ຄະນະກວດກາສູນກາງພັກ ແລະ ອົງການກດກາແຫ່ງລັດ ສປປ ລາວ ແລກປ່ຽນບົດຮຽນຂັ້ນວິຊາການກັບຊ່ຽວຊານຈາກຄະນະກຳມະການກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ສສ ຫວຽດນາມ
25/05/2026
ໃນຕອນບ່າຍວັນທີ 25 ພຶດສະພາ 2026 ທີ່ໂຮງແຮມ ເມືອງແທ່ງ ໄດ້ມິພິທີ ແລກປ່ຽນບົດຮຽນກ່ຽວກັບວຽກງານກວດກາຂັ້ນວິຊາການລະຫວ່າງ ຄະນະກວດກາສູນກາງພັກ ແລະ ອົງການກດກາແຫ່ງລັດ ສປປ ລາວ ກັບ ຊ່ຽວຊານຈາກຄະນະກຳມະການກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ສສ ຫວຽດນາມ ຝ່າຍລາວ ນຳໂດຍ ທ່ານ ອ໋ອດສຸລິເດດ ໄຊສີທອນ ຫົວໜ້າກົມກວດກາພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສປປ ລາວ ພ້ອມດ້ວຍຄະນະ, ຝ່າຍຫວຽດນາມ ນຳໂດຍທ່ານ ຫວຽນ ດີ່ງ ຮອກ ຮອງຫົວໜ້າກົມຮັບຜິດຊອບເຂດ1 ຈາກຄະນະກຳມະການກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມດ້ວຍຄະນະ.



ໃນພິທີ ທ່ານ ອ໋ອດສຸລິເດດ ໄຊສີທອນ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນຈາກ ສສ ຫວຽດນາມ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 25-28 ພຶດສະພາ 2026 ນີ້ ພ້ອມນີ້ ກໍ່ໄດ້ສະເໜີບັນດາຫົວຂໍ້ແລກປ່ຽນຕໍ່ຝ່າຍຫວຽດນາມເປັນຕົ້ນແມ່ນ ບົດຮຽນໃນການຄຸ້ມຄອງພັກ ແລະ ບໍລິຫານປະເທດຂອງພັກກອມມູນິດ ສສ ຫວຽດນາມ; ບົດຮຽນການຕິດຕາມ, ກວດກາ ຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງຂອງຄະນະ, ສະມາຊິກພັກ, ພະນັກງານນຳພາ - ຄຸ້ມຄອງ ( ພະນັກງານຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນຄຸ້ມຄອງ ) ທີ່ມີພຶດຕິກຳລະເມີດລະບຽບ ແລະ ກົດໝາຍ; ບົດຮຽນການປົກປ້ອງພະນັກງານ-ລັດຖະກອນ, ເຈົ້າໜ້າທີ່ຜູ້ເຮັດວຽກງານກວດກາ ແລະ ຜູ້ເຂົ້າຮ່ວມເຮັດວຽກງານກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ການພິຈາລະນາແກ້ໄຂຄຳຮ້ອງ- ຄຳສະເໜີຂອງພົນລະເມືອງ ກ່ຽວກັບກົງຈັກການຈັດຕັ້ງຂອງຄະນະກວດກາ ແລະ ຂອບເຂດສິດ, ພາລະບົດບາດຂອງອົງການກວດກາພັກ ແລະ ແຕ່ລະຂັ້ນ; ຮູບແບບ ແລະ ຂັ້ນຕອນດຳເນີນການກວດກາ ແລະ ການປະຕິບັດແຕ່ລະຮູບແບບ; ບົດຮຽນກ່ຽວກັບການດຳເນີນການກວດກາຕົວຈິງກັບເປົ້າໝາຍ; ການສະຫຼຸບຕີລາຄາ ຫຼື ການລາຍງານ ຜົນຂອງການກວດກາ; 



ຈາກນັ້ນຝ່າຍ ຫວຽດນາມ ກໍ່ໄດ້ແລກປ່ຽນແຕ່ລະຫົວຂໍ້ໃຫ້ຝ່າຍລາວຮັບຊາບ. ພ້ອມນີ້ທັງສອງຝ່າຍຍັງໄດ້ຜັດປ່ຽນກັນແລກປ່ຽນບັນຫາທີ່ສົນໃຈຕື່ມອີກ. ຕອນທ້າຍ ທ່ານ ອ໋ອດສຸລິເດດ ໄຊສີທອນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ບັນດາທ່ານຊ່ຽວຊານຈາກ ສສ ຫວຽດນາມ ທີ່ໄດ້ແບ່ງປັນບົດຮຽນໃຫ້ຝ່າຍລາວໄດ້ຮັບຮູ້ ແລະ ເຂົ້າໃຈວິທີເຮັດວຽກຂອງ ຄະນະກຳມະການກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ສສ ຫວຽດນາມ.

