16/10/2025
ໃນວັນທີ 15-16 ຕຸລາ 2025 ນີ້ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ຄັ້ງທີ VIII ຂຶ້ນ ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ ໂດຍການເປັນປະທານຂອງສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເຈົ້າແຂວງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີຜູ້ຕ່າງໜ້າຈາກຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພະນັກງານອະວຸໂສບຳນານ, ຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 405 ສະຫາຍ, ຍິງ 72 ສະຫາຍ, ໃນນີ້ມີຜູ້ແທນສົມບູນ 325 ສະຫາຍ, ຍິງ 56 ສະຫາຍ.
ໃນກອງປະຊຸມ ສະຫາຍ ພົງສະຫວັນ ສິດທະວົງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ, ຫຼັງຈາກນັ້ນ ກໍໄດ້ຜ່ານບັນດາເອກກະສານຕ່າງໆເປັນຕົ້ນແມ່ນ ຮ່າງລາຍງານການເມືອງ; ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງ; ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງສະໄໝທີ VII; ພ້ອມດຽວກັນນີ້ຜູ້ແທນກອງປະຊຸມກໍ່ໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນຕໍ່ກອງປະຊຸມ. ຈາກນັ້ນ ສະຫາຍ ປອ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ອອກສະໝັກເລືອກຕັ້ງ ແລະ ປະກາດລາຍຊຶ່ຜູ້ອອກສະໝັກຮັບເລືອກຕັ້ງຄະນະບໍລິຫານງານພັກແຂວງຊຸດໃໝ່, ຫຼັງຈາກນັ້ນ ສະຫາຍ ປອ ຄຳພັນ ພົມມະທັດ ໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ ຮຽກຮ້ອງໃຫ້ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ໃຫ້ມີຄວາມຮັບຜິດຊອບສູງໃນການລົງຄະແນນສຽງ, ຂໍໃຫ້ມີການຄົ້ນຄວ້າພິຈາລະນາຢ່າງຖີ່ຖ້ວນ, ເຄົາລົບຫຼັກການລວມສູນປະຊາທິປະໄຕ ເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດເປັນຄົນເຮັດແທ້ທຳຈິງ ແລະ ມີຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານຈະແຈ້ງ, ເລືອກເອົາຜູ້ທີ່ເຂົ້າໃຈເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່, ກໍາໄດ້ສະພາບການຕ່າງໆໃນຂົງເຂດທີ່ຕົນຮັບຜິດຊອບ ສາມາດເຫັນໄດ້ອະນາຄົດໃນຊຸມປີຕໍ່ໄປເຫັນໄດ້ເງື່ອນໄຂໃໝ່, ດໍາເນີນວຽກງານດ້ວຍຄວາມຮັບຜິດຊອບ, ຂ້າພະເຈົ້າເຊື່ອໝັ້ນວ່າບັນດາສະຫາຍຜູ້ແທນກອງປະຊຸມຈະພິຈາລະນາດ້ວຍຄວາມຮັບຜິດຊອບສູງ ເພື່ອເລືອກເອົາບັນດາສະຫາຍຄະນະບໍລິຫານງານພັກແຂວງສະໄໝທີ VIII ໃຫ້ມີທັງຄວາມໜຸ່ມແໜ້ນ, ມີຄວາມສາມັກຄີແຂງແກ່ນ, ມີສະຕິປັນຍາ, ຄວາມຮູ້ຄວາມສາມາດ ນຳພາສ້າງການຫັ້ນປ່ຽນແບບບຸກທະລຸ
ຈາກນັ້ນ ກອງປະຊຸມກໍ່ໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງໄຊຍະບູລີຊຸດໃໝ່ ເຊິ່ງມີຜູ້ອອກສະໝັກເລືອກຕັ້ງທັງໝົດ 41ສະຫາຍ, ຍີງ 9 ສະຫາຍ, ເລືອກເອົາ 37 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາຄະນະປະຈໍາພັກແຂວງ 11 ສະຫາຍ, ຍິງ 2 ສະຫາຍ, ເລືອກເອົາສະຫາຍ ສະຫາຍ ເພັງນິລັນ ຄຳພັນເພັງ ເປັນເລຂາຄະນະບໍລິຫານງານພັກແຂວງ, ເລຶອກເອົາສະຫາຍ ດວງຕາ ໄຊວຸດ ແລະ ສະຫາຍ ປອ ສີສອນພັນ ບຸນສີ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາສະຫາຍ ຄຳເຫຼັກ ແກ້ວວິໄລພອນ ເປັນປະທານ ຄະນະກວດກາພັກແຂວງ; ເລືອກເອົາ ສະຫາຍ ໜູໄຊ ນໍກີຢາ, ສະຫາຍ ສີທອນ ພັນທະວົງ ແລະ ສະຫາຍ ທອງສຸກ ເຊັງທໍ ເປັນຮອງປະທານຄະນະກວດກາພັກແຂວງ. ພ້ອມນີ້ ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ 27 ສະຫາຍ, ຍິງ 4 ສະຫາຍ ແລະ ສຳຮອງ 5 ສະຫາຍ, ຍິງ 1 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.


ຕອນທ້າຍຂອງກອງປະຊຸມສະຫາຍ ປອ ຄຳພັນ ພົມມະທັດ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ກ້ອງປະຊຸມ ແລະ ເນັ້ນໃຫ້ຄະນະບໍລິຫານງານພັກຊຸດໃໝ່ ຢຶດໝັ້ນ ແລະ ເຂົ້າໃຈເລິກເຊິ່ງຈິດໃຈສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານ, ຮັບຜິດຊອບວຽກໃດຕ້ອງເຂົ້າໃຈບັນຫາທີ່ຕ້ອງແກ້ໄຂໃນວຽກນັ້ນ, ເຮັດຮອດໃສຕ້ອງສ້າງການປ່ຽນແປງຮອດຫັ້ນ, ວຽກບໍ່ເດີນຕ້ອງພິຈາລະນາຜູ້ຮັບຜິດຊອບ, ມີການກະທໍາຜິດ ແລະ ສ້າງຜົນເສຍຫາຍຕ້ອງລົງວິໄນຢ່າງເຂັ້ມງວດ ແລະ ທັນການ; ຖືສໍາຄັນການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ, ສະກັດກັ້ນເຄືອຄ່າຍຄ້າຂາຍເຖື່ອນ, ການບຸກລຸກດິນ-ປ່າຂອງລັດທຸກປະເພດ, ສະກັດກັ້ນ ແລະ ທັບມ້າງການເຄື່ອນໄຫວຄ້າມະນຸດ, ການຂົນຍ້າຍ-ຊື້ຂາຍຢາເສບຕິດ ແລະ ອາດສະຍາກໍາອື່ນໆ. ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຈັດຕັ້ງພັກ-ອໍານາດການປົກຄອງແຕ່ລະຂັ້ນຕ້ອງຖືບັນຫານີ້ເປັນວຽກປະຈັນບານ ແລະ ຂັບເຄື່ອນຕາມເນື້ອໃນວາລະແຫ່ງຊາດ; ການພັດທະນາເສດຖະກິດເອກະລາດເປັນເຈົ້າຕົນເອງ ຕ້ອງຕິດພັນກັບການຮັບປະກັນການສະໜອງບັນດາປັດໄຈພື້ນຖານແກ່ການຜະລິດພາຍໃນ; ຮັບປະກັນສົ່ງອອກ-ນໍາເຂົ້າທີ່ມີຄວາມດຸ່ນດ່ຽງ ແລະ ສະເໝີພາບ; ເປັນເຈົ້າການໃນການກໍານົດກົນໄກ ແລະ ການຂັບເຄື່ອນການລົງທຶນໃນບັນດາໂຄງການ ທີ່ຈະນໍາຜົນປະໂຫຍດສູງສຸດແກ່ປະເທດຊາດ; ຮັບປະກັນມີແຫຼ່ງລາຍຮັບພາຍໃນທີ່ນັບມື້ນັບເພີ່ມຂື້ນ, ສາມາດສະສາງໜີ້ສິນ, ສະສົມທຶນແກ່ການພັດທະນາຢ່າງຍືນຍົງ ແລະ ທີ່ສໍາຄັນຮັບປະກັນບັນດາປັດໄຈອັນຈໍາເປັນໃຫ້ປະຊາຊົນມີວຽກເຮັດງານທໍາ-ມີຄວາມໝັ້ນຄົງໃນຊີວິດການເປັນຢູ່; ເອົາໃຈໃສ່ຢ່າງຈິງຈັງຕໍ່ວຽກງານກວດກາຂອງພັກ, ຂອງລັດ; ສະກັດກັ້ນການແກ້ໄຂບັນຫາການສໍ້ລາດບັງຫຼວງໃນຖັນແຖວພະນັກງານ-ສະມາຊິກພັກ; ເພີ່ມການກວດກາຄວາມຮັບຜິດຊອບຂອງການຈັດຕັ້ງໃນການນໍາພາເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່, ການຊີ້ນໍາແກ້ໄຂບັນຫາຕົວຈິງທີ່ເກີດຂຶ້ນຕິດພັນກັບການຕີລາຄາຄວາມຮັບຜິດຊອບການເມືອງຂອງບຸກຄົນຜູ້ນໍາພາແຕ່ລະຂັ້ນ-ແຕ່ລະບ່ອນ, ກວດກາການປະຕິບັດກົດລະບຽບຂອງພັກ ແລະ ຂໍ້ຫ້າມສະມາຊິກພັກ, ພະນັກງານ ກໍຄືການບໍລິຫານຕາມລັດຖະທໍາມະນູນ, ລະບຽບບໍລິຫານຕ່າງໆ, ດໍາເນີນການກວດກາຕາມທິດ“ກວດກາທົ່ວເຖິງ ເລິກເຊິ່ງ ໂປ່ງໃສ ແກ້ໄຂບັນຫາຖືກຕ້ອງ, ເຂັ້ມງວດທັນການ ແລະ ເປັນທໍາ”; ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີVIII, ຮີບຮ້ອນສ້າງແຜນດໍາເນີນງານຂອງຄະນະບໍລິຫານງານພັກແຂວງໂດຍກໍານົດລະດັບບູລິມະສິດໃນການນໍາພາ-ຊີ້ນໍາປະຕິບັດວຽກງານຕົວຈິງຕາມບັນດາຂົງເຂດທີ່ກອງປະຊຸມໃຫຍ່ຮັບຮອງ, ບົນພື້ນຖານນັ້ນປຶກສາຫາລືຕົກລົງແບ່ງງານໃຫ້ແຕ່ລະສະຫາຍໃນຄະນະພັກຢ່າງຈະແຈ້ງ, ກໍານົດຄວາມຮັບຜິດຊອບລວມໝູ່ ແລະ ຄວາມຮັບຜິດຊອບຂອງແຕ່ລະສະຫາຍຕໍ່ຜົນໄດ້ຜົນເສຍໃນການປະຕິບັດ, ເຜີຍແຜ່, ປະຊາສໍາພັນຢ່າງກວ້າງຂວາງທົ່ວເຖິງ ເພື່ອໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຮູ້ເອກະພາບ, ເຊື່ອໝັ້ນ, ສະໜັບສະໜູນ, ກະຕຸ້ນສະຕິເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງປະຊາຊົນ. ພ້ອມກັນນັ້ນ, ບັນດາສະຫາຍທີ່ຮັບຜິດຊອບແຕ່ລະຂົງເຂດວຽກງານສືບຕໍ່ຄົ້ນຄວ້າແລະກໍານົດແຜນປະຕິບັດໃນຂົງເຂດຂອງຕົນຢ່າງຈະແຈ້ງ, ມີຈຸດສຸມ ແລະ ຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາແຕ່ຫົວທີ, ສະເໜີບັນດາສະຫາຍ ຜູ້ແທນສົມບູນ ທີ່ຈະໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທຸ້ມເທຄວາມຮູ້, ສະຕິປັນຍາ ເພື່ອຄົ້ນຄວ້າປະກອບຄໍາເຫັນຕໍ່ບັນດາເອກະສານກອງປະຊຸມໃຫຍ່, ເຊີດຊູຄວາມຮັບຜິດຊອບ ແລະຄວາມຈົ່ງຮັກພັກດີ, ບໍລິສຸດໃຈ ເພື່ອເຂົ້າຮ່ວມເລືອກເຟັ້ນ ແລະ ລົງຄະແນນສຽງ ເລືອກຕັ້ງຜູ້ຈະເຂົ້າໃນ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ປະກອບສ່ວນໂດຍກົງໃນການປັບປຸງຍົກລະດັບຄຸນນະພາບ ແລະ ຄວາມສາມາດນໍາພາ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໃຫ້ສູງຂຶ້ນ.

