ຄະນະກວດກາພັກ-ລັດເມືອງຮຸນ ແຂວງ ອຸດົມໄຊ ລົງຕິດຕາມຊຸກຍູ້ບັນດາຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານບ້ານ

08/09/2025

ຄະນະກວດກາພັກ-ລັດເມືອງຮຸນ ແຂວງ ອຸດົມໄຊ ລົງຕິດຕາມຊຸກຍູ້ບັນດາຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານບ້ານ

ໃນລະຫວ່າງວັນທີ 14-27 ສິງຫາ 2025, ຄະນະກວດກາພັກ-ລັດເມືອງຮຸນ ແຂວງ ອຸດົມໄຊ ໄດ້ລົງຕິດຕາມຊຸກຍູ້ບັນດາຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານບ້ານ ໄດ້ທັງໝົດ 07 ຮາກຖານພັກ, ໃນນີ້ມີ 04 ຄະນະພັກຮາກຖານ ແລະ 03 ໜ່ວຍພັກ ເຊິ່ງໄດ້ແບ່ງອອກເປັນ 02 ທີມງານ, ທີມງານທີ 1 ນໍາພາໂດຍ ສະຫາຍ ໂອໄຊ ສີສຸພັນ ຄະນະປະຈໍາພັກເມືອງ ປະທານ ກວດກາພັກ-ລັດເມືອງ ແລະ ທີມງານທີ 2 ນໍາພາ ໂດຍສະຫາຍ ທອງຄໍາ ໄຊຍະພູມ ກໍາມະການພັກເມືອງ ຮອງປະທານ ກວດກາພັກເມືອງ, ການເຄື່ອນໄຫວແຕ່ລະບ່ອນແມ່ນມີເລຂາຄະນະພັກຮາກຖານ ແລະ ເລຂາໜ່ວຍພັກ, ສະມາຊິກພັກ ແລະ ບັນດາອົງການຈັດຕັ້ງຂອງບ້ານເຂົ້າຮ່ວມຢ່າງພ້ອມພຽງ.ໃນການເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ ຢູ່ແຕ່ລະບ່ອນແມ່ນໄດ້ຮັບຟັງການຜ່ານ ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາ 06 ເດືອນຕົ້ນປີ 2025 ແລະ ທິດທາງແຜນການປະຈໍາ 06 ເດືອນທ້າຍປີ 2025. ພ້ອມນີ້ ຄະນະທີມງານຍັງໄດ້ຜັດປ່ຽນກັນ ເຜີຍແຜ່ບັນດາເອກະສານເປັນຕົ້ນແມ່ນ ການແນະນໍາກົດລະບຽບຂອງພັກໃນໝວດທີ XI, ມາດຕາ 49,50,51 ກ່ຽວກັບວຽກງານຕິດຕາມ, ກວດກາຂອງພັກ; ຂໍ້ກໍານົດ ການຄົ້ນຄວ້າພິຈາລະນາແກ້ໄຂຄໍາຟ້ອງ, ຄໍາຮ້ອງທຸກ-ຄໍາສະເໜີ ເລກທີ 398/ຄກສພ. ພ້ອມກັນນີ້, ຍັງໄດ້ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ ຂໍ້ຕົກລົງເລກທີ 1234/ອຊ, ລົງວັນທີ 06 ທັນວາ 2022 ວ່າດ້ວຍ ການຄຸ້ມຄອງການຈັດງານປະເພນີຕ່າງໆ ພາຍໃນເມືອງ ແລະບັນດານິຕິກໍາຕ່າງໆທີ່ເຫັນວ່າການຈັດຕັ້ງປະຕິບັດຍັງບໍ່ທັນສອດຄ່ອງ. ການລົງຕິດຕາມ, ຊຸກຍູ້ໃນຄັ້ງນີ້ ຄະນະພັກ, ສະມາຊິກພັກ ແລະ ທຸກອົງການຈັດຕັ້ງຂອງບ້ານໄດ້ມີການແລກປ່ຽນຄໍາຄິດເຫັນຕໍ່ກັບວຽກງານຕິດຕາມກວດກາ ແລະ ການຈັດຕັ້ງປະຕິບັດບາງນິຕິກໍາ ຢ່າງກົງໄປກົງມາ ດ້ວຍບັນຍາກາດອັນຟົດຟື້ນ ເຊິ່ງເຮັດໃຫ້ຄະນະພັກ, ສະມາຊິກພັກມີຄວາມຮັບຮູ້ ແລະ ເຂົ້າໃຈໂດຍພື້ນຖານ.

ຕອນທ້າຍ ກອງປະຊຸມ ຫົວໜ້າຄະນະທີມງານແຕ່ລະທີມງານ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ໂດຍໄດ້ເນັ້ນໃຫ້ເລຂາຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ, ເອົາໃຈໃສ່ໃນການນໍາພາ-ຊີ້ນໍາໃຫ້ໜັກແໜັ້ນ ເຂັ້ມແຂງຂຶ້ນຕື່ມ ແລະ ແບ່ງວຽກໃຫ້ໝູ່ຄະນະຮັບຜິດຊອບຢ່າງລະອຽດ ພ້ອມທັງເອົາໃຈໃສ່ສຶກສາອົບຮົມ ດ້ານການເມືອງ-ແນວຄິດໃຫ້ສະມາຊິກພັກຢ່າງເປັນປົກກະຕິ, ຕິດຕາມ, ຊຸກຍູ້ ວຽກງານກວດກາພາຍໃນພັກກໍ່ຄືວຽກງານກວດກາລັດ ຕາມ 5 ໜ່ວຍງານຊ່ວຍວຽກຂອງບ້ານໃຫ້ຕໍ່ເນື່ອງ, ເພີ່ມທະວີຄົ້ນຄວ້າກົດລະບຽບຂອງພັກ, ກົດໝາຍຂອງລັດ, ມະຕິ, ຄໍາສັ່ງ ແລະ ບັນດານິຕິກໍາຕ່າງໆໃຫ້ເລິກເຊິງເຖິງຖອງ ແລະ ໃຫ້ຮັກສາຄວາມສາມັກຄີພາຍໃນພັກເຮັດໃຫ້ໜ່ວຍພັກຮັກສາໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜັ້ນ.
ພາບ/ຂ່າວໂດຍ: ສົມບິກ ດວງທະລາ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)