ແກ້ໄຂ ທ່ານ ປອ. ຄຳພັນ ພົມມະທັດ ໄດ້ເຄື່ອນໄຫວຢ້ຽມຢາມກຸ່ມຜະລິດຄັນຍູເຈ້ຍ ແລະ ແຄນ ບ້ານ ປຸ່ງໝັ້ນ, ບ້ານມີໄຊ, ເມືອງພູກູດ ແຂວງ ຊຽງຂວາງ

ແກ້ໄຂ ທ່ານ ປອ. ຄຳພັນ ພົມມະທັດ ໄດ້ເຄື່ອນໄຫວຢ້ຽມຢາມກຸ່ມຜະລິດຄັນຍູເຈ້ຍ ແລະ ແຄນ ບ້ານ ປຸ່ງໝັ້ນ, ບ້ານມີໄຊ, ເມືອງພູກູດ ແຂວງ ຊຽງຂວາງ

ໃນວັນທີ 28 ກັນຍາ 2022 ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ທ່ານ ບຸນຈັນ ສີວົງພັນ ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ ພ້ອມຄະນະ ໄດ້ໄປຢ້ຽມຢາມກຸ່ມຜະລິດຄັນຍູເຈ້ຍ ຢູ່ບ້ານມີໄຊ ແລະ ກຸ່ມຜະລິດແຄນ ຢູ່ບ້ານປຸ່ງໝັ້ນ ເມືອງພູກູດ ແຂວງຊຽງຂວາງ ໂດຍການຕ້ອນຮັບຂອງທ່ານ ຄຳພາ ພິລາວົງ ເຈົ້າເມືອງໆພູກູດ ພ້ອມດ້ວຍຄະນະ

ໃນໂອກາດນີ້ ທ່ານ ຄຳພາ ພິລາວົງ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໆພູກູດ ໄດ້ລາຍງານສະພາບໂດຍລວມຂອງເມືອງໃຫ້ຄະນະຜູ້ແທນໄດ້ຮັບຊາບ. ຈາກນັ້ນ ທ່ານ ດວງສີ ໄຊຍະສານ ຫົວໜ້າກຸ່ມຜະລິດຄັນຍູເຈ້ຍ ແລະ ທ່ານ ຊຽງບົວວັນ ຕາງໜ້າກຸ່ມຜະລິດແຄນ ໄດ້ລາຍງານປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກຸ່ມ ເຊິ່ງທັງສອງທ່ານໃຫ້ຮູ້ວ່າ: ການຜະລິດແຄນ ແລະ ຄັນຍູເຈ້ຍ ຢູ່ເມືອງພູກູດ ເປັນກິດຈະກຳໜຶ່ງທີ່ເປັນມູນເຊື້ອ ແລະ ສືບທອດກັນມາແຕ່ດຶກດຳບັນ ແລະ ໄດ້ຖ່າຍທອດຈາກຄົນຮຸ່ນກ່ອນມາສູ່ຄົນຮຸ່ນປັດຈຸບັນ ເຮັດໃຫ້ສຽງແຄນລາວ ກາຍເປັນຊື່ສຽງໃນເວທີສາກົນ ຈົນສາມາດຮັບຮອງເຂົ້າເປັນມໍລະດົກໂລກໄດ້. ໃນໄລຍະຜ່ານມາ ແຂວງຊຽງຂວາງສາມາດ ຍາດໄດ້ ລາງວັນທີ 1 ທີ 2 ແລະ ທີ 3 ໃນການປະກວດເປົ່າແຄນທົ່ວປະເທດ ແລະ ກິດຈະກຳການຜະລິດຄັນຍູເຈ້ຍ ກໍ່ໄດ້ກາຍເປັນສິນຄ້າທີ່ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຊົມໃຊ້ພາຍໃນປະເທດ ເຊິ່ງປັດຈຸບັນຄັນຍູເຈ້ຍຂອງເມືອງພູກູດ ໄດ້ສົ່ງອອກຈຳໜ່າຍໃນທົ່ວປະເທດ ແລະ ໄດ້ຮັບຮອງເປັນສິນຄ້າໂອດ໊ອບ ຂອງເມືອງພູກູດ ນັບແຕ່ປີ 2014 ເປັນຕົ້ນມາ.

ໃນໂອກາດທີ່ມາຢ້ຽມຢາມກຸ່ມຜະລິດແຄນ ແລະ ຄັນຍູເຈ້ຍໃນຄັ້ງນີ້ ທ່ານ ປອ ຄຳພັນ ພົມມະທັດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການຜະລິດ, ສີມືອັນປານີດຂອງກຸ່ມ ແລະ ຄວາມສາມາດພິເສດໃນການເປົ່າແຄນ ແລະ ໄດ້ເນັ້ນໃຫ້ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານຊ່ວຍກັນປຸກລະດົມຄົນຮຸ່ນໃໝ່ ຫັນມາໃຫ້ຄວາມສົນໃຈສຽງແຄນ ແລະ ຜະລິດ, ຊົມໃຊ້ຄັນຍູເຈ້ຍໃຫ້ຫຼາຍຂຶ້ນ, ສ້າງຜູ້ສືບທອດໃນການຜະລິດ ແລະ ເປົ່າແຄນໃຫ້ຫຼາຍຂຶ້ນ ພ້ອມທັງຊຸກຍູ້ສົ່ງເສີມໃຫ້ແຄນ ແລະ ຄັນຍູເຈ້ຍໃຫ້ເຂົ້າສູ່ຕະຫຼາດ ຜະລິດເປັນເຄື່ອງຂອງທີ່ລະນຶກໃຫ້ແກ່ແຂກຄົນທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາທ່ຽວຊົມແຂວງຊຽງຂວາງ ທັງນີ້ກໍເພື່ອເປັນການອະນຸລັກຮັກສາສຽງແຄນລາວ ມໍລະດົກລາວ ມໍລະດົກໂລກ ໄວ້ໃຫ້ຢູ່ຄຽງຄູ່ຄົນລາວຕະຫຼອດໄປ ໃຫ້ສົມກັບສາຍານາມທີ່ວ່າ ຢູ່ບ່ອນໃດມີສຽງແຄນ ຢູ່ບ່ອນນັ້ນແມ່ນຄົນລາວ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)