ຝຶກອົບຮົມສີມືການຫຍິບກະໂປ່ງໂຕະ ແລະ ແກະສະຫຼັກໝາກໄມ້ ໃຫ້ແມ່ຍິງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

ຝຶກອົບຮົມສີມືການຫຍິບກະໂປ່ງໂຕະ ແລະ ແກະສະຫຼັກໝາກໄມ້ ໃຫ້ແມ່ຍິງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

ຕອນເຊົ້າວັນທີ 12 ກໍລະກົດ 2022, ທີ່ສະໂມສອນຄະນະກວດກາສູນກາງພັກ ໄດ້ເປີດບັ້ນຝຶກອົບຮົມການຫຍິບກະໂປ່ງໂຕະ ແລະ ແກະສະຫຼັກໝາກໄມ້ ໃຫ້ແມ່ຍິງພາຍໃນສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ ໂດຍການເປັນປະທານ ຂອງທ່ານ ນາງ ບຸນອ້ອມ ອຸ່ນມະໂນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ມີນັກວິທະຍາກອນຈາກສູນກາງສະຫະພັນແມ່ຍິງລາວ 3 ທ່ານ ແລະ ນັກສໍາມະນາກອນຈາກສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ ເຂົ້າຮ່ວມທັງໝົດ 13 ທ່ານ.
ໂອກາດນີ້, ທ່ານ ນາງ ບຸນອ້ອມ ອຸ່ນມະໂນ ກ່າວວ່າ: ການຈັດຝຶກອົມຮົມຄັ້ງນີ້ ເພື່ອເປັນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 67 ປີ (20/07/1955-20/07/2022) ແລະ ເພື່ອເປັນການປະຕິບັດແຜນການເຄື່ອນໄຫວ ປະຈໍາປີ 2022 ຂອງສະຫະພັນແມ່ຍິງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໃຫ້ມີຄວາມໝາຍສຳຄັນ, ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ສ້າງໄດ້ຄວາມສາມັກຄີເຊິ່ງກັນ ແລະ ກັນ ແນ່ໃສ່ສ້າງຄວາມຮູ້ ພື້ນຖານກ່ຽວກັບງານສີມືໃຫ້ແກ່ເອື້ອຍນ້ອງແມ່ຍິງ ເພື່ອມາໝູນໃຊ້ເຂົ້າໃນການປະຕິບັດຕົວຈິງ ໂດຍສະເພາະແມ່ນວຽກພິທີການ ທີ່ຈັດຢູ່ພາຍໃນຄະນະກວດກາສູນກາງພັກ ໃຫ້ມີຄວາມສະດວກຂຶ້ນ ແລະ ຍັງຈະສະມາດນໍາໄປໝູນໃຊ້ເຂົ້າໃນການສ້າງເສດຖະກິດຄອບຄົວ ອີກດ້ວຍ.
ຜ່ານການຝຶກອົບຮົມໄປເປັນເວລາ 1 ມື້ເຕັມ, ເຫັນວ່າ ຄູຝຶກ ຈາກສູນຝຶກອົບຮົມສູນກາງສະຫະພັນແມ່ຍິງລາວ ແມ່ນໄດ້ເອົາໃຈໃສ່ຖ່າຍຖອດຄວາມຮູ້ງານສີມືອັນປານີດຂອງຕົນ ທັງນໍາເອົາທິດສະດີ ແລະ ພາກປະຕິບັດຕົວຈິງ ໃນການແກະສະຫຼັກໝາກໄມ້ ແລະ ການຫຍິບກະໂປ່ງໂຕະ ໃຫ້ແກ່ອື້ຶອນນ້ອງແມ່ຍິງຢ່າງສຸດສີມື, ເອື້ອຍນ້ອງແມ່ຍິງ ກໍ່ໄດ້ມີຄວາມຕັ້ງໃຈຍາດແຍ່ງເອົາຄວາມຮູ້ ທາງດ້ານສີມືອັດປານີດຈາກຄູຝຶກ ດ້ວຍຄວາມເອົາໃຈໃສ່ຢ່າງຈົດຈໍ່ ແລະ ຕັ້ງໜ້າປະຕິບັດຕົວຈິງ ອັນໄດ້ມີຜົນສຳເລັດລົງດ້ວຍຄວາມສວຍງານ, ການຝຶກອົບຮົມຄັ້ງນີ້ສາມາດປະເມີນສີມືໄດ້ຄື: ການແກະສະຫຼັກໝາກໄມ້ ປະເມີນໄດ້ 50%, ການຫຍິບກະໂປ່ງໂຕະ ປະເມີນໄດ້ 80%. ການຝຶກອົບຮົມຄັ້ງນີ້ແມ່ນສາມາດຮັບໃຊ້ໃຫ້ແກ່ວຽກງານດ້ານພິທີການ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ກໍ່ຄືຄອບຄົວຂອງຕົນໄດ້. ເຖິງວ່າເວລາສັ້ນ ແຕ່ກໍ່ສາມາດບັນລຸຕາມຄາດໝາຍເປັນຢ່າງດີ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)