ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ (ຮ່າງ) ບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ທາບທາມບຸກຄະລາກອນ ທີ່ຈະອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ຮອບທີ II ແຂວງເຊກອງ

31/10/2025

ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ (ຮ່າງ) ບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ທາບທາມບຸກຄະລາກອນ ທີ່ຈະອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ຮອບທີ II ແຂວງເຊກອງ

ໃນວັນທີ 30 ຕຸລາ 2025 ທີ່ຫ້ອງປະຊຸມໃຫຍ່ຂອງຫ້ອງວ່າການແຂວງເຊກອງ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ (ຮ່າງ) ບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ທາບທາມບຸກຄະລາກອນ ທີ່ຈະອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ຮອບທີ II ຂຶ້ນ, ໂດຍການເປັນປະທານກອງປະຊຸມຂອງ ສະຫາຍ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ໂດຍມີບັນດາຄະນະບໍລິຫານງານພັກແຂວງ, ບັນດາຜູ້ແທນສົມບູນ, ສຳຮອງ 04 ແຂວງ ເຊກອງ, ສາລະວັນ, ຈຳປາສັກ, ອັດຕະປື ແລະ ຜູ້ຕ່າງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.ໃນກອງປະຊຸມ ສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງອັດຕະປື ໄດ້ຂຶ້ນຜ່ານຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI. ຫຼັງຈາກນັ້ນ, ປະທານກອງປະຊຸມ ກໍໄດ້ມີຄຳເຫັນເຈາະຈີ້ມ ແລະ ຊີ້ນຳ ເພື່ອເປັນບ່ອນອີງໃຫ້ຜູ້ແທນປະກອບຄຳຄິດເຫັນຕໍ່ຮ່າງບົດສຳຫຼວດການນໍາພາລວມດັ່ງກ່າວ ແລະ ຜູ້ແທນກອງປະຊຸມກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນຢ່າງກົງໄປກົງມາ ເຮັດໃຫ້ເນື້ອໃນຂອງບົດສຳຫຼວດການນຳພາລວມມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ; ຈາກນັ້ນ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ ກໍໄດ້ຜ່ານຂໍ້ຕົກລົງ ຂອງກົມການເມືອງສູນກາງພັກເລກທີ 20/ກມສພ ລົງວັນທີ 26/09/2025 ວ່າດ້ວຍມາດຕະຖານເງື່ອນໄຂ ຂອງຄະນະບໍລິຫານງານສູນກາງພັກ ແລະ ພະນັກງານຂັ້ນຍຸດທະສາດ ຂອງພັກ-ລັດ ສະໄໝທີ XII. ພ້ອມດຽວກັນນັ້ນ, ປະທານກອງປະຊຸມກໍໄດ້ມີຄຳເຫັນຊີ້ນຳ ຕໍ່ການທາບທາມ ຮອບທີ II ຕໍ່ກຳມະການສົມບູນ, ສຳຮອງສູນກາງພັກ ຮອບທີ II ແລະ ການທາບທາມກໍາມະການກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຮອບທີ I ໂດຍເນັ້ນໃຫ້ຜູ້ແທນກອງປະຊຸມຕ້ອງໄດ້ຄົ້ນຄວ້າຄິດຫງໍາ, ສຸມສະຕິປັນຍາເຂົ້າໃນການເລືອກເຟັ້ນ, ຄັດຈ້ອນ ເອົາຜູ້ທີ່ມີມາດຕະຖານເງື່ອນໄຂຄົບຖ້ວນ, ມີຄວາມຮູ້ຄວາມສາມາດ, ມີຄວາມຮັບຜິດຊອບ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນພາລະກິດປ່ຽນໃໝ່ຂອງພັກເຮົາ.ໃນຕອນທ້າຍກອງປະຊຸມ ສະຫາຍ ຄຳສຸກ ອອຍຍະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ, ຄະນະກວດກາສູນກາງພັກ, ຕ່າງໜ້າອະນຸກຳມະການກົດລະບຽບ ແລະ ບຸກຄະລາກອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ກໍໄດ້ຂຶ້ນແນະນຳລະບຽບການ ແລະ ວິທີຂີດບັດທາບທາມກຳມະການສົມບູນ, ສຳຮອງສູນກາງພັກ ຮອບທີ II; ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຮອບທີ I. ຈາກນັ້ນຜູ້ແທນກອງປະຊຸມກໍໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດເລືອກຕັ້ງທາບທາມບຸກຄະລາກອນ ທີ່ຈະອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ຮອບທີ II ສຳເລັດຕາມຄາດໝາຍທີ່ວາງໄວ້.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)