜາມ ບໍລິສັດ ໄຟຟ້າຫົງສາ ຈຳກັດ ຕື່ມອີກ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)