ຄະນະກວດກາພັກເມືອງສຸຂຸມາ ລົງເຄື່ອນໄຫວຊຸກຍູ້ການດໍາເນີນຊີວິດການເມືອງ, ເຜີຍແຜ່ບົດແນະນໍາການຈັດຕັ້ງປະຕິບັດກົດລະບຽບຂອງພັກສະໄໝທີ XI ແລະ ແຜນການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ແລະ ໜັກແໜ້ນປະຈໍາປີ 2025 ຢູ່ໜ່ວຍພັກຮາກຖານຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວເມືອງສຸຂຸມາ

02/09/2025

ຄະນະກວດກາພັກເມືອງສຸຂຸມາ ລົງເຄື່ອນໄຫວຊຸກຍູ້ການດໍາເນີນຊີວິດການເມືອງ, ເຜີຍແຜ່ບົດແນະນໍາການຈັດຕັ້ງປະຕິບັດກົດລະບຽບຂອງພັກສະໄໝທີ XI ແລະ ແຜນການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ແລະ ໜັກແໜ້ນປະຈໍາປີ 2025 ຢູ່ໜ່ວຍພັກຮາກຖານຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວເມືອງສຸຂຸມາ

ໃນຕອນເຊົ້າຂອງວັນທີ 15 ສິງຫາ 2025 ຄະນະກວດກາພັກເມືອງສຸຂຸມາໄດ້ລົງເຄື່ອນໄຫວຊຸກຍູ້ການດໍາເນີນຊີວິດການເມືອງ ແລະ ເຜີຍແຜ່ບົດແນະນໍາ ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບສະໄໝທີ XI ກ່ຽວກັບວຽກງານຕິດຕາມ, ກວດກາພັັກ ແລະ ຄະນະວີໄນ ຂອງພັກແຕ່ລະຂັ້ນ ສະບັບເລທີ 194 /ຄກສພ, ນະຄອນຫຼວງວຽງຈັນ, ລົງວັນທີ 8 ກໍລະກົດ 2021 ແລະ ແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2025, ຢູ່ທີ່ໜ່ວຍພັກຮາກຖານຖະແຫຼງຂ່າວວັດທະນະທໍາ-ທ່ອງທ່ຽວເມືອງສຸຂຸມາ, ໂດຍການເປັນປະທານຮ່ວມຂອງສະຫາຍ ຄໍາເພັດ ດວງສາ ກໍາມະການພັກເມືອງ ຮອງປະທານຄະນະກວດກາພັກເມືອງສຸຂຸມາ ແລະ ສະຫາຍ ຄຸດທະວົງ ວົງຄໍາຈັນ ກໍາມະການພັກເມືອງ ເລຂາໜ່ວຍພັກຮາກຖານ ຖວທ ເມືອງສຸຂຸມາ, ພ້ອມດ້ວຍທີມງານທີ່ລົງຊຸກຍູ້ການດໍາເນີນຊີວິດການເມືອງ, ສະມາຊິກພັກຫ້ອງການ ຖວທ ເມືອງສຸຂຸມາເຂົ້າຮ່ວມທັງໝົດ 7 ສະຫາຍ, ຍິງ 1 ສະຫາຍ. ໃນກອງປະຊຸມໃນຄັ້ງນີ້ ສະຫາຍ ຄຸດທະວົງ ວົງຄໍາຈັນ ໄດ້ລາຍງານການຈັດຕັ້ງປະຕິບັດການນໍາພາ-ຊີ້ນໍາ ໃນໄລຜ່ານມາ ເຊິ່ງສະແດງອອກຄື ໜຶ່ງ: ວຽກງານຖະແຫຼງຂ່າວ, ສາມາດເກັບກໍາ-ຂຽນຂ່າວ 85 ຄັ້ງ, ສົ່ງໜັງສືພິມຈໍາປາໃໝ່ 85 ຄັ້ງ, ສົ່ງຂ່າວອອກວິທະຍຸແຂວງ 85 ຄັ້ງ, ສົ່ງຂ່າວຊື່ມວນຊົນ 85 ຄັ້ງ, ສົ່ງຂ່າວໂທລະພາບແຂວງຈໍາປາສັກ 67 ຄັ້ງ, ສາມາດຜະລິດລາຍການອອກອາກາດສົດທາງວິທະຍຸກະຈາຍສຽງ ສະບາຍດີສຸຂຸມາ 2,520 ຊົ່ວໂມງ, ສາມາດຖ່າຍທອດຂ່າວສູນກາງ ແລະ ຂອງແຂວງ ອອກທາງວິທະຍຸກະຈາຍສຽງ ສະບາຍດີສຸຂຸມາ 240 ຊົ່ວໂມງ; ສອງ: ວຽກງານວັດທະນະທໍາ, ປະກອບເອກະສານໃຫ້ຄະນະໝໍລໍາເລື້ອງໄດ້ 10 ຄະນະ, ໄດ້ອອກອະນຸຍາດບັນດາບ້ານທີ່ມີກິດຈະກໍາໃນການຈັດງານບຸນຕ່າງໆໄດ້ 95%; ສາມ: ລົງເຄື່ອນໄຫວເກັບກໍາສະຖິຕິແຂກພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ຽວຊ່ອງຕາອູ ໂດຍສົມທົບກັບເຈົ້າໜ້າທີ່ ທີ່ປະຈໍາຢູ່ດ່ານຊ່ອງຕາອູ, ມີແຂກພາຍໃນ 2,488 ຄົນ, ຍິງ 1,423 ຄົນ, ແຂກຕ່າງປະເທດ 59,334 ຄົນ, ຍິງ 37,532 ຄົນ. ພ້ອມກັນນັ້ນ, ກໍໄດ້ລົງເຄື່ອນໄຫວຕິດຕາມຮ້ານກິນດື່ມບັນເທີງໃຫ້ເຂົາເຈົ້າເປີດ-ປິດຕາມໂມງເວລາທີ່ກໍານົດໄວ້. ໃນໂອກາດດຽວກັນນີ້, ສະຫາຍ ຄໍາເພັດ ດວງສາ ກໍ່ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ, ເຊິ່ງກ່ອນອື່ນໝົດສະຫາຍກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນສໍາເລັດໃນການນໍາພາ-ຊີ້ນໍາ ວຽກງານໃນໄລຍະຜ່ານມາ ພ້ອມດຽວກັນນີ້, ຍັງເນັ້ນໜັກກ່ຽວກັບວຽກງານຕິດຕາມ, ກວດກາພັກ ຂອງຄະນະໜ່ວຍພັກ, ສະມາຊິກພັກ, ເພີ່ມທະວີເອົາໃຈໃສ່ການດໍາເນີນຊີວິດການເມືອງ, ການເສຍເງິນສະຕິພັກ, ວຽກງານກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງກອງທຶນພັກເມືອງສຸຂຸມາໃຫ້ເປັນປົກກະຕິ ແລະ ສະຫາຍຍັງໄດ້ເຜີຍແຜ່ບົດແນະນໍາ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເລກທີ 28/ຄຈສພ, ນະຄອນຫຼວງວຽງຈັນ, ວັນທີ 14 ກຸມພາ 2025 ໃຫ້ຄະນະໜ່ວຍພັກ, ສະມາຊິກພັກ ພ້ອມກັັນເພີ່ມທະວີຄວາມສາມັກຄີພາຍໃນ ແລະ ພາຍນອກ, ພ້ອມທັງຮີບຮ້ອນສືບຕໍ່ນໍາເອົາເນື້ອໃນກອງປະຊຸມໃນຄັ້ງນີ້ຈັດຕັ້ງປະຕິບັດໃຫ້ ເກີດຜົນສໍາເລັດຕາມແຜນການທີ່ວາງໄວ້ແຕ່ລະໄລຍະ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)