ພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ ແລະ ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ ຢູ່ ກະຊວງການເງິນ

30/03/2026

ພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ ແລະ ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ ຢູ່ ກະຊວງການເງິນ

ໃນຕອນເຊົ້າຂອງວັນທີ 26 ມີນາ 2026, ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ອົງການກວດກາແຫ່ງລັດ ຮ່ວມກັບ ກົມກວດກາ ກະຊວງການເງິນ ຈັດພິທີສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ (9 ທັນວາ 2003 ຫາ 9 ທັນວາ 2025) ແລະ ແລະ ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ (16 ກຸມພາ 1982 - 16 ກຸມພາ 2026) ຂຶ້ນ ຢູ່ທີ່ຫ້ອງປະຊຸມ ກົມສ່ວຍສາອາກອນ, ໂດຍການເປັນປະທານຂອງ ທ່ານ ພູວົງ ກິດຕິວົງ, ປະທານກວດກາພັກກະຊວງ, ຮອງລັດຖະມົນຕີກະຊວງການເງິນ, ມີບັນດາຄະນະກົມ-ທຽບເທົ່າ, ສະຖາບັນ, ຜູ້ອຳນວຍການລັດວິສາຫະກິດ, ຕາງໜ້າຈາກອົງການກວດກາແຫ່ງລັດ, ຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ທີ່ຂຶ້ນກັບກະຊວງການເງິນເຂົ້າຮ່ວມ.

ໂອກາດນີ້, ທ່ານ ພູວົງ ກິດຕິວົງ ໄດ້ກ່າວເປີດພິທີ ພ້ອມທັງຍົກໃຫ້ເຫັນເຖິງຜົນຮ້າຍ, ຄວາມເປັນອັນຕະລາຍຂອງການສໍ້ລາດບັງຫຼວງ ແລະ ຄວາມໝາຍ, ຄວາມສຳຄັນຂອງວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ພ້ອມທັງມີບາງຄຳເຫັນເປັນຕົ້ນ ໃຫ້ທຸກພາກສ່ວນເດັດດ່ຽວຕ້ານການສໍ້ລາດບັງຫຼວງທຸກຮູບແບບ, ຮຽກຮ້ອງໃຫ້ພະນັກງານ-ລັດຖະກອນ ປະຕິເສດການຫາຜົນປະໂຫຍດສ່ວນຕົວ ທີ່ສົ່ງຜົນກະທົບກໍ່ຄວາມເສຍຫາຍຕໍ່ປະເທດຊາດ, ພະນັກງານທຸກຄົນຕ້ອງຮ່ວມແຮງຮ່ວມໃຈເປັນແບບຢ່າງ, ມີສະຕິຕື່ນຕົວຕໍ່ວຽກງານຕ້ານການສໍ້ລາດບັງຫຼວງ, ເພີ່ມທະວີການຊີ້ນຳບັນຊາວຽກງານກວດກາໃຫ້ເຂັ້ມງວດ ລົງເລິກ ແລະ ຕໍ່ເນື່ອງ. ຈາກນັ້ນ, ທ່ານ ຂັນຄຳ ໄຊຍະວົງ, ຮັກສາການຫົວໜ້າກົມກວດກາລັດ ກະຊວງການເງິນ ກໍ່ໄດ້ຜ່ານບົດລາຍງານວຽກງານອັນພົ້ນເດັ່ນ ຂອງວຽກງານກວດກາລັດ ແລະ ວຽກງານຕ້ານການສໍ້ລາດບັງຫຼວງຂອງຂະແໜງການເງິນ. ນອກຈາກນີ້, ທ່ານ ເທບພະໄທ ພັນກ້າ ຮອງຫົວໜ້າກົມຕ້ານ ແລະ ສືບສວນການສໍ້ລາດບັງຫຼວງ ອົງການກວດກາແຫ່ງລັດ ກໍ່ໄດ້ປາຖະກະຖາ ວັນສ້າງຕັ້ງອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 44ປີ, ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງອົງການຕ້ານການສໍ້ລາດບັງຫຼວງ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນສຳເລັດໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຂອງ ສປປ ລາວ ໃນແຕ່ລະໄລຍະ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ ຫວນຄືນຄວາມເປັນມາຂອງວັນຕ້ານການສໍ້ລາດບັງຫຼວງ ແລະ ຍົກໃຫ້ເຫັນຜົນຮ້າຍ ແລະ ຄວາມອັນຕະລາຍ ຂອງການສໍ້ລາດບັງຫຼວງ ທີ່ເປັນອາຊະຍາກໍາໜຶ່ງທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງທັງພາກລັດ ແລະ ເອກະຊົນ, ເປັນໄພອັນຕະລາຍອັນໃຫຍ່ຫຼວງທີ່ສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃນໂລກບໍ່ວ່າຈະເປັນປະເທດນ້ອຍ ຫຼື ໃຫຍ່, ທຸກຍາກ ຫຼື ຮັ່ງມີ ກໍ່ລ້ວນແຕ່ໄດ້ຮັບຜົນກະທົບ. ນອກຈາກນີ້, ໃນພິທີກໍໄດ້ມີການເຜີຍແຜ່ແນະນຳວຽກງານການແຈ້ງຊັບສິນ ຂອງພະນັກງານອີກດ້ວຍ.

ໃນຕອນທ້າຍ ຂອງພິທີຍັງໄດ້ມີການແລກປ່ຽນບົດຮຽນ ແລະ ກິດຈະກຳ ຖາມ-ຕອບ ກ່ຽວກັບວຽກງານກວດກາ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມຮັບຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານດັ່ງກ່າວເພີ່ມຕື່ມອີກ.

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)