ກອງປະຊຸມປຶກສາຫາລືເພື່ອຮັດແໜ້ນການຮ່ວມມື,​ການປະສານສົມທົບ ລະຫວ່າງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ

08/05/2026

ກອງປະຊຸມປຶກສາຫາລືເພື່ອຮັດແໜ້ນການຮ່ວມມື,​ການປະສານສົມທົບ ລະຫວ່າງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ

​ໃນວັນທີ 8 ພຶດສະພາ 2026 ຢູ່ທີ່ ອົງການກວດສອບແຫ່ງລັດ ໄດ້ມີກອງປະຊຸມປຶກສາຫາລື ເພື່ອຮັດແໜ້ນການຮ່ວມມື, ການປະສານສົມທົບລະຫວ່າງ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ໂດຍການເປັນປະທານຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ແລະ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານອົງການກວດສອບແຫ່ງລັດ, ມີບັນດາທ່ານ ຮອງປະທານອົງການກວດກາແຫ່ງລັດ,​ ​ຮອງປະທານອົງການກວດສອບແຫ່ງລັດ, ບັນດາທ່ານຫົວໜ້າກົມ ຈາກອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ. 

ໃນພິທີທ່ານ ບູນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ, ປະທານກວດກາພັກ ອົງການກວດສອງແຫ່ງລັດ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳວ່າດ້ວຍການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ 5 ປີ ( 2021-2025) ຈາກນັ້ນ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມທັງສອງຝ່າຍກໍ່ໄດ້ຜັດປ່ຽນກັນປະກອບຄຳເຫັນຕໍ່ຮ່າງບົດສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳວ່າດ້ວຍການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ 5 ປີ ( 2021-2025) ເພື່ອໃຫ້ມີເນື້ອໃນສົມບູນຮັດກຸມ.​ຕອນທ້າຍ ກອງປະຊຸມ ທ່ານ ວັນໄຊ ພອງສະຫວັນ ກໍ່ໄດ້ໃຫ້ກຽດມີຄຳເຫັນຊີ້ນຳໃຫ້ຄະນະຮັບຜິດຊອບຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ປະສານສົມທົບກັນ ເພື່ອນຳເອົາເນື້ອໃນຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດຕາມບົດບັນທຶກ ສະບັບລົງວັນທີ 14 ກຸມພາ 2024 ໄປປັບປຸງຕື່ມຕາມການປະກອບຄຳເຫັນຂອງກອງປະຊຸມໃນມື້ນີ້ ເພື່ອເຮັດໃຫ້ເນື້ອໃນບົດສະຫຼຸບຕີລາຄາມີຄວາມຄົບຖ້ວນສົມບູນ; ທັງ 2 ອົງການພວກເຮົາ ໃຫ້ເພີ່ມທະວີເອົາໃຈໃສ່ຈັດຕັ້ງການເຜີຍແຜ່, ເຊື່ອມຊຶມ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ໃຫ້ບັນດາອົງການຈັດຕັ້ງຂອງລັດ ແລະ ສັງຄົມ ໄດ້ຮັບຮູ້ ແລະ ມີຄວາມເຂົ້າໃຈທີ່ຖືກຕ້ອງຕໍ່ກັບພາລະບົດບາດ, ສິດໜ້າທີ່ ແລະ ການເຄື່ອນໄຫວວຽກງານຂອງສອງອົງການພວຫເຮົາ ເພື່ອບໍ່ໃຫ້ເກີດມີຫາງສຽງຈົ່ມວ່າ ສອງອົງການເຮັດວຽກຊໍ້າຊ້ອນກັນ, ມີການຕັ້ງຄຳຖາມ ຕໍ່ຕົວເລກຜົນການກວດສອບ, ຜົນການກວດກາ ທີ່ບໍ່ກົງກັນ ແລະ ອື່ນໆ; ໃຫ້ຄົ້ນຄວ້າແຕ່ງຕັ້ງຄະນະປະສານງານລະຫວ່າງ ອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ເພື່ອປຶກ​ສາ​ຫາ​ລືໃນການແບ່ງຄວາມຮັບຜິດຊອບກັນໃຫ້ລະອຽດ, ຈະແຈ້ງ, ພ້ອມກັນຄົ້ນຄວ້າສ້າງ​ແຜນ​ການກວດ​ກາ, ແຜນການກວດສອບ ​ປະ​ຈຳ​ປີ ຮ່ວມກັນ ຕໍ່ເປົ້າໝາຍ ທີ່​ກ່ຽວຂ້ອງກັບວຽກງານກວດ​ກາ ແລະ ວຽກງານກວດ​ສອບ ໃຫ້​ເປັນ​ຮູບ​ປະ​ທຳ. ພ້ອມທັງສົ່ງຂໍ້ມູນຜົນການກວດສອບ ​​ໃຫ້​ອົງ​ການກວດ​ກາ​ແຫ່ງ​ລັດ ເພື່ອສືບຕໍ່ລົງເລິກ​ກວດ​ກາ ຕາມ​ພາ​ລະ​ບົດ​ບາດ, ສິດ ແລະ ໜ້າທີ່ ໄດ້ກຳນົດໄວ້ໃຫ້ມີຄວາມຕໍ່​ເນື່ອງ; ໃຫ້ອົງການກວດກາແຫ່ງລັດ ເປັນຕົ້ນແມ່ນກົມກວດກາລັດ ແລະ ກົມທີ່ກ່ຽວຂ້ອງ ຮີບຮ້ອນສະຫຼຸບສັງລວມ ແລະ ​ແຈ້ງ​ຜົນ​ການກວດ​ກາ ຕາມ​ຜົນ​ການກວດ​ສອບ ໃຫ້​ອົງ​ການກວດ​ສອບ​ແຫ່ງ​ລັດ ຮັບຊາບ 01 ເດືອນ ກ່ອນມື້ດຳເນີນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ; ສະເໜີໃຫ້ ອົງການກວດສອບແຫ່ງລັດ, ອົງການກວດສອບປະຈໍາພາກ ​ຄັດ​ຈ້ອນຂໍ້ມູນ, ຫຼັກຖານ ແລະ ເອກະສານ ທີ່ກ່ຽວຂ້ອງກັບ ​ຜົນການກວດສອບທີ່ຈຳເປັນ ແລະ ສຳຄັນມີຄວາມສ່ຽງໃນການສໍ້ລາດບັງຫຼວງສົ່ງໃຫ້ກວດ​ກາ​ລັດ​ຂັ້ນແຂວງ​ ເພື່ອສືບ​ຕໍ່​ກວດກາຕາມພາລະບົດບາດ, ສິດ ແລະ ໜ້າທີ່ ກຳນົດໄວ້ໃນກົດໝາຍ; ໃຫ້ອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ຈັດຕັ້ງການປະຊຸມ, ແລກ ປ່ຽນບົດຮຽນທາງດ້ານວິຊາການ, ຈັດຝຶກອົບຮົມ ແລະ ສຳມະນາ ກ່ຽວກັບວຽກງານກວດກາ, ວຽກງານກວດສອບ ໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ ແລະ ໃນກໍລະນີຈຳເປັນ ກໍ່ໃຫ້ທັງສອງອົງການຈັດກອງປະຊຸມປຶກສາຫາລືຮ່ວມກັນຂຶ້ນ; ໃນການຜັດ​ປ່ຽນກັນ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ ປະຈຳປີ ເພື່ອ​ທົບ​ທວນ ແລະ ປຶກ​ສາ​ຫາ​ລື​ ໃນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກການປະສານງານຮ່ວມກັນ ແມ່ນມອບໃຫ້ກົມກ່ຽວຂ້ອງປະສານສົມທົບກັນກະກຽມໃຫ້ເປັນປົກກະຕິ.

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)