08/09/2025

ໃນວັນທີ 04 ກັນຍາ 2025 ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ VI ຂອງອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດຂຶ້ນ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ອົງການໄອຍະການປະຊາຊົນສູງສຸດ ເຊິ່ງ ມີ ສະຫາຍ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເຂົ້າຮ່ວມເປັນຜູ້ຊີ້ນໍາກອງປະຊຸມ, ມີບັນດາສະຫາຍກໍາມະການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ສະຫາຍຈາກຫ້ອງວ່າການສູນກາງພັກ, ຕາງໜ້າຈາກອົງຄະນະພັກ ສະພາແຫ່ງຊາດ, ສໍານັກງານປະທານປະເທດ, ສໍານັກງານນາຍົກລັດຖະມົນຕີ, ຕາງໜ້າອົງຄະນະພັກບັນດາກະຊວງ, ອົງການ ພ້ອມດ້ວຍ ສະມາຊິກພັກສົມບູນທັງໝົດ ຈໍານວນ 197 ສະຫາຍ, ຍິງ 81 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ.ໃນກອງປະຊຸມ ແມ່ນໄດ້ຮັບຟັງການຜ່ານມະຕິຕົກລົງຂອງຄະນະພັກຂັ້ນເທິງ ວ່າດ້ວຍການອະນຸມັດ ເປີດກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກອົງການໄອຍະການປະຊາຊົນ ຄັ້ງທີ VI, ຜ່ານບົດລາຍງານຄຸນລັກສະນະຂອງຜູ້ແທນເຂົ້າຮ່ວມກອງປະຊຸມ, ຮ່າງລາຍງານການເມືອງ, ແຜນພັດທະນາວຽກງານໄອຍະການ ໄລຍະ 05 ປີ (2021-2025) ແລະ ຜ່ານບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກຊຸດເກົ່າ ພ້ອມດຽວກັນນັ້ນ, ສະມາຊິກພັກສົມບູນ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ເພື່ອດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ຊຸດທີ VI ຈໍານວນ 11 ສະຫາຍ, ຍິງ 02 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາ ສະຫາຍ ໄຊຊະນະ ໂຄດພູທອນ ເປັນເລຂາ, ສະຫາຍ ບຸນທັນ ບຸນທະວິໄລ ເປັນຮອງເລຂາ; ເລືອກເອົາ ສະຫາຍ ຄໍາເພັດ ສົມວໍລະຈິດ ເປັນປະທານກວດກາພັກ, ສະຫາຍ ນາງ ພອນທິບ ສາວະລີ ແລະ ສະຫາຍ ຄໍານູທອນ ສູນວິເລີດ ເປັນຮອງປະທານກວດກາພັກ ເພື່ອເປັນຄັນທຸງນໍາໜ້າ ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ໃຫ້ປະກົດຜົນເປັນຈິງ. ພ້ອມກັນນັ້ນ ກອງປະຊຸມໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນຈໍານວນ 5 ສະຫາຍ ເພື່ອເປັນຕົວແທນ ໃຫ້ແກ່ສະມາຊິກພັກ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.
ໃນໂອກາດດຽວກັນນີ້, ສະຫາຍ ປອ ຄໍາພັນ ພົມມະທັດ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ, ເຊິ່ງໄດ້ເນັ້ນໜັກຫຼາຍບັນຫາສໍາຄັນ ຕໍ່ອົງຄະນະພັກອົງການໄອຍະການປະຊາຊົນສູງສຸດ ທີ່ເປັນທັດສະນະແນວຄິດຊີ້ນໍາ, ເປັນຄໍາສັ່ງ ຂອງກົມການເມືອງສູນກາງພັກ ຊຶ່ງຈະໄດ້ນຳໄປຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດ, ປະກອບສ່ວນເຮັດໃຫ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ເກີດຜົນເປັນຈິງ. ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວລະບົບອົງການໄອຍະການປະຊາຊົນ ຈົ່ງພ້ອມກັນເຊື່ອມຊຶມກໍາແໜ້ນເນື້ອໃນມະຕິກອງປະຊຸມໃຫຍ່, ເພີ່ມທະວີຄວາມສາມັກຄີເປັນເອກະພາບຢ່າງແໜ້ນແຟ້ນ, ຕ້ອງຜັນຂະຫຍາຍບັນດາເນື້ອໃນແຜນການລວມ ທີ່ກອງປະຊຸມວາງອອກໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ເປັນຮູບປະທໍາ ແລະ ສາມາດສ້າງການຫັນປ່ຽນແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ຢ່າງມີປະສິດທິຜົນ.