20/01/2026
ໃນຕອນເຊົ້າຂອງວັນທີ 15 ມັງກອນ 2026 ທີ່ສຳນັກງານອົງການປົກຄອງເມືອງປາກງື່ມ ໄດ້ຈັດພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ (9 ທັນວາ 2003 ຫາ 9 ທັນວາ 2025) ຂຶ້ນ. ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ຄຳໝູນ ຕຽງທະລາດ ກຳມະການພັກນະຄອນຫຼວງວຽງຈັນ, ເລຂາພັກເມືອງປາກງື່ມ, ທ່ານ ນາງ ອາມິດຕາ ສີປະມວນ ປະທານອົງການກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງເມືອງປາກງື່ມ ແລະ ທ່ານ ເທບພະໄທ ພັນກ້າ ຮອງຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງອົງການກວດກາແຫ່ງລັດ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ, ກຳລັງ ປກຊ-ປກສ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ນາງ ອາມິດຕາ ສີປະມວນ ໄດ້ກ່າວເປີດພິທີພ້ອມທັງຍົກໃຫ້ເຫັນເຖິງຄວາມໝາຍ, ຄວາມສຳຄັນຂອງວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຜົນຮ້າຍ, ຄວາມເປັນອັນຕະລາຍຂອງການສໍ້ລາດບັງຫຼວງ. ພ້ອມດຽວກັນນັ້ນ, ຍັງໄດ້ຮັບຟັງການລາຍງານການເຄື່ອນໄຫວວຽກງານຕ້ານການສໍ້ລາດບັງຫຼວງຂອງເມືອງປາກງື່ມ ເຊິ່ງເຫັນໄດ້ວ່າວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ບໍ່ແມ່ນວຽກສະເພາະຂອງອົງການຈັດຕັ້ງໃດໜຶ່ງ ແຕ່ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນ ທີ່ຈະຕ້ອງເປັນເຈົ້າການເຂົ້າຮ່ວມການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຫຼັງຈາກນັ້ນ ທ່ານ ເທບພະໄທ ພັນກ້າ ກໍ່ໄດ້ເຜີຍແຜ່ປະຫວັດຄວາມເປັນມາຂອງວັນຕ້ານການສໍ້ລາດບັງຫຼວງສາກົນ, ການເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຂອງ ສປປ ລາວ ແລະ ໄດ້ຍົກໃຫ້ເຫັນຜົນຮ້າຍ ແລະ ຄວາມອັນຕະລາຍຂອງການສໍ້ລາດບັງຫຼວງ ແລະ ຄວາມຮູ້ພື້ນຖານຂອງການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຕື່ມອີກ.
ໃນຕອນທ້າຍພິທີ ທ່ານ ພັນມະຫາ ສິລິພົນເດດ ຫົວໜ້າພະແນກສະກັດກັ້ນການສໍ້ລາດບັງຫຼວງ ກໍ່ໄດ້ຂຶ້ນເຜີຍແຜ່ຄວາມຮູ້ພື້ນຖານໃນວຽກງານການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ. ນອກຈາກນີ້, ຍັງໄດ້ມີກິດຈະກໍາຖາມ-ຕອບ ເພື່ອທົດສອບຄວາມຮັບຮູ້ເຂົ້າໃຈກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງອີກດ້ວຍ.


