04/03/2026
ໃນຕອນເຊົ້າຂອງວັນທີ 27 ກຸມພາ 2026 ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈັດພິທີປະກາດການແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ໂດຍການໃຫ້ກຽດເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ, ຄະນະປະຈຳພັກ, ບັນດາທ່ານຫົວໜ້າກົມ, ຮອງກົມຕະຫຼອດຮອດສະມາຊິກພັກ-ພະນັກງານລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 020/ປປທ, 021/ປປທ, 022/ປປທ, 023/ປປທ, 024/ປປທ, 025/ປປທ ວ່າດ້ວຍການແຕ່ງຕັ້ງຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ຈຳນວນ 6 ສະບັບຄື: ແຕ່ງຕັ້ງທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ເປັນ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ; ແຕ່ງຕັ້ງທ່ານ ນາງ ປີ່ງຄຳ ລາຊະສິມມາ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ເປັນ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ; ແຕ່ງຕັ້ງທ່ານ ສຸກຄຳເພັດ ເຮືອງບຸດສີ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ເປັນ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ; ແຕ່ງຕັ້ງທ່ານ ຄຳສຸກ ອອຍຍະວົງ ຮອງປະທານຄະນະກວດກາສູນກາງພັກ ເປັນ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ; ແຕ່ງຕັ້ງທ່ານ ຊົມຊື່ນ ໄຊເກີຢາຈົງຕົວ ຮອງປະທານຄະນະກວດກາສູນກາງພັກ ເປັນ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ; ແຕ່ງຕັ້ງທ່ານ ກົງໃຈ ວິລະສັກ ຮອງປະທານຄະນະກວດກາສູນກາງພັກ ເປັນ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ.
ພ້ອມນີ້ ທ່ານ ຄຳສຸກ ອອຍຍະວົງ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ກໍ່ໄດ້ຜ່ານ ຂໍ້ຕົກລົງ ຂອງຄະນະກວດກາສູນກາງພັກ ສະບັບເລກທີ 73/ຄກສພ, ລົງວັນທີ 26 ກຸມພາ 2026 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ມາດຕາ1 ແຕ່ງຕັ້ງທ່ານ ນາງ ຫັດທາ ເຍຍປາວເຮີ ຫົວນ້າພະແນກ ເປັນຮອງຫົວໜ້າກົມຈັດຕັ້ງ-ພະນັກງານ; ຜ່ານຂໍ້ຕົກລົງ ຂອງອົງການກວດກາແຫ່ງລັດ ສະບັບເລກທີ81/ອກຫລ, ລົງວັນທີ 26 ກຸມພາ 2026 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມກວດກາລັດ ອົງການກວດກາແຫ່ງລັດ ມາດຕາ1 ແຕ່ງຕັ້ງ ທ່ານ ວິນາລັດ ສະລາມານີ ຫົວໜ້າພະແນກ ເປັນຮອງຫົວໜ້າກົມກວດກາລັດ ອົງການກວດກາແຫ່ງລັດ; ສະບັບເລກທີ 82/ອກຫລ, ລົງວັນທີ 26 ກຸມພາ 2026 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມກວດກາລັດ ອົງການກວດກາແຫ່ງລັດ ມາດຕາ1 ແຕ່ງຕັ້ງ ທ່ານ ພອນແກ້ວ ສີຫອມວົງ ຫົວໜ້າພະແນກ ເປັນຮອງຫົວໜ້າກົມກວດກາລັດ ອົງການກວດກາແຫ່ງລັດ.





