ພິທີສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ ປະຈຳປີ 2025 ພາຍໃຕ້ຄໍາຂັວນ “ຮ່ວມແຮງ ຮ່ວມໃຈ ກັບໄວໜຸ່ມ ໃນການຕ້ານການສໍ້ລາດບັງຫຼວງ ເພື່ອສ້າງອານາຄົດອັນສົດໃສ”

09/12/2025

ພິທີສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ ປະຈຳປີ 2025 ພາຍໃຕ້ຄໍາຂັວນ “ຮ່ວມແຮງ ຮ່ວມໃຈ ກັບໄວໜຸ່ມ ໃນການຕ້ານການສໍ້ລາດບັງຫຼວງ ເພື່ອສ້າງອານາຄົດອັນສົດໃສ”

ໃນວັນທີ 08 ທັນວາ 2025, ອົງການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຈັດພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ (9/12/2003-9/12/2025) ຂຶ້ນ ຢູ່ທີ່ສະໂມສອນຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ,  ມີຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ UNODC, ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ICBC, ຕາງໜ້າ ທູດ ຕານຸທູດ, ແຂກຖືກເຊີນຈາກບັນດາກະຊວງ-ອົງການ, ລັດວິສາຫະກິດ ແລະ ຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມທັງໝົດ 267ທ່ານ, ຍິງ 97 ທ່ານ. 

ໃນພິທີ ທ່ານ ວິໄລວັນ ບຸດດາຄຳ ໄດ້ຫວນຄືນ ຄວາມເປັນມາຂອງວັນຕ້ານການສໍ້ລາດບັງຫຼວງສາກົນ, ໂດຍຍົກໃຫ້ເຫັນຜົນຮ້າຍ ແລະ ຄວາມເປັນອັນຕະລາຍ ຂອງການສໍ້ລາດບັງຫຼວງ ທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງຂອງພັກ-ລັດ, ເປັນໄພອັນຕະລາຍອັນໃຫຍ່ຫຼວງທີ່ສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດໃນໂລກ ບໍ່ວ່າຈະແມ່ນປະເທດນ້ອຍ ຫຼື ໃຫຍ່, ທຸກຍາກ ຫຼື ຮັ່ງມີກໍ່ລ້ວນແຕ່ມີຜົນກະທົບເຊັ່ນດຽວກັນ; ການສໍ້ລາດບັງຫຼວງພວມເປັນໄພຂົ່ມຂູ່ຕໍ່ຄວາມມີສະຖຽນລະພາບຂອງການຈັດຕັ້ງລັດ ແລະ ເອກະຊົນ, ກໍ່ໃຫ້ເກີດມີຄວາມບໍ່ສະຫງົບ, ຄວາມບໍ່ຍຸຕິທໍາໃນສັງຄົມ, ເປັນການບັ່ນທອນກໍາລັງແຮງກໍ່ຄືຄວາມເຊື່ອໝັ້ນ ແລະ ຄ່ານິຍົມຂອງສັງຄົມຕໍ່ບັນດາສະຖາບັນການປົກຄອງ ແລະ ການຈັດຕັ້ງຕ່າງໆ, ຍ້ອນເຫັນໄດ້ຜົນຮ້າຍ ແລະ ໄພອັນຕະລາຍຂອງການສໍ້ລາດບັງຫຼວງຄືດັ່ງກ່າວຈຶ່ງໄດ້ມີການຄົ້ນຄວ້າສ້າງກໍານົດໝາຍສາກົນ ເພື່ອເປັນບ່ອນອີງໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ປະເທດນັບທັງຢູ່ໃນຂົງເຂດພາກພື້ນ ແລະ ສາກົນ ເພື່ອພ້ອມກັນສະກັດກັ້ນ ແລະ ຕໍ່ສູ້ຢ່າງມີປະສິດຕິຜົນຕໍ່ການກະທໍາ ຫຼື ພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງ.

ດັ່ງນັ້ນ, ກອງປະຊຸມໃຫຍ່ ອົງການສະຫະປະຊາຊາດປີ 2000 ຈຶ່ງໄດ້ມີມະຕິເລກທີ 55/61, ລົງວັນທີ 4 ທັນວາ 2000 ກໍານົດຄວາມຈໍາເປັນໃນການສ້າງກົດບັດສາກົນໃນການສະກັດກັ້ນແລະ ຕ້ານການສໍ້ລາດບັງຫຼວງ. ຈາກນັ້ນ, ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການ ຕ້ານການສໍ້ລາດບັງຫຼວງ ໄດ້ຖືກຮັບຮອງເອົາຢ່າງເປັນເອກະສັນໃນວັນທີ 18 ທັນວາ 2002 ທີ່ ນິວ ຢອກ, ສະຫະລັດອາເມລິກາ ແລະ ໄດ້ເປີດໃຫ້ປະເທດຕ່າງໆ ລົງນາມເຂົ້າເປັນສະມາຊິກໃນວັນທີ 9 ຫາ11 ທັນວາ 2003 ທີ່ ເມືອງເມລິດາ, ປະເທດແມັກຊີໂກ. ມາຮອດປະຈຸບັນມີ 190 ປະເທດເຂົ້າເປັນພາຄີ. ສໍາລັບ ສປປ ລາວ ແມ່ນໄດ້ລົງນາມໃນວັນທີ 10 ທັນວາ 2003 ແລະ ໄດ້ໃຫ້ ສັດຕະຍາບັນໃນວັນທີ 25 ກັນຍາ 2009. ກອງປະຊຸມອົງການສະຫະປະຊາຊາດ ປີ 2003 ຍັງໄດ້ ອອກຍັດຕິ 58/4 ກຳນົດເອົາວັນທີ 9 ທັນວາ ຂອງທຸກໆປີ ເປັນວັນຕ້ານການສໍ້ລາດບັງຫຼວງສາກົນ. ນັບແຕ່ນັ້ນມາ, ວັນທີ 9 ທັນວາ ໄດ້ກາຍເປັນວັນທີ່ມີຄວາມໝາຍສໍາຄັນແຫ່ງຄວາມສາ ມັກຄີ ໃນ ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ຂອງບັນດາປະຊາຊາດໃນໂລກ.

ໂດຍເຫັນໄດ້ຜົນສະທ້ອນອັນໃຫຍ່ຫຼວງ ແລະ ເປັນໄພອັນຕະລາຍທີ່ຮ້າຍແຮງຄືດັ່ງກ່າວ: ສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານແຫ່ງ ສປປ ລາວ ຈຶ່ງຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຖືເອົາວຽກງານນີ້ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງພັກ-ລັດ ແລະ ການຈັດຕັ້ງທຸກຂັ້ນ ໄດ້ສຸມໃສ່ເຄື່ອນໄຫວວຽກງານກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ. ໃນນັ້ນ, ໄດ້ວາງນະໂຍບາຍ, ມະຕິ, ຄໍາສັ່ງ ແລະ ນິຕິກຳຕ່າງໆ ຫຼາຍສະບັບ ກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ໄດ້ເອົາໃຈໃສ່ສຶກສາອົບຮົມປູກຈິດສຳນຶກໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ,ຕໍາຫຼວດ,ນັກຮຽນ-ນັກສຶກສາ, ປັນຍາຊົນ ແລະ ປະຊາຊົນ ທຸກຊັ້ນຄົນຕ່າງໆ ດ້ວຍຫຼາຍຮູບການ ເພື່ອໃຫ້ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງຕໍ່ຜົນຮ້າຍ ແລະ ໄພອັນຕະລາຍຮ້າຍແຮງຂອງການສໍ້ລາດບັງຫຼວງ; ມີສະຕິເຄົາລົບລະບຽບກົດໝາຍ, ເປັນເຈົ້າການເຂົ້າຮ່ວມການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢ່າງກວ້າງຂວາງ.

ພ້ອມນີ້, ຕາງໜ້າຈາກອົງການ UNODC ແລະ ທະນາຄານ ICBC ກໍ່ໄດ້ໃຫ້ກຽດຂຶ້ນມີຄໍາເຫັນຕໍ່ພິທີ. ຫຼັງຈາກນັ້ນ, ທ່ານ ສຸພາວົງ ວັນທານຸວົງ ຫົວໜ້າກົມຕ້ານ ແລະ ສືບສວນການສໍ້ລາດບັງຫຼວງ ກໍ່ໄດ້ຂຶ້ນເຜີຍແຜ່ຄວາມຮູ້ພື້ນຖານ ກ່ຽວກັບ ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຂອງ. ພ້ອມດຽວກັນນີ້, ໃນພິທີຍັງໄດ້ມີກິດຈະກຳຖາມ-ຕອບຄຳຖາມ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງອີກດ້ວຍ.

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)