30/03/2026
ໃນຕອນເຊົ້າຂອງວັນທີ 18 ມີນາ 2026, ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຂອງອົງການກວດກາແຫ່ງລັດ ຮ່ວມກັບ ລັດວິສາຫະກິດການບິນລາວ ຈັດພິທີສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ (9 ທັນວາ 2003 ຫາ 9 ທັນວາ 2025) ພາຍໃຕ້ຄຳຂວັນ “ຮ່ວມແຮງຮ່ວມໃຈກັບໄວໜຸ່ມ ຕ້ານການສໍ້ລາດບັງຫຼວງ ເພື່ອສ້າງອະນາຄົດອັນສົດໃສ” ຢູ່ທີ່ຫ້ອງປະຊຸມ ລັດວິສາຫະກິດການບິນລາວ. ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສຸພາວົງ ວັນທານຸວົງ ກໍາມະການຄະນະບໍລິຫານພັກ, ເລຂາໜ່ວຍພັກ, ຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຂອງອົງການກວດກາແຫ່ງລັດ ແລະ ທ່ານ ສະເຫຼີມ ໄຕຍະລາດ ຮອງເລຂາໜ່ວຍພັກ, ຮັກສາການຜູ້ອໍານວຍການໃຫຍ່ ລັດວິສາຫະກິດການບິນລາວ, ມີທ່ານ ສີພັນດອນ ສຸພັນທອນ ກໍາມະການຄະນະບໍລິຫານພັກກະຊວງ, ຮອງປະທານກວດກາຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມກວດກາ ກະຊວງໂຍທາທິການ ແລະ ຂົນສົ່ງ, ຄະນະພະແນກ, ຫ້ອງການ, ຜູ້ກວດກາ 03 ອົງການຈັດຕັ້ງມະຫາຊົນ, ຜູ້ກວດກາສາຂາ ແລະ ກອງເລຂາຊ່ວຍວຽກຄະນະພັກຮາກຖານ, ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງລັດວິສາຫະກິດ ການບິນລາວ ເຂົ້າຮ່ວມທັງໝົດ 67 ທ່ານ, ຍິງ 30 ທ່ານ ຢ່າງພ້ອມພຽງ.

ພິທີດັ່ງກ່າວທ່ານ ສະເຫຼີມ ໄຕຍະລາດ ໄດ້ກ່າວເປີດພິທີ ພ້ອມທັງຍົກໃຫ້ເຫັນເຖິງຜົນຮ້າຍຂອງການສໍ້ລາດບັງຫຼວງ ແລະ ທັງແມ່ນອາດຊະຍາກໍາໜຶ່ງທີ່ເກີດຂຶ້ນ ໃນກົງຈັກການຈັດຕັ້ງຂອງພັກ-ລັດ, ເອກະຊົນ ແລະ ສັງຄົມ, ເປັນໄພອັນຕະລາຍທີ່ສົ່ງຜົນກະທົບ, ສ້າງຄວາມເສຍຫາຍ ແລະ ກົດໜ່ວງຖ່ວງດຶງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ເປັນໄພຂົ່ມຂູ່ ແລະ ບັ່ນທອນ ຕໍ່ສະຖຽນລະພາບທາງດ້ານການເມືອງ, ການສໍ້ລາດບັງຫຼວງແມ່ນສົ່ງຜົນກະທົບໂດຍກົງຕໍ່ລາຍໄດ້ຂອງຊາດ, ງົບປະມານໃນການພັດທະນາຂອງລັດ, ໂດຍເຫັນໄດ້ຜົນສະທ້ອນອັນໃຫ່ຍຫຼວງ ແລະ ໄພອັນຕະລາຍທີ່ຮ້າຍແຮງຂອງການສໍ້ລາດບັງຫຼວງດັ່ງກ່າວ ພັກ ແລະ ລັດຖະບານແຫ່ງ ສປປ ລາວ ຍາມໃດກໍ່ຖືສໍາຄັນ ແລະ ເປັນໜ້າທີ່ຄວາມຮັບຜິດຊອບຂອງຕົນ ພ້ອມທັງໄດ້ເອົາໃຈໃສ່ຢ່າງໃກ້ຊິດ ຕໍ່ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ໂດຍຖືເອົາວຽກນີ້ເປັນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງຂອງພັກ-ລັດ ແລະ ການຈັດຕັ້ງທຸກຂັ້ນ, ຫຼັງຈາກນັ້ນ, ທ່ານ ແອຕໍ່າ ວົງພະຈັກ ປະທານກວດກາໜ່ວຍພັກ, ຫົວໜ້າພະແນກກວດກາ ລັດວິສາຫະກິດການບິນລາວ ກໍໄດ້ຂຶ້ນລາຍງານຜົນສໍາເລັດການເຄື່ອນໄຫວວຽກງານກວດກາ ໃນໄລຍະ 01 ປີຜ່ານມາ ແລະ ທ່ານ ສຸພາວົງ ວັນທານຸວົງ ກໍ່ໄດ້ເຜີຍແຜ່ການຈັດຕັ້ງປະຕິບັດ ສົນທິສັນຍາ ສປຊ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ການເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສປປ ລາວ.

ໃນຕອນທ້າຍຂອງພິທີ, ທ່ານ ພັນມະຫາ ສິລິພົນເດດ ຫົວໜ້າພະແນກ ສະກັດກັ້ນການສໍ້ລາດບັງຫຼວງ ກໍ່ໄດ້ຂຶ້ນເຜີຍແຜ່ຜົນຮ້າຍ ແລະ ຄວາມອັນຕະລາຍ ຂອງການສໍ້ລາດບັງຫຼວງ ແລະ ຄວາມຮູ້ພື້ນຖານ ຂອງການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ. ນອກຈາກນີ້, ໃນພິທີ ຍັງໄດ້ມີກິດຈະກໍາຖາມ-ຕອບ ເພື່ອທົດສອບຄວາມຮັບຮູ້ເຂົ້າໃຈ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຕື່ມອີກ.


