ໜ່ວຍຊາວໜຸ່ມ ຄະນະກວດກາພັກ-​ລັດແຂວງບໍ່ແກ້ວ ​ປະເມີນຜົນຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2025

12/09/2025

ໜ່ວຍຊາວໜຸ່ມ ຄະນະກວດກາພັກ-​ລັດແຂວງບໍ່ແກ້ວ ​ປະເມີນຜົນຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2025

ໃນຕອນບ່າ​ຍ ວັນທີ 2 ກັນຍາ 2025 ໜ່ວຍຊາວໜຸ່ມຄະນະກວດກາພັກ- ລັດແຂວງບໍ່ແກ້ວ ​ໄດ້ຈັດ​ກອງປະຊຸມປະເມີນຜົນຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2025​ ຂຶ້ນ ທີ່​ຫ້ອງ​ປະຊຸມ​ຄະນະ​ກວດກາ​ພັກ-ລັດ​ແຂວງ ​ໂດຍ​ການ​ເປັນ​ປະທານ​ຂອງສະຫາຍ ສີແກ້ວ ສີຜາວັນ ເລຂາໜ່ວຍຊາວໜຸ່ມຮາກຖານ ຄະນະກວດກາພັກ-ລັດແຂວງ,ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ໜໍ່ຄຳ ນົງສຸວັນ ຮອງເລຂາໜ່ວຍພັກກວດກາພັກ-ລັດແຂວງ, ມີບັນດາສະຫາຍຄະນະໜ່ວຍຊາວໜຸ່ມ, ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມທັງໝົດ 10 ສະຫາຍ, ຍິງ 4 ສະຫາຍ.

ໃນກອງປະຊຸມ ສະຫາຍ ສີແກ້ວ ສີຜາວັນ ໄດ້ຜ່ານບົດສະຫຼຸບຜົນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2025 ແລະ ທິດທາງແຜນການປີ 2026 ​ເຊິ່ງຍົກໃຫ້ເຫັນຜົນສຳເລັດໃນຫຼາຍດ້ານຄື: ໜ່ວຍຊາວໜຸ່ມກວດກາພັກ-ລັດແຂວງ ບໍ່ແກ້ວ ມີສະມາຊິກຊາວໜຸ່ມ ທັງໝົດ 10 ສະຫາຍ, ຍິງ 5 ສະຫາຍ. ພາຍໃຕ້ ການຊີ້ນໍາ-ນໍາພາ ຂອງຄະນະພັກຂັ້ນເທິງໜ່ວຍຊາວໜຸ່ມຂອງຄະນະກວດກາພັກ-ລັດແຂວງ ກໍ່ໄດ້ເອົາໃຈໃສ່ປະສານສົມທົບ ທຸກພາກສ່ວນອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງສັງຄົມ ສາມາດຈັດຕັ້ງປະຕິບັດແຜນພັດທະນາຊາວໜຸ່ມ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມປປລາວ, ທັງນີ້ເພື່ອຍົກສູງຄຸນນະພາບຂອງສະມາຊິກຊາວໜຸ່ມ ແລະ ການຈັດຕັ້ງຂອງຊາວໜຸ່ມ ສປປ ລາວ ໃຫ້ມີສະຕິຊາດ, ເປັນເຈົ້າຕົນເອງ, ມີຄວາມເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ມີແບບແຜນເຄື່ອນໄຫວຈັດຕັ້ງປະຕິບັດວຽກງານທີ່ຖືກຕ້ອງ, ມີຄວາມຫ້າວຫັນບຸກບືນຊອກຮູ້ຮໍ່າຮຽນດ້ານຕ່າງໆ, ປະຕິບັດຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ກໍ່ຄືບັນດາແຜນງານໂຄງການຂອງຄະນະບໍລິຫານງານຊາວໜຸ່ມແຂວງບໍ່ແກ້ວ ແລະ ໜ່ວຍຊາວໜຸ່ມຂັ້ນຂອງຕົນວາງອອກ. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ປະກອບຄຳຄິດເຫັນຕໍ່ກັບເອກະສານດັ່ງກ່າວ ເພື່ອໃຫ້ມີເນື້ອໃນທີ່ຄົບຖ້ວນຖືກຕ້ອງສອດຄອງກັບສະພາບຄວາມເປັນຈິງຂຶ້ນກວ່າເກົ່າ. ຫຼັງຈາກນັ້ນ, ສະມາຊິກຊາວໜຸ່ມພາຍໃນໜ່ວຍແຕ່ລະສະຫາຍກໍ່ໄດ້ຜ່ານບົດສຳຫຼວດຕົນເອງຕາມລຳດັບ ເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ວິທີແກ້ໄຂຂອງຕົນເອງ. ພ້ອມນີ້, ໝູ່ຄະນະກໍ່ໄດ້ປະກອບຄຳເຫັນຊ່ວຍເຫຼືອກໍ່ສ້າງເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ແບບແຜນນຳພາໃນຕໍ່ໜ້າມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.

ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ມອບໃບຍ້ອງຍໍຈໍານວນ 11 ໃບຄື: ຍ້ອງຍໍກົມກອງ 1 ໃບ, ຍ້ອງຍໍບຸກຄົນສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ ທີ່ມີຜົນງານດີເດັ່ນ 3 ປີຕໍ່ເນື່ອງ 2021-2023 ຈໍານວນ 10 ໃບ.
ຂ່າວໂດຍ: ຫຸມພັນ ໄຊຍະສັກ ນັກຂ່າວຄະນະກວດກາແຂວງບໍ່ແກ້ວ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)