ພະນັກງານອົງການກວດກາລັດ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງຂອບເຂດຊາຍແດນ ແລະ ວຽກງານສືບສວນທາງດ້ານການເງິນ ຢູ່ ແຂວງຊຽງຣາຍ, ຣາຊະອານາຈັກໄທ

04/03/2026

ພະນັກງານອົງການກວດກາລັດ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງຂອບເຂດຊາຍແດນ ແລະ ວຽກງານສືບສວນທາງດ້ານການເງິນ ຢູ່ ແຂວງຊຽງຣາຍ, ຣາຊະອານາຈັກໄທ

ໃນລະຫ່ວາງວັນທີ 22-28 ກຸມພາ 2026, ພະນັກງານອົງການກວດກາລັດ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງຂອບເຂດຊາຍແດນ ແລະ ວຽກງານສືບສວນທາງດ້ານການເງິນ ຢູ່ ແຂວງຊຽງຣາຍ, ຣາຊະອານາຈັກໄທ, ມີພະນັກງານອົງການກວດກາລັດ ສປປ ລາວ ເຂົ້າຮ່ວມທັງໝົດ 20 ທ່ານ, ຍິງ 06 ທ່ານ; ໃນນີ້, ມີພະນັກງານຈາກອົງການກວດກາແຫ່ງລັດ ຈໍານວນ 10 ທ່ານ, ຍິງ 04 ແລະ ຈາກອົງການກວດກາລັດບັນດາແຂວງພາກເໜືອ ຈໍານວນ 10 ທ່ານ, ຍິງ 02 ທ່ານ.
ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ ກໍ່ແມ່ນເພື່ອເສີມສ້າງຄວາມຮູ້ ກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງຂອບເຂດຊາຍແດນ ແລະ ວຽກງານສືບສວນທາງການເງິນ ໃຫ້ແກ່ພະນັກງານອົງການກວດກາລັດ, ຜູ້ເຮັດວຽກງານຕ້ານການສໍ້ລາດບັງຫຼວງ, ແລກປ່ຽນຂໍ້ມູນຂ່າວສານ, ປະສົບການ ແລະ ຄວາມເຂົ້າໃຈລະຫວ່າງ 02 ປະເທດ ລາວ-ໄທ ເພື່ອແນ່ໃສ່ສ້າງຂີດຄວາມສາມາດໃນການປ້ອງກັນ, ກວດພົບ ແລະ ຕີຖອຍຄວາມສ່ຽງການຍຶດຖືຫຼັກຄຸນນະທໍາ-ຄວາມຊື່ສັດ ແລະ ອາດຊະຍະກຳຂ້າມຊາຍແດນ.
ການຝຶກອົບຮົມໃນຄັ້ງນີ້ປະກອບມີ ຫົວຂໍ້ສະເພາະຄື: (1) ຫຼັກການພື້ນຖານ: ການປະພຶດທາງສິນທໍາ ແລະ ການປະພຶດທີ່ເປັນຄວາມຜິດທາງກົດໝາຍໃນຂອບເຂດຊາຍແດນ; (2) ການຕິດຕາມ ການໄຫຼວຽນຂອງເງິນທຶນທີ່ຜິດກົດໝາຍ ແລະ ທຸລະກໍາລະຫວ່າງປະເທດ; (3) ການສືບສວນອາຊະຍາກຳທາງອິນເຕີເນັດ ແລະ ການເງິນ; (4) ລະບົບຕ່ອງໂສ້ຂອງຫຼັກຖານໃນການສືບສວນທາງການເງິນ; (5) ເຕັກນິກການຄຸ້ມຄອງພະຍານ ແລະ ຜູ້ຕ້ອງສົງໄສ; (6) ການສືບສວນແບບປິດ ໃນການສືບສວນທາງດ້ານການເງິນ; (7) ການວາງແຜນການດໍາເນີນງານ, ວິທີການເຊື່ອມໂຍງ ວຽກງານ ລະຫວ່າງອົງການຕ່າງໆ; (8) ການວິເຄາະ ແລະ ສ້າງແຜນທີ່ ເຄືອຂ່າຍທາງການເງິນ; (9) ເສີມຂະຫຍາຍການສືບສວນດ້ານການເງິນດ້ວຍເຕັກນິກການວິເຄາະທຶນ. ເຊິ່ງນໍາສະເໜີບົດຮຽນ ໂດຍຊ່ຽວຊານ ທີ່ມາຈາກອົງການ UNODC.
ຜ່ານການຝຶກອົບຮົມຄັ້ງນີ້ ແມ່ນເຮັດໃຫ້ສໍາມະກອນຝ່າຍລາວ ມີຄວາມຮັບຮູ້ ແລະ ເຂົ້າໃຈອັນໃໝ່ ຕໍ່ກັບບົດຮຽນວຽກງານຕ້ານການສໍ້ລາດບັງຫຼວງຂອບເຂດຊາຍແດນ ແລະ ວຽກງານງານສືບສວນທາງດ້ານການເງິນ, ເຊິ່ງກໍາໄດ້ເນື້ອໃນທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ເພື່ອນໍາໄປໝູນໃຊ້ໃຫ້ເໝາະສົມເຂົ້າໃນຂົງເຂດວຽກງານຕົວຈິງ ຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.
 
 

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)