ຄະນະກວດກາແຂວງອຸດົມໄຊ ລົງຊຸກຍູ້ວຽກງານກວດກາປະຈຳປີ 2025 ຢູ່ຄະນະກວດກາ ເມືອງງາ

12/09/2025

ຄະນະກວດກາແຂວງອຸດົມໄຊ ລົງຊຸກຍູ້ວຽກງານກວດກາປະຈຳປີ 2025 ຢູ່ຄະນະກວດກາ ເມືອງງາ

ໃນວັນທີ 8-9 ກັນຍາ 2025 ນີ້ ຄະນະກວດກາແຂວງ ອຸດົມໄຊ ໄດ້ລົງຊຸກຍູ້ວຽກງານກວດກາໃຫ້ແກ່ຄະນະພັກ, ຄະນະກວດກາເມືອງງາ, ກອງປະຊຸມໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມ ຫ້ອງການສຶກສາທິການ ແລະ ກິລາເມືອງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນໂລຍ ຈິນທະລາ ກຳມະການປະຈຳພັກເມືອງ, ປະທານຄະນະກວດກາເມືອງ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທະນູໄຊ ເລືອງສະຫວັດ ຮອງປະທານຄະນະກວດກາແຂວງ, ມີຄະນະພັກ, ຄະນະກວດກາ, ເລຂາ, ຮອງເລຂາ ຄະນະພັກຮາກຖານອ້ອມຂ້າງເມືອງ, ເລຂາ, ຮອງເລຂາໜ່ວຍພັກ ແລະ ຜູ້ເຮັດວຽກງານກວດກາພັກເຂົ້າຮ່ວມທັງໝົດ 34 ສະຫາຍ, ຍິງ 8 ສະຫາຍ.ໃນກອງປະຊຸມ ສະຫາຍ ມີໄຊ ໄລຍະກອນ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕິດຕາມ-ກວດກາ ໄລຍະ 9 ເດືອນທີ່ຜ່ານມາ ແລະ ທິດທາງແຜນການ 3 ເດືອນຕໍ່ໜ້າ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຜົນສໍາເລັດໂດຍສະເພາະ ແມ່ນການລົງຊຸກຍູ້ການດຳເນີນຊີວິດປະຈຳເດືອນຂອງບັນດາໜ່ວຍພັກອ້ອມຂ້າງເມືອງ ແລະ ວຽກງານຕິດຕາມ-ຊຸກຍູ້ການແກ້ໄຂ ເກັບກູ້ກອງທຶນຫຼຸດຜ່ອນຄວາມທຸກຍາກຂອງເມືອງ. ຈາກນັ້ນ, ແຕ່ລະພາກສ່ວນກໍ່ໄດ້ປະກອບຄຳຄິດເຫັນດ້ານວິຊາການ ເພື່ອເປັນການແລກປ່ຽນຖອດຖອນບົດຮຽນຢ່າງກົງໄປກົງມາ ດ້ວຍຫຼາຍບັນຫາ. ພ້ອມດຽວກັນນັ້ນ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ຕົວຈິງຖືກຕ້ອງຕາມກົດລະບຽບຂອງພັກ, ກົດໝາຍຂອງລັດ ສະຫາຍ ທະນູໄຊ ເລືອງສະຫວັດ ກໍ່ໄດ້ຕອບບັນຫາ ທີ່ຜູ້ເຂົ້າຮ່ວມແຕ່ລະພາກສ່ວນສະເໜີຂຶ້ນ, ພ້ອມທັງເນັ້ນໃສ່ກົດລະບຽບຂອງພັກໃນການຊັບຊ້ອນ, ຍົກຍ້າຍ ແລະ ດຳເນີນຊີວິດພັກປະຈຳ 1 ເດືອນ, 3 ເດືອນ, 6 ເດືອນ ແລະ ປະຈໍາປີໃຫ້ເປັນປົກກະຕິ.

ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ບຸນໂລຍ ຈິນທະລາ ກໍ່ໄດ້ມີຄໍາເຫັນໂອ້ລົມພ້ອມທັງເນັ້ນໃຫ້ ເລຂາ,ຮອງເລຂາ ຄະນະພັກຮາກຖານ, ເລຂາ, ຮອງເລຂາ ໜ່ວຍພັກ ແລະ ຜູ້ເຮັດວຽກງານກວດກາ ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີຂຶ້ນເທື່ອລະກ້າວ.
ຂ່າວໂດຍ: ສົມສີ ວ່າງມົວ ຄະນະກວດກາເມືອງງາ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)