15/05/2026
ໃນຕອນເຊົ້າວັນທີ 15 ພຶດສະພາ 2026 ຫ້ອງການ ຄະນະກວດກາສູນກາງພັກ ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງການລະຫວ່າງທ່ານ ກົງໃຈ ວິລະສັກ ຫົວໜ້າຫ້ອງການຜູ້ເກົ່າ ແລະ ທ່ານ ວັນເພັງ ສີນໍລະແສງ ວ່າການຫົວໜ້າຫ້ອງການຜູ້ໃໝ່, ເຊິ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສຸກຄຳເພັດ ເຮືອງບຸດສີ ກຳມະການສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີຕາງໜ້າກົມຈັດຕັ້ງ-ພະນັກງານ, ກົມຄົ້ນຄວ້າຄໍາຮ້ອງ ແລະ ຄຳສະເໜີ, ພ້ອມດ້ວຍພະນັກງານສະມາຊິກພັກຂອງຫ້ອງການເຂົ້າຮ່ວມ.%20Inspection%20Committee%20held%20a%20ceremony%20to%20hand%20over%20the%20duties%20of%20the%20office%20heads%20between%20the%20old%20and%20the%20new/2.jpg)
%20Inspection%20Committee%20held%20a%20ceremony%20to%20hand%20over%20the%20duties%20of%20the%20office%20heads%20between%20the%20old%20and%20the%20new/3.jpg)
ໃນພິທີ ທ່ານ ກົງໃຈ ວິລະສັກ ໄດ້ຜ່ານບົດສະຫຼຸບຫຍໍ້ການນຳພາເຄື່ອນໄຫວວຽກງານຂອງຫ້ອງການໃນໄລຍະຜ່ານມາ, ຈາກນັ້ນກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງທ່ານ ກົງໃຈ ວິລະສັກ ຫົວໜ້າຫ້ອງການຜູ້ເກົ່າ ແລະ ທ່ານ ວັນເພັງ ສີນໍລະແສງ ວ່າການຫົວໜ້າຫ້ອງການຜູ້ໃໝ່ ໂດຍການເປັນສັກຂິພິຍານຂອງທ່ານ ສຸກຄຳເພັດ ເຮືອງບຸດສີ, ຕາງໜ້າກົມຈັດຕັ້ງ-ພະນັກງານ, ກົມຄົ້ນຄວ້າຄໍາຮ້ອງ ແລະ ຄຳສະເໜີ ພ້ອມດ້ວຍພະນັກງານ-ສະມາຊິກພັກພາຍໃນຫ້ອງການ. ໂອກາດນີ້ ທ່ານ ສຸກຄຳເພັດ ເຮືອງບຸດສີ ກໍໄດ້ໃຫ້ກຽດມີຄຳເຫັນໂອ້ລົມເຊິ່ງທ່ານກໍ່ໄດ້ ສະແດງ ຄວາມຊົມເຊີຍຕໍ່ ສະຫາຍ ວັນເພັງ ສີນໍລະແສງ ທີ່ໄດ້ຮັບການແຕ່ງຕັ້ງເປັນເລຂາໜ່ວຍພັກ ແລະ ວ່າການຫົວໜ້າຫ້ອງການຜູ້ໃໝ່ ພ້ອມນີ້ກໍ່ໄດ້ເນັ້ນໃຫ້ສືບຕໍ່ນຳພາອ້າຍນ້ອງພະນັກງານພາຍໃນຫ້ອງການສືບຕໍ່ຈັດຕັ້ງປະຕິບັດພາລະບົດບາດສິດ ແລະ ໜ້າທີ່ຂອງຫ້ອງການ ເປັນຕົ້ນແມ່ນສືບຕໍ່ຈັດຕັ້ງປະຕິບັດວຽກງານທີ່ຍັງຄົງຄ້າງໃນໄລຍະຜ່ານມາໃຫ້ສຳເລັດ, ວຽກສັງລວມພະຍາຍາມສະຫຼຸບໃຫ້ທັນກັບກຳນົດເວລາເພື່ອນຳໄປສ່ອງແສງລາຍງານຕໍ່ຜູ້ປະຈຳການຄະນະເລຂາທິການສູນກາງພັກໃນແຕ່ລະເດືອນ, ເບິ່ງຄຶນການຄຸ້ມຄອງບັນດາທ່ານເລຂາການນຳ, ວຽກເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ພະຍາຍາມສ້າງຖານຂໍ້ມູນຂອງພະນັກງານກວດກາໃນຂອບເຂດທົ່ວປະເທດ, ວຽກງານການເງິນຕ້ອງບໍລິຫານຈັດການສະຫຼຸບລາຍງານຈະແຈ້ງຊັດເຈນໃນແຕ່ລະໄລຍະ, ກວດກາຄືນບັນຊີຊັບສິນຂອງແຕ່ລະກົມເພື່ອຕິດຕາມ, ກວດກາບໍ່ໃຫ້ຕົກເຮ່ຍເສຍຫາຍ, ພ້ອມນີ້ກໍ່ໃຫ້ພະຍາຍາມເຕົ້າໂຮມຄວາມສາມັກຄີເປັນຈິດໜຶ່ງໃຈດຽວເພື່ອພ້ອມກັນຂັບເຄື່ອນວຽກງານຂອງຫ້ອງການໃຫ້ມີຜົນສຳເລັດຕາມແຜນການເຄື່ອນໄຫວທີ່ໄດ້ວາງໄວ້.%20Inspection%20Committee%20held%20a%20ceremony%20to%20hand%20over%20the%20duties%20of%20the%20office%20heads%20between%20the%20old%20and%20the%20new/5.jpg)
%20Inspection%20Committee%20held%20a%20ceremony%20to%20hand%20over%20the%20duties%20of%20the%20office%20heads%20between%20the%20old%20and%20the%20new/6.jpg)

