ກອງປະຊຸມພົບປະ ພະນັກງານນຳພາ-ຄຸ້ມຄອງ ຈະໄປຝຶກອົບຮົມວຽກງານກວດກາພັກ ໄລຍະສັ້ນ 02 ເດືອນ ຢູ່ ສສ ຫວຽດນາມ ປະຈຳປີ 2025

02/09/2025

ກອງປະຊຸມພົບປະ ພະນັກງານນຳພາ-ຄຸ້ມຄອງ ຈະໄປຝຶກອົບຮົມວຽກງານກວດກາພັກ ໄລຍະສັ້ນ 02 ເດືອນ ຢູ່ ສສ ຫວຽດນາມ ປະຈຳປີ 2025

ໃນຕອນເຊົ້າຂອງວັນທີ 02 ກັນຍາ 2025 ຢູ່ທີ່ຫ້ອງປະຊຸມ ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມພົບປະ ພະນັກງານນຳພາ-ຄຸ້ມຄອງ ຈະໄປຝຶກອົບຮົມວຽກງານກວດກາພັກ ໄລຍະສັ້ນ 02 ເດືອນ ຢູ່ ສສ ຫວຽດນາມ ປະຈຳປີ 2025 ຂຶ້ນ. ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ມີພະນັກງານນຳພາ-ຄຸ້ມຄອງຜູ້ທີ່ເຮັດວຽກງານກວດກາຕາງໜ້າຈາກບັນດາກະຊວງ-ອົງການ ແລະ ທ້ອງຖິ່ນເຂົ້າຮ່ວມ 20 ສະຫາຍ ຍິງ 5 ສະຫາຍ.ໃນກອງປະຊຸມ ສະຫາຍ ໄພວັນ ພົມມະແສງ ໄດ້ຜ່ານຂໍ້ຕົກລົງ ຂອງຄະນະກວດກາສູນກາງພັກ ສະບັບເລກທີ 259/ຄກສພ, ລົງວັນທີ 24 ມິຖຸນາ 2025; ແຈ້ງການ ຂອງຄະນະພົວພັນຕ່າງປະເທດ ສະບັບເລກທີ 1422/ຄຕພ.ອປອ, ລົງວັນທີ 22 ກໍລະກົດ 2025. ຈາກນັ້ນ, ຕາໜ້າຄະນະຈັດຕັ້ງສູນກາງພັກ ກໍ່ໄດ້ມີຄຳເຫັນຕໍ່ຄະນະຜູ້ແທນໃນຄັ້ງນີ້ ເຊິ່ງໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະ ຫວັງວ່າການຝຶກອົບຮົມວຽກງານກວດກາພັກໄລຍະສັ້ນໃນຄັ້ງນີ້ຈະປະສົບຜົນສຳເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້ ເພື່ອນຳມາຜັນຂະຫຍາຍໃຫ້ແທດເໝາະກັບແຕ່ລະຂົງເຂດວຽກງານ ແລະ ເຕົ້າໂຮມຄວາມສາມັກຄີ ປະຕິບັດກົດລະບຽບຂອງສະຖາບັນຢ່າງເຂັ້ມງວດ, ຕັ້ງໃຈຝຶກຝົນຫຼໍ່ຫຼອມຍົກລະດັບຄວາມຮູ້ ດ້ານພຶດຕິກຳ ແລະ ທິດສະດີ ຄົ້ນຄວ້າຮ່ຳຮຽນ ວິຊາສະເພາະ. ພ້ອມກັນນັ້ນ, ຄະນະຜູ້ແທນກໍ່ໄດ້ມີການແລກປ່ຽນຄວາມຄິດຄວາມເຫັນອີກດ້ວຍ.ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ຄຳໄຫຼ ສີປະເສີດ ຍັງໄດ້ມີຄຳເຫັນໂອ້ລົມແລກປ່ຽນ ເຊິ່ງກ່ອນອື່ນສະຫາຍກໍໄດ້ສະແດງຄວາມຍິນດີກັບຄະນະຜູ້ແທນຊຸດນີ້ ແລະ ເນັ້ນໃຫ້ພ້ອມກັນເກັບກ່ຽວ, ຍາດແຍ່ງ, ແລກປ່ຽນເອົາບົດຮຽນໃນການຝຶກອົບຮົບຄັ້ງນີ້, ມີຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອນຳມາຈັດຕັ້ງປະຕິບັດ ຜັນຂະຫຍາຍເຂົ້າໃນໜ້າວຽກຕົວຈິງໃຫ້ເໝາະສົມກັບສະພາບການຂອງປະເທດເຮົາໃຫ້ມີປະສິດທິຜົນຂຶ້ນກວ່າເກົ່າ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)