09/09/2025

ກອງປະຊຸມຝຶກອົບຮົມວຽກງານກວດກາແຂວງຜົ້ງສາລີ ໄດ້ຈັດຂຶ້ນ ຢ່າງເປັນທາງການໃນລະຫວ່າງວັນທີ 3-4 ກັນຍາ ປີ 2025, ທີ່ສະໂມສອນຂອງເມືອງບຸນເໜືອ, ພາຍໃຕ້ການເປັນຄະນະປະທານຂອງ ທ່ານ ບຸນທະວີ ສໍສຸກັນ ກໍາມະການປະຈຳພັກແຂວງ ປະທານຄະນະກວດກາພັກ-ອົງການກວດກາລັດແຂວງຜົ້ງສາລີ ແລະ ທ່ານ ພົຕ ສົມພອນ ມິດຕະພອນ ຮັກສາການເລຂາພັກແຂວງ-ເຈົ້າແຂວງຜົ້ງສາລີ, ມີບັນດາ ປະທານກວດກາ ກອງບັນຊາການ ປກຊ-ປກສແຂວງ, ບັນດາເລຂາພັກເມືອງ, ປະທານ, ຮອງປະທານກວດກາເມືອງ 07 ເມືອງ; ມີເລຂາໜ່ວຍພັກ, ປະທານກວດກາປະຈໍາໜ່ວຍພັກອ້ອມຂ້າງແຂວງ, ມີຄະນະຮັບຜິດຊອບຈັດຝຶກອົບຮົມວຽກງານກວດກາເຂົ້າຮ່ວມ.ໃນກອງປະຊຸມຝຶກອົບຮົມໄດ້ນໍາສະເໜີນິຕິກຳ ແລະ ເອກະສານຕ່າງໆຄື: ວຽກງານຕິດຕາມ,ກວດກາພັກ; ວຽກງານກວດກາການບໍລິຫານລັດ; ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ວຽກງານຄົ້ນຄວ້າຄໍາຮ້ອງຄໍາສະເໜີ ແລະ ດຳລັດສະບັບເລກທີ 349/ລບ, ລົງວັນທີ 13 ພະຈິກ ປີ 2023 ວ່າດ້ວຍນະໂຍບາຍຕໍ່ຜູ້ມີຜົນງານ ຕ້ານ ແລະ ສະກັດກັ້ນການລະເມີດກົດໝາຍ ແລະ ລະບຽບການກ່ຽວກັບງົບປະມານແຫ່ງລັດ; ນອກຈາກນັ້ນ, ຍັງໄດ້ສະເໜີເອກະສານທີ່ສຳຄັນ ເປັນຕົ້ນ: ລະບຽບການຕິດຕາມການຂະຫຍາຍສະມາຊິກພັກເຂົ້າພັກ, ການຄຸ້ມຄອງ ແລະ ການນໍາໃຊ້ເງິນຂອງພັກ, ວຽກງານຕິດຕາມ, ກວດກາຂອງຄະນະກວດກາພັກແຕ່ລະຂັ້ນ, ວຽກງານການຍ້ອງຍໍ ແລະ ວຽກງານວິໄນ, ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ວຽກງານສະກັດກັ້ນ ແລະ ການສໍ້ລາດບັງຫຼວງ, ວຽກງານແຈ້ງຊັບສິນ ແລະ ລາຍຮັບ ແລະ ການດໍາເນີນຄະດີສໍ້ລາດບັງຫຼວງ; ວຽກງານຄົ້ນຄວ້າ, ຄໍາຮ້ອງ, ຄໍາສະເໜີ. ພ້ອມດຽວກັນນີ້, ປະທານກອງປະຊຸມຍັງໄດ້ມີຄໍາຖາມເຈາະຈີ້ມເພື່ອເປັນແນວທາງໃນການປະກອບຄຳເຫັນ ແລກປ່ຽນບົດຮຽນ. ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ພ້ອມກັນຄົ້ນຄວ້າຜັດປ່ຽນກັນປະກອບຄຳຄິດ-ຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.