ທ່ານ ປອ. ຄຳພັນ ພົມມະທັດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງ ຊະນະຄາມ ແຂວງ ວຽງຈັນ

ທ່ານ ປອ. ຄຳພັນ ພົມມະທັດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງ ຊະນະຄາມ ແຂວງ ວຽງຈັນ

ວັນທີ 9 ກັນຍາ 2022 ທ່ານ ປອ. ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານສໍ້ລາດບັງຫຼວງຂັ້ນສູນກາງ ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ຊະນະຄາມ, ແຂວງ ວຽງຈັນ ໂດຍມີທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງ ວຽງຈັນ ພ້ອມດ້ວຍຄະນະ ຮ່ວມເຄື່ອນໄຫວ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ສະໝານ ວິເສດຍະພົງສ໌ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ເມືອງ ຊະນະຄາມ ພ້ອມດ້ວຍຄະນະ.

ໂອກາດນີ້ໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານໃນໄລຍະຜ່ານມາຂອງເມືອງຈາກທ່ານ ສະໝານ ວິເສດຍະພົງສ໌ ກ່ຽວກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງແຂວງ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ III ຂອງເມືອງ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ວຽກງານກວດກາ; ສໍາລັບວຽກງານພັດທະນາເສດຖະກິດແມ່ນສຸມໃສ່ການປັບປຸງ, ສ້າງເງື່ອນໄຂ, ປຸກລະດົມກຳລັງແຮງໃນທົ່ວສັງຄົມ ເຂົ້າໃນການພັດທະນາເສດຖະກິດ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວເຮັດໃຫ້ອັດຕາການເຕີບໂຕດ້ານເສດຖະກິດຂອງເມືອງ ເພີ່ມຂຶ້ນໂດຍສະເລ່ຍ 5,34% ຕໍ່ປີ, ສະເລ່ຍເຂົ້າກິນ 910 ກິໂລ/ຄົນ/ປີ, ລວມຍອດຜົນຜະລິດຕະພັນພາຍໃນເມືອງ (GO) ມີມູນຄ່າ 732,02 ຕື້ກີບ, ທຽບໃສ່ແຜນການ 5 ປີປະຕິບັດໄດ້ 85,4%, ລາຍໄດ້ສະເລ່ຍຕໍ່ຫົວຄົນ 16.985.570 ກີບ, ຊຸກຍູ້ຂະບວນການຜະລິດກະສິກໍາ (ການປູກ-ການລ້ຽງ) ຂອງປະຊາຊົນຢ່າງເປັນຂະບວນກວ້າງຂວາງ, ມີຜະລິດຕະພັນກະສິກໍາເພີ່ມຂຶ້ນ, ມີການສົ່ງອອກຫຼາຍຂຶ້ນ. ຈັດຕັ້ງກຸ່ມການຜະລິດໄດ້ 24 ກຸ່ມ, ໃນນີ້ມີກຸ່ມປູກພືດ 22 ກຸ່ມ, ກຸ່ມລ້ຽງສັດ 2 ກຸ່ມ, ຈັດຕັ້ງກຸ່ມເກັບຊື້ສິນຄ້າພາຍໃນເມືອງໄດ້ 3 ກຸ່ມຄື: ກຸ່ມເກັບຊື້ເຂົ້າ, ກຸ່ມເກັບຊື້ພືດຜັກ ແລະ ກຸ່ມຊື້ສັດ-ຂາຍຊີ້ນ; ສໍາລັບວຽກງານກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງໄດ້ເພີ່ມຄວາມຮັບຜິດຊອບການຕິດຕາມ, ກວດກາ ໂດຍເລັ່ງໃສ່ກວດກາການນໍາພາຂອງຄະນະພັກທຸກຂັ້ນ,ໃນການຈັດຕັ້ງຜັນຂະຫຍາຍ, ປະຕິບັດແນວທາງ ນະໂຍບາຍຂອງພັກ, ກົດລະບຽບ, ມະຕິ ແລະ ຄໍາສັ່ງ, ເອົາໃຈໃສ່ຊຸກຍູ້, ຕິດຕາມ-ກວດກາການເຄື່ອນໄຫວຂອງບັນດາອົງການຈັດຕັ້ງພາຍໃນເມືອງ, ການຈັດຕັ້ງປະຕິບັດແຜນນະໂຍບາຍຂອງລັດ, ຄໍາສັ່ງ, ຂໍ້ກໍານົດ , ກົດຫມາຍ, ລະບຽບການຕ່າງໆ ເປັນຕົ້ນ: ຕິດຕາມການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ III ຂອງເມືອງ,

ໂຄງການລົງທຶນຢູ່ພາຍໃນເມືອງ ແລະ ແຜນງົບປະມານແຫ່ງລັດຂອງເມືອງ, ລົງສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນ ເມືອງ 29 ຄັ້ງ, ແລະ ຕິດຕາມກວດກາບັນດາໂຄງການຕ່າງໆຈໍານວນ 25 ຄັ້ງ, ຈັດຕັ້ງປະຕິບັດການຮັບແຈ້ງຊັບສິນພະນັກງານ-ລັດຖະກອນຮອບ III ສໍາເລັດ; ສໍາລັບການປະຕິບັດວາລະແຫ່ງຊາດທັງ 02 ວາລະ ຄະນະພັກໄດ້ສຸມໃສ່ນໍາພາ-ຊີ້ນໍາຢ່າງເປັນເຈົ້າການສະແດງອອກໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ:ແກ້ໄຂບັນຫາຢາເສບຕິດໄລຍະທີ ໜຶ່ງສຳເລັດແລ້ວ 33 ບ້ານ ມີ 2.212 ເປົ້າໝາຍ ໃນນີ້ມີຜູ້ເສບ 1.803 ເປົ້າໝາຍ, ຜູ້ຂາຍ 409 ເປົ້າໝາຍ ແລະ ສຶກສາອົບຮົບການເມືອງ-ແນວຄິດ ໃຫ້ກຸ່ມເປົ້າໝາຍເພື່ອຢຸດເຊົາ ພ້ອມທັງເຮັດບົດບັນທຶກໄວ້ ປັດຈຸບັນກໍາລັງສືບຕໍ່ໄລຍະທີສອງ; ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ: ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ: ໄດ້ແຕ່ງຕັ້ງ ແລະ ຊຸກຍູ້ກໍາມະການເກັບກໍາຂໍາມູນ ແລະ ຊຸກຍູ້ຫົວໜ່ວຍການຜະລິດ ແລະ ຜູ້ປະກອບການພາຍໃນເມືອງ ເຄື່ອນໄຫວເຂົ້າສູ່ລະບຽບການພ້ອມທັງປະກອບສ່ວນພັນທະເຂົ້າງົບປະມານ ແລະ ໄດ້ແຕ່ງຕັ້ງຄະນະກໍາມະການຂັ້ນເມືອງລົງສົມທົບພາກສ່ວນກ່ຽວຂອ້ງແກ້ໄຂບັນຫາການນໍາໃຊ້ເງິນຕາ, ລາຄາສິນຄ້າ, ລາຄານໍາມັນ ດ້ວຍການສຶກສາອົບຮົມຜູ້ປະກອບການຊາວຄ້າຂາຍ ບໍ່ໃຫ້ສວຍໂອກາດ ຍາມບ້ານເມືອງພົບຄວາມຫຍຸ້ງຍາກ ແລະ ອື່ນໆ ເຮັດໃຫ້ການເກັບລາຍຮັບເກີນແຜນເພີ່ມຂຶ້ນແຕ່ລະປີ ສະແດງອອກ ປີ2021 ລື່ນຄາດໝາຍ 24,95 % ເທົ່າກັບ 2,068 ຕຶື້ກວ່າກີບ ແລະ ປີ 2022 ປະຕິບັດໄດ້ 10,076 ຕື້ກວ່າກີບ ເທົ່າກັບ 93,53 %.

ພາຍຫຼັງໄດ້ຮັບຟັງການລາຍງານແລ້ວທ່ານ ປອ. ຄຳພັນ ພົມມະທັດ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ອົງການປົກຄອງເມືອງຊະນະຄາມທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ເນັ້ນໃຫ້ເມືອງເອົາໃຈໃສ່ຕໍ່ກັບວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນຕ້ານການສໍ້ລາດບັງຫຼວງ ລ້ວນແຕ່ເປັນວຽກງານອັນຮີບດ່ວນ, ການກວດກາກໍ່ຄືເນື້ອໃນອັນໜຶ່ງຂອງການນຳພາ, ແບບແຜນອັນໜຶ່ງຂອງການປະຕິບັດໜ້າທີ່ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ສ້າງການຫັນປ່ຽນແຂງແຮງເລິກເຊິ່ງຮອບດ້ານພະຍາຍາມລົງເລິກໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ IV ຕິດພັນກັບການຈັດຕັ້ງຜັນຂະຫຍາຍສອງວາລະແຫ່ງຊາດທີ່ຄະນະເລຂາທິການສູນກາງພັກເປັນຜູ້ຊີ້ນຳໂດຍກົງ, ສະນັ້ນຄະນະພັກ ແລະ ຜູ້ນຳພາຄຸມຄອງແຕ່ລະຂັ້ນຕ້ອງກຳແໜ້ນເລັ່ງທວງອັນຮີບດ່ວນ ແລະ ເພີ່ມທະວີການຕິດຕາມ, ກວດກາ ໃນສະພາບການໃໝ່, ການເຄື່ອນໄຫວຕິດຕາມກວດກາ ແລະ ແກ້ໄຂຜົນຂອງການກວດກາ ມາດຕະການໃນທາງປະຕິບັດຕົວຈິງທີ່ສຳຄັນທີ່ສຸດເປັນປັດໃຈຄໍ້າປະກັນໂດຍກົງຕໍ່ການສ້າງການຫັນປ່ຽນແບບບຸກທະລຸໃນການກໍ່ສ້າງປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ສ້າງລະບົບການເມືອງໃຫ້ເຂັ້ມແຂງມີປະສິດທິພາບ ແລະ ປະສິດທິຜົນ ຍົກລະດັບວຽກງານກວດກາໃນການສ້າງຄວາມເຂົ້າໃຈໃນການປະຕິບັດໜ້າທີ່ແນໃສ່ສ້າງການຫັນປ່ຽນແຂງແຮງເລິກເຊິ່ງຮອດດ້ານຕິດພັນກັບການແກ້ໄຂບັນຫາວິກິດກໍ່ຄືຄວາມຮັບຜິດຊອບຕົວຈິງຂອງຄະນະພັກແຕ່ລະຂັ້ນ, ໃຫ້ເບິ່ງເປັນມາດຕະການຕົວຈິງ ແລະ ເປັນປັດໃຈຄໍ້າປະກັນໂດຍກົງ, ການເຄື່ອນໄຫວກວດກາການຈັດຕັ້ງປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດໃນສະພາບປັດຈຸບັນຕ້ອງຕິດພັນໂດຍກົງກັບການຕີຖອຍການສະກັດກັ້ນການສວຍໃຊ້ໜ້າທີ່ຕຳ
ແໜ່ງເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ ແລະ ພັກພວກ, ສະນັ້ນຄະນະພັກຕ້ອງເຂັ້ມງວດໃນລະບຽບວິໄນເອກະພາບໃນການຕັດສິນໃຈ, ເອກະພາບຢູ່ໃນຄວາມຮັບຜິດຊອບ, ເບິ່ງຄືນໃນການປັບປຸງພາລະບົດບາດວຽກງານກວດກາວ່າອັນໃດພາລະບົດບາດກວດກາພັກ,ອັນໃດພາລະບົດບາດກວດກາລັດ, ອັນໃດແມ່ນພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຄະນະພັກ, ລະວ່າງຄະນະພັກກັບຄະນະກວດກາຕ້ອງໄດ້ຊີ້ນຳ ແລະ ປະສານງານກັນ, ຍົກລະດັບຄວາມຮູ້ຄວາມສາດມາດດ້ານວຽກງານກວດກາໃລຫ້ຜູ້ທີ່ເຮັດວຽກງານກວດກາໃຫ້ສູງຂຶ້ນກວ່າເກົ່າ
 

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)