ພິທີເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ຂອງໜ່ວຍພັກກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ

15/10/2025

ພິທີເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ຂອງໜ່ວຍພັກກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ

ໃນຕອນບ່າຍຂອງວັນທີ 14 ຕຸລາ 2025, ໜ່ວຍພັກກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນຂຶ້ນ ຢູ່ທີ່ສະໂມສອນຄະນະກວດກາສູນກາງພັກ ໂດຍໃຫ້ກຽດຮ່ວມເປັນປະທານຂອງ ສະຫາຍ ສຸພາວົງ ວັນທານຸວົງ ກຳມະການພັກ, ຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ, ຕາງໜ້າຄະນະພັກ ຄະນະກວດກາສູນກາງພັກ ແລະ ສະຫາຍ ເທບພະໄທ ພັນກ້າ ຮັກສາການເລຂາໜ່ວຍພັກກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ, ມີຄະນະໜ່ວຍພັກ, ຜູ້ຕາງໜ້າຈາກກົມຈັດຕັ້ງ-ພະນັກງານ ແລະ ສະມາຊິກພັກ ພາຍໃນໜ່ວຍພັກກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ເຂົ້າຮ່ວມຢ່າງພ້ອມພຽງ.ໃນພິທີໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກ ຄະນະກວດກາສູນກາງພັກ ວ່າດ້ວຍການອະນຸມັດໃຫ້ໜ່ວຍພັກເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ປະກອບມີ 04 ສະຫາຍ, ຍິງ 01 ສະຫາຍ. ຫຼັງຈາກນັ້ນ, ສະຫາຍ ເທບພະໄທ ພັນກ້າ ຮັກສາການເລຂາໜ່ວຍພັກກົມ ກໍໄດ້ຂຶ້ນກ່າວຮັບເອົາສະມາຊິກພັກ, ເຊິ່ງທັງ 4 ສະຫາຍແມ່ນໄດ້ຜ່ານການຕິດຕາມ ແລະ ຜ່ານການທົດສອບວຽກງານຕົວຈິງ ຈາກຄະນະໜ່ວຍພັກ ແລະ ຜູ້ຕິດຕາມ ໂດຍຖືກຕ້ອງຕາມຂັ້ນຕອນ ແລະ ຕາມກົດລະບຽບຂອງພັກ, ຜ່ານການຕິດຕາມເຫັນໄດ້ວ່າ ທັງ 4 ສະຫາຍ ແມ່ນມີຜົນງານດີເດັ່ນ, ມີຄວາມຫ້າວຫັນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນດ້ານຕ່າງໆ ພ້ອມທັງມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກງານວິຊາສະເພາະ ແລະ ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີທັດສະນະມະຫາຊົນດີ ເຊິ່ງຄົບມາດຖານ ແລະ ເງື່ອນໄຂເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ. ຫຼັງຈາກນັ້ນ, ສະຫາຍ ສຸພາວົງ ວັນທານຸວົງ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ ພ້ອມທັງເນັ້ນໃຫ້ ສະມາຊິກພັກສົມບູນໃໝ່ ຈົ່ງພ້ອມກັນເອົາໃຈໃສ່ ໃນການເຜີຍແຜ່ເຊື່ອມຊຶມບັນດາເອກະສານທີ່ສຳຄັນຕ່າງໆ ແລະ ປະຕິບັດລະບຽບຂອງພັກ, ກົດໝາຍຂອງລັດ, ບັນດາຂໍ້ຫ້າມຕ່າງໆຂອງສະມາຊິກພັກຢ່າງເຂັ້ມງວດ, ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມເຂັ້ມແຂງໃນທຸກດ້ານ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້-ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ-ຈັນຍາທຳໃນວິຊາຊີບ, ຮັກສາຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີການແລກປ່ຽນບົດຮຽນນຳໝູ່ຄະນະ, ມີຄວາມຈິງໃຈໃນການຕຳນິສົ່ງຂ່າວ ເພື່ອກາຍເປັນສະມາຊິກພັກທີ່ດີເດັ່ນໃນຕໍ່ໜ້າ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)