09/09/2025

ໃນຕອນເຊົ້າຂອງວັນທີ 27 ສິງຫາ 2025 ຄະນະກວດກາພັກເມືອງສຸຂຸມາ ແຂວງຈຳປາສັກ ໄດ້ລົງເຄື່ອນໄຫວຊຸກຍູ້ການດໍາເນີນຊີວິດການເມືອງ ແລະ ເຜີຍແຜ່ບົດແນະນໍາ ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບສະໄໝທີ XI ກ່ຽວກັບວຽກງານຕິດຕາມ, ກວດກາພັັກ ແລະ ຄະນະວີໄນ ຂອງພັກແຕ່ລະຂັ້ນ ສະບັບເລທີ 194 /ຄກສພ, ລົງວັນທີ 8 ກໍລະກົດ 2021 ແລະ ແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນປະຈໍາປີ 2025, ຢູ່ທີ່ຫ້ອງການສາທາລະນະສຸກເມືອງສຸຂຸມາ, ໂດຍການເປັນປະທານຂອງສະຫາຍ ສົມບູນ ສຸລິຍະວົງ ຄະນະປະຈໍາພັກເມືອງ ປະທານຄະນະກວດກາພັກ, ປະທານອົງການກວດກາລັດເມືອງສຸຂຸມາ, ມີສະຫາຍ ຄໍາເພັດ ດວງສາ ກໍາມະການພັກເມືອງ ຮອງປະທານຄະນະກວດກາພັກເມືອງສຸຂຸມາ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສີສຸກ ແກ້ວມະນີວົງ ກໍາມະການພັກເມືອງ ເລຂາຄະນະພັກຮາກຖານ ຫ້ອງການສາທາລະນະສຸກ ເມືອງສຸຂຸມາ, ສະມາຊິກພັກຫ້ອງການ ສາທາລະນະສຸກ ເມືອງສຸຂຸມາເຂົ້າຮ່ວມທັງໝົດ 50 ສະຫາຍ, ຍິງ 37 ສະຫາຍ.ໃນກອງປະຊຸມໃນຄັ້ງນີ້ ສະຫາຍ ສີສຸກ ແກ້ວມະນີວົງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກການນໍາພາ-ຊີ້ນໍາ ໃນໄລຍະ 6 ເດືອນຜ່ານມາ ເຊິ່ງສະແດງໃຫ້ເຫັນດ້ານດີທີ່ຕັ້ງໜ້າ ເປັນຕົ້ນ: ຄະນະພັກຮາກຫອ້ງການສາທາເມືອງໄດ້ນໍາພາ-ຊີ້ນໍາສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ສະມາຊິກພັກຢ່າງເປັນປົກກະຕິ; ດ້ານການຈັດຕັ້ງປະຕິບັດເຫັນວ່າສາມາດປະຕິບັດໄດ້ 11 ຕົວຊີ້ບອກ ບັນລຸໄດ້ຕາມເປົ້າໝາຍທຸກຕົວຊີ້ວັດ, ການສັກຢາໝາກແດງເດັກລຸ່ມ 5 ປີ 49 %, ສັກຢາເດັກລຸ່ມ 1 ປີ 49 %, ຈ່າຍຢາຂ້າແມ່ທ້ອງໃນໂຮງຮຽນໄດ້ 100% ຕາມເປົ້າໝາຍ, ເກີດລູກໃນສະຖານທີ່ບໍລິການໄດ້ 43%, ກວດສຸຂະພາບເດັກລຸ່ມ 5 ປີ 220 ເທື່ອຄົນ, ໃຫ້ສຸຂະສຶກສາ 30 ຄັ້ງມີຜູ້ເຂົ້າຮວ່ມ 497 ເທື່ອຄົນ, ອັດຕາການຊົມໃຊ້ນໍ້າສະອາດເພີ່ມຂຶ້ນ 100%, ອັດຕາການຊົມໃຊ້ວິດຖ່າຍເພີ່ມຂຶ້ນເປັນ 96.2% ທຽບໃສ່ຄົວເຮືອນ, ສ້າງບ້ານແບບຢ່າງສາທາລະນະສຸກ 56 ບ້ານເທົ່າກັບ100%, ສ້າງບ້ານຢຸດຕິການຖ່າຍຊະຊາຍໄດ້ 56 ບ້ານ 100%, ສາມາດປະກາດເມືອງເປັນເມືອງຢຸດຕິການຖ່າຍຊະຊາຍໄດ້; ດ້ານວຽກງານຄວບຄຸມພະຍາດຕິດຕໍ່ ແລະ ການຕ້ານພະຍາດລະບາດຕາມລະດູການ ໄດ້ເອົາໃຈໃສ່ໃນການເຝົ້າລະວັງ 18 ພະຍາດຫຼັກທີ່ກະຊວງສາທາລະນະສຸກກຳນົດໄວ້ແມ່ນສາມາດຄວບຄຸມ ແລະ ຕອບຕ້ານການລະບາດຂອງພະຍາດໄດ້ເປັນຢ່າງດີເຊັ່ນ: ການລະບາດຂອງພະຍາດໄຂ້ຍຸງລາຍມີ 04 ກໍລະນີ, ສ້າງຂະບວນການທໍາລາຍແຫຼ່ງເພາະພັນຍຸງລາຍ 58 ຄັ້ງ. ພ້ອມດຽວກັນນີ້, ສະຫາຍ ຄໍາເພັດ ດວງສາ ຍັງໄດ້ເຜີຍແຜ່ເອກະສານກ່ຽວບົດແນະນໍາ ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບສະໄໝທີ XI ກ່ຽວກັບວຽກງານຕິດຕາມ ກວດກາພັັກ ແລະ ຄະນະວິໄນ ຂອງພັກແຕ່ລະຂັ້ນ ສະບັບເລທີ 194 /ຄກສພ, ລົງວັນທີ 8 ກໍລະກົດ 2021.