ພິທີມອບ-ຮັບ ໜ້າທີ່ລະຫວ່າງ ສະຫາຍ ເລຂາໜ່ວຍພັກກົມພົວພັນຕ່າງປະເທດ ຜູ້ເກົ່າ ແລະ ຜູ້ໃໝ່

29/08/2025

ພິທີມອບ-ຮັບ ໜ້າທີ່ລະຫວ່າງ ສະຫາຍ ເລຂາໜ່ວຍພັກກົມພົວພັນຕ່າງປະເທດ ຜູ້ເກົ່າ ແລະ ຜູ້ໃໝ່

ໃນຕອນບ່າຍ ຂອງວັນທີ 27 ສິງຫາ 2025 ທີ່ຫ້ອງປະຊຸມ ຊັ້ນ 1 ຂອງຄະນະກວດກາສູນກາງພັກ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ສຸພາວົງ ວັນທານຸວົງ ກຳມະການຄະນະພັກ, ເລຂາໜ່ວຍພັກ ກົມພົວພັນ ຕ່າງປະເທດ (ຜູ້ເກົ່າ) ແລະ ສະຫາຍ ນາງ ບຸນທະວີ ຈິດຕິລາດ ເລຂາໜ່ວຍພັກ (ຜູ້ໃໝ່), ພາຍໃຕ້ການເປັນປະທານ ກອງປະຊຸມ ຂອງສະຫາຍ ຄໍາໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ວິໄລວັນ ບຸດດາຄໍາ ກຳມະການສໍາຮອງສູນກາງພັກ, ກໍາມະການຄະນະປະຈຳພັກ, ຮອງປະທານ ຄະນະກວດກາສູນກາງພັກ, ຜູ້ຊີ້ນໍາກົມພົວພັນຕ່າງປະເທດ, ມີຜູ້ຕ່າງໜ້າ ຈາກກົມຈັດຕັ້ງ-ພະນັກງານ, ບັນດາສະມາຊິກພັກ-ພະນັກງານພາຍໃນກົມພົວພັນຕ່າງປະເທດ ແລະ ແຂກຖືກເຊີນ ເຂົ້າຮ່ວມ.ໃນພິທີ ສະຫາຍ ສຸພາວົງ ວັນທານຸວົງ ເລຂາໜ່ວຍພັກຜູ້ເກົ່າ ໄດ້ລາຍງານບົດສະຫຼຸບການເຄື່ອນໄຫວວຽກງານຂອງໜ່ວຍພັກກົມພົວພັນຕ່າງປະເທດໃນໄລຍະຜ່ານມາ ເຊິ່ງຍົກໃຫ້ເຫັນທັງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ກ່າວຂອບໃຈຕໍ່ບັນດາສະມາຊິກພັກທີ່ໃຫ້ຄວາມຮ່ວມມື, ຊ່ວຍເຫຼືອ, ປະກອບສ່ວນຕະຫຼອດມາຕໍ່ກັບການເຮັດໜ້າທີ່ຂອງຕົນ ແລະ ຍິນດີທີ່ຈະຮ່ວມມືໃນການເຮັດວຽກຮ່ວມກັນຕາມພາລະບົດບາດ, ໜ້າທີ່ ທີ່ໄດ້ຮັບມອບໝາຍ. ພ້ອມດຽວກັນນັ້ນ, ສະຫາຍ ຄໍາໄຫຼ ສີປະເສີດ ກໍໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຊົມເຊີຍຍ້ອງຍໍຕໍ່ຜົນສໍາເລັດໃນການນໍາພາ-ຊີ້ນໍາ, ການເຮັດໜ້າທີ່ການເມືອງ ຂອງ ສະຫາຍ ເລຂາໜ່ວຍພັກ ຜູ້ເກົ່າ, ພ້ອມນີ້ຍັງໄດ້ເນັ້ນໃຫ້ຄະນະໜ່ວຍພັກຊຸດໃໝ່, ຕ້ອງເປັນແບບຢ່າງໃນການປະຕິບັດໜ້າທີ່, ມີຄວາມເປັນເອກະພາບ, ບໍ່ຕັດສິນບັນຫາໃນວຽກງານແບບສ່ວນຕົວ, ມີຄວາມສາມັກຄີຕົກລົງເປັນໝູ່ຄະນະ, ສຶບຕໍ່ນໍາພາສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກພາຍໃນໜ່ວຍ, ແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃຫ້ສາມາດເຮັດໜ້າທີ່ເປັນເສນາທິການ ໃຫ້ຂັ້ນເທິງກ່ຽວກັບວຽກງານການຕ່າງປະເທດໃຫ້ສູງຂຶ້ນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)