06/02/2026
ໃນຕອນບ່າຍຂອງວັນທີ 23 ມັງກອນ 2026 ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອອງ ຊິວ ເກ (Ong Siew Gay) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ສິງກະໂປ ປະຈຳ ສປປ ລາວ ຢູ່ທີ່ຫ້ອງຮັບແຂກຂອງຄະນະກວດກາສູນກາງພັກ.

ໃນໂອກາດນີ້, ທ່ານ ວິໄລວັນ ບຸດດາຄຳ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ອອງ ຊິວ ເກ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ ມາດໍາລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ສິງກະໂປ ປະຈຳ ສປປ ລາວ ເຊິ່ງເປັນການສະແດງເຖິງ ຄວາມໄວ້ເນື້ອເຊື່ອໃຈສູງຂອງພັກ, ລັດ ແລະ ປະຊາຊົນ ສິງກະໂປ ຕໍ່ ຜົນງານການປະກອບສ່ວນຢ່າງຕັ້ງໜ້າຂອງ ທ່ານ ເອກອັກຄະລັດຖະທູດ ເຂົ້າໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ພັກ, ລັດ ສປປ ລາວ ແລະ ພັກ, ລັດ ສ.ສິງກະໂປ, ເວົ້າສະເພາະ ກໍແມ່ນການເພີ່ມທະວີການຮ່ວມມືດ້ານວຽກງານຕ່າງໆລະຫວ່າງ ລາວ-ສິງກະໂປ ໃຫ້ນັບມື້ແໜ້ນແຟ້ນ ແລະ ເຕີບໃຫ່ຍຂຶ້ນເລື້ອຍໆໄປ. ນອກຈາກນີ້, ທ່ານ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືລະຫວ່າງລາວ-ສິງກະໂປ ໂດຍສະເພາະ, ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນ ສິງກະໂປ ຕໍ່ການຊ່ວຍເຫຼືອ ອັນລໍ້າຄ່າໃນໄລຍະຜ່ານມາ ພ້ອມທັງສະເໜີໃຫ້ສືບຕໍ່ການຊ່ວຍເຫຼືອທາງດ້ານການສ້າງຊັບພະຍາກອນມະນຸດ, ການຈັດຝຶກອົບຮົມພາສາອັງກິດ, ວິຊາການທີ່ກ່ຽວຂ້ອງໃຫ້ແກ່ບັນດາພະນັກງານ-ລັດຖະກອນ, ການແລກປ່ຽນບົດຮຽນລະຫວ່າງຄະນະຜູ້ແທນ, ການນໍາຂັ້ນສູງຂອງທັງສອງປະເທດ ໃນຂົງເຂດວຽກງານຕ້ານການສໍ້ລາດບັງຫຼວງ ແລະ ການຮ່ວມມື ສອງຝ່າຍຮ່ວມກັບອົງການຕ້ານການສໍ້ລາດບັງຫຼວງຂອງສິງກະໂປ (CPIB), ລວມທັງການສົ່ງບັນດາຜູ້ ຊ່ຽວຊານ ເຂົ້າມາຊ່ວຍເຫຼືອໃນຂະແໜງການຕ້ານການສໍ້ລາດບັງຫຼວງ. ໃນຕອນທ້າຍ ທ່ານ ອອງ ຊິວ ເກ ກໍ່ໄດ້ສະແດງຄວາມຂອບໃຈທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຈະສືບຕໍ່ຮ່ວມມືກັບ ສປປ ລາວ ເວົ້າລວມ, ເວົ້າສະເພາະກໍຄືໃນຂົງເຂດວຽກງານຕ້ານການສໍ້ລາດບັງຫຼວງອີກດ້ວຍ.


