ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊຶມ ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ແລະ ເອກະສານ ວັນສຳຄັນຕ່າງໆ ຂອງພັກຂອງຊາດ ໃຫ້ພະນັກງານ-ລັດຖະກອນ

24/04/2026

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊຶມ ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ແລະ ເອກະສານ ວັນສຳຄັນຕ່າງໆ ຂອງພັກຂອງຊາດ ໃຫ້ພະນັກງານ-ລັດຖະກອນ

ໃນວັນທີ 23 ເມສາ 2026 ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊຶມ ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກຂຶ້ນ ທີ່ສະໂມສອນຄະນະກວດກາສູນກາງພັກ. ໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີບັນດາສະຫາຍຮອງປະທານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ຕະຫຼອດຮອດສະມາຊິກພັກ-ພະນັກງານ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດເຂົ້າຮ່ວມຢ່າງພ້ອມພຽງ.ພິທີດັ່ງກ່າວນີ້ ສະຫາຍ ວັນໄຊ ພອງສະຫວັນ ໄດ້ກ່າວວ່າການເຜີຍແຜ່ເຊື່ອມຊຶມເອກະສານ ເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນຄັ້ງນີ້ ແມ່ນຖືວ່າມີຄວາມໝາຍຄວາມສໍາຄັນທີ່ສຸດ ແລະ ຖືວ່າເປັນຄວາມຮັບຜິດຊອບການເມືອງອັນສູງສຸດ ຂອງບັນດາສະມາຊິກພັກ-ພະນັກງານ ໃນການຄົ້ນຄວ້າກໍາແໜ້ນມະຕິດັ່ງກ່າວ ໃຫ້ມີຄວາມຮັບຮູ້, ຄວາມເຂົ້າໃຈ, ມີຄວາມເປັນເອກະພາບສູງ ແລະ ຄົ້ນຄວ້າຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເຂົ້າສູ່ການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ພ້ອມກັນນັ້ນ, ຍັງເປັນການຫວນຄືນປະຫວັດຕົ້ນກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນປະຕິວັດລາວ ໃນແຕ່ລະໄລຍະ ແລະ ລະນຶກເຖິງມູນເຊື້ອຄວາມພິລະອາດຫານ ຂອງປະຊາຊົນລາວບັນດາເຜົ່າ ໃນການຕໍ່ສູ້ກູ້ຊາດ ຍາດເອົາເອກະລາດຈາກຈັກກະພັດຜູ້ຮຸກຮານ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ. ຫຼັງຈາກນັ້ນ, ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ໃຫ້ກຽດເຜີຍແຜ່ເອກະສານ ຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ເຜີຍແຜ່ເອກະສານ ເນື້ອໃນຈິດໃຈສຳຄັນຂອງໂຄງການ ການເມືອງຂອງພັກປະຊາຊົນປະຕິວັດລາວ ແລະ ເນື້ອໃນຈິດໃຈສຳຄັນຂອງ ບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ຈາກນັ້ນ, ສະຫາຍ ນາງ ປິ່ງຄຳ ລາຊະສິມມາ ກຳມະການສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ກໍໄດ້ເຜີຍແຜ່ເອກະສານ ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ X (2026-2030). ພ້ອມນັ້ນ, ສະຫາຍ ຄຳສຸກ ອອຍຍະວົງ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ຍັງໄດ້ເຜີຍແຜ່ ເອກະສານ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955 - 22 ມີນາ 2026) ແລະ ເອກະສານວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ. ພ້ອມກັນນີ້, ໃນກອງປະຊຸມຍັງໄດ້ຜັດປ່ຽນກັນປະກອບຄຳເຫັນໃສ່ເອກະສານທີ່ຕິດພັນກັບວຽກງານກວດກາ.ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ວັນໄຊ ພອງສະຫວັນ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມເຊິ່ງສະຫາຍໄດ້ເນັ້ນ ບັນດາສະຫາຍເລຂາໜ່ວຍພັກຈົ່ງສັບຊ້ອນເວລານຳເອົາເອກະສານໃນມື້ນີ້ໄປເຜີຍແຜ່ຄືນ ໃຫ້ສະມາຊິກຂອງຕົນເພື່ອໃຫ້ກຳໄດ້ບັນດາເນື້ອໃນທີ່ສຳຄັນ; ໂດຍສະເພາະແມ່ນກ່ຽວກັບວຽກງານກວດກາພັກ, ກວດກາລັດ ແລະ ວຽກງານຕ້ານການສໍ້ລາດບັງຫຼວງ ກໍ່ເປັນວຽກງານຍຸດທະສາດທີ່ສຳຄັນໜຶ່ງໃນການຊຸກຍູ້ຜັກດັນເພື່ອເຮັດໃຫ້ພັກ-ລັດມີຄວາມເຂັ້ມແຂງ,​ ເພື່ອເຮັດໃຫ້ປະເທດຊາດມີຄວາມໝັ້ນຄົງ ແລະ ຂະຫຍາຍຕົວ, ວຽກງານກວດກາເປັນວຽກທີ່ຕັດສິນເຖິງຄວາມໝັ້ນຄົງຂອງປະເທດຊາດ, ເປັນເຄື່ອງມືໜຶ່ງໃນການປົກປ້ອງພັກ ເພື່ອຮັບປະກັນໃຫ້ພັກມີຄວາມປອດໃສເຂັ້ມແຂງ, ຖ້າເຮົາເຮັດວຽກງານກວດກາໄດ້ດີກໍ່ຈະເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມມີການເຕີບໂຕເພາະຈະສ້າງຄວາມເຊື່ອໝັ້ນໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ພ້ອມນັ້ນກໍ່ເນັ້ນໃຫ້ວຽກງານກວດກາຕ້ອງຫັນເປັນທັນສະໄໝ ເພື່ອຮັບປະກັນຄວາມວ່ອງໄວ, ຊັດເຈນ ແລະ ຖືກຕ້ອງ, ສຳລັບພະນັກງານຜູ້ທີ່ເຮັດວຽກງານກວດກາກໍຕ້ອງຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມສາມາດ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານມີປະສິດທິພາບ ແລະ ປະສິດທິຜົນຂຶ້ນເລື້ອຍໆ.

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)