ຄະນະກວດກາເມືອງແບງ ແຂວງອຸດົມໄຊ ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ວຽກງານກວດກາປົກກະຕິ ຢູ່ບັນດາໜ່ວຍພັກຮາກຖານສໍານັກງານ-ອົງການອ້ອມຂ້າງເມືອງ
08/09/2025

ໃນເດືອນ ສິງຫາ 2025, ຄະນະກວດກາເມືອງແບງ ແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ວຽກງານກວດກາປົກກະຕິ ຢູ່ບັນດາໜ່ວຍພັກຮາກຖານສໍານັກງານ-ອົງການອ້ອມຂ້າງເມືອງໄດ້ຈໍານວນ 11 ຮາກຖານພັກ ໃຫ້ກຽດນໍາພາ ໂດຍສະຫາຍ ທອງເພັດ ຈັນທະວົງ ກໍາມະການປະຈໍາພັກເມືອງ ປະທານ ຄະນະກວດກາພັກ-ລັດ ເມືອງ ພ້ອມດ້ວຍຄະນະທີມງານ, ມີບັນດາສະຫາຍເລຂາໜ່ວຍພັກແຕ່ລະຮາກຖານພັກ, ສະມາຊິພັກສົມບູນ ແລະ ສໍາຮອງເຂົ້າຮ່ວມຢ່າງພ້ອມພຽງ.

ການລົງເຄື່ອນໄຫວ, ຊຸກຍູ້ໃນຄັ້ງນີ້ ແມ່ນໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວໂດຍຫຍໍ້ ກຽ່ວກັບການນໍາພາ-ຊີ້ນໍາ ໃນໄລຍະ 01 ເດືອນຜ່ານມາ ແລະ ທິດທາງແຜນການ ຈາກສະຫາຍເລຂາໜ່ວຍພັກຂອງແຕ່ລະຮາກຖານພັກ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ-ດ້ານຕັ້ງໜ້າ ແລະ ດ້ານອ່ອນ-ຂໍ້ຄົງຄ້າງ ໃນໄລຍະຜ່ານມາ, ວິທີແກ້ໄຂໃນຕໍ່ໜ້າ. ພ້ອມນີ້ ຄະນະທີມງານຍັງໄດ້ເຜີຍແຜ່ເຊື່ອມຊືຶມເອກະສານທີ່ສໍາຄັນໃຫ້ແຕ່ລະບ່ອນເປັນຕົ້ນແມ່ນ ແຈ້ງການແນະນໍາ ເລກທີ 01 / ຄກພມ ລົງວັນທີ 08 ເມສາ 2025 ກ່ຽວກັບການດໍາເນີນຊິວິດພັກ ຂອງການຈັດຕັ້ງພັກ, ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ສະບັບເລກທີ 52 / ສພຊ ລົງວັນທີ 28 ມີນາ 2024, ກົດໝາຍວ່າດ້ວຍ ການກວດກາລັດ ສະບັບເລກທີ 25 /ສພຊ ລົງວັນທີ 29 ທັນວາ 2022 ແລະ ດໍາລັດ 159 /ລບ ລົງວັນທີ 04 ມີຖຸນາ 2013 ວ່າດ້ວຍການແຈ້ງຊັບສິນ ຈາກນັ້ນຜູ້ແທນກອງປະຊຸມໄດ້ມີຄໍາຄິດເຫັນແລກປ່ຽນຢ່າງພາວະວິໄສ



ໃນການເຄື່ອນໄຫວຊຸກຍູ້ຢູ່ແຕລະຮາກຖານພັກ ສະຫາຍ ທອງເພັດ ຈັນທະວົງ ກໍ່ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳໂດຍໄດ້ເນັ້ນບາງບັນຫາ ໃຫ້ແກ່ຄະນະໜ່ວຍພັກແຕ່ລະບ່ອນ, ຜູ້ເຮັດວຽກງານກວດກາຂອງໜ່ວຍພັກ ສືບຕໍ່ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີດ້ວຍຄວາມຮັບຜິດຊອບສູງ, ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຖັນແຖວພະນັກງານ-ສະມາຊິກພັກໃນຄວາມຮັບຜິດຊອບຂອງຕົນ ແລະ ເອົາໃຈໃສ່ເຊື່ອມຊຶມກໍາແໜ້ນ ບັນດານິຕິກໍາທີ່ສໍາຄັນ ຂອງຂັ້ນເທີງຮ່າງອອກໃນແຕ່ລະໄລຍະ ເປັນຕົ້ນແມ່ນກົດລະບຽບຂອງພັກ, ມະຕິ, ຄໍາສັ່ງ , ບົດແນະນໍາ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ, ໃຫ້ນໍາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ໄປຜັນຂະຫຍາຍ ແລະ ນໍາຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.
ພາບ: ໂທນີ ສຸດທິວົງ, ຂ່າວ: ຄອນສີ ຂັັນທະເກດ ຄະນະກວດກາ ເມືອງແບງ