ພິທີມອບ-ຮັບ ໜ້າທີ່ ລະຫວ່າງ ຮັກສາການຫົວໜ້າກົມ ຜູ້ເກົ່າ ແລະ ຫົວໜ້າກົມ ຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຜູ້ໃໝ່

29/08/2025

ພິທີມອບ-ຮັບ ໜ້າທີ່ ລະຫວ່າງ ຮັກສາການຫົວໜ້າກົມ ຜູ້ເກົ່າ ແລະ ຫົວໜ້າກົມ ຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຜູ້ໃໝ່

ໃນວັນທີ 28 ສິງຫາ 2025, ທີ່ສະໂມສອນຄະນະກວດກາສູນກາງພັກ ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ຮັກສາການຫົວໜ້າກົມ ຜູ້ເກົ່າ ແລະ ຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງຜູ້ໃໝ່ຂຶ້ນ ລະຫວ່າງສະຫາຍ ເທບພະໄທ ພັນກ້າ ຮັກສາການຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ(ຜູ້ເກົ່າ) ແລະ ສະຫາຍ ສຸພາວົງ ວັນທານຸວົງ ຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ(ຜູ້ໃໝ່), ໂດຍໃຫ້ກຽດເປັນປະທານຂອງສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີຜູ້ຕາງໜ້າຈາກຫ້ອງການ, ກົມຈັດຕັ້ງ-ພະນັກງານ, ຄະນະກົມ, ຄະນະພະແນກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ເຂົ້າຮ່ວມ. ໃນພິທີ ສະຫາຍ ເທບພະໄທ ພັນກ້າ ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ການເຄື່ອນໄຫວນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເຊິ່ງເຫັນວ່າສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ ພ້ອມນີ້ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍມາຍັງສະຫາຍຫົວໜ້າກົມຜູ້ໃໝ່ ກໍຄືຄະນະກົມ, ຄະນະພະແນກ ເປັນຕົ້ນ ໃຫ້ພ້ອມກັນເອົາໃຈໃສ່ນໍາພາສຶກສາອົບຮົມການເມືອງແນວຄິດ ໃຫ້ບັນດາສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນກົມ ໂດຍສະເພາະແມ່ນນິຕິກໍາກ່ຽວກັບວຽກງານກວດກາ, ວຽກງານຕ້ານການສໍ້ລາດບັງຫຼວງ; ຍຶດໝັ້ນຄວາມສາມັກຄີເປັນໝູ່ຄະນະ ປະຕິບັດລະບອບແບບແຜນນໍາພາ ແລະ ວິທີເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕ; ນໍາພາ-ຊີ້ນໍາການກໍ່ສ້າງໜ່ວຍພັກ ໃຫ້ເປັນໜ່ວຍພັກປອດໃສ ເຂັ້ມແຂງ, ໜັກແໜ້ນ; ນໍາພາຊຸກຍູ້ອົງການຈັດຕັ້ງມະຫາຊົນທີ່ຂຶ້ນກັບຄວາມຮັບຜິດຊອບຂອງໜ່ວຍພັກໃຫ້ເປັນປົກກະຕິ; ສືບຕໍ່ຊີ້ນໍາການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃນແຕ່ລະໄລຍະໃຫ້ບັນລຸຕາມລະດັບຄາດໝາຍ ແລະ ມີປະສິດທິຜົນສູງ. ຫຼັງຈາກນັ້ນ, ຕາງໜ້າກົມຈັດຕັ້ງ-ພະນັກງານ ກໍໄດ້ ຜ່ານຂໍ້ຕົກລົງ ວ່າດ້ວຍການຊັບຊ້ອນພະນັກງານນຳພາ-ຄຸ້ມຄອງພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ແລະ ຜ່ານຂໍ້ຕົກລົງໂຈະການເປັນຮັກສາການຫົວໜ້າກົມ. ພ້ອມດຽວກັນນັ້ນ, ກໍໄດ້ມີພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ ຮັກສາການຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ(ຜູ້ເກົ່າ) ແລະ ຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ (ຜູ້ໃໝ່) ໂດຍພາຍໃຕ້ການເປັນສັກຂີພິຍານຂອງຄະນະພັກ, ຄະນະນໍາ ຕະຫຼອດຮອດສະມາຊິກພັກ, ພະນັກງານ ພາຍໃນກົມ ແລະ ແຂກຖືກເຊີນ. ໂອກາດດຽວກັນນີ້, ສະຫາຍ ຄຳໄຫຼ ສີປະເສີດ ຍັງໄດ້ໃຫ້ກຽດມີຄໍາເຫັນໂອ້ລົມໃຫ້ທິດຊີ້ນໍາຕໍ່ພິທີ ພ້ອມທັງໄດ້ສະແດງຄວາມຍ້ອງຍໍຊົມຕໍ່ສະຫາຍຮັກສາການຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ(ຜູ້ເກົ່າ) ທີ່ມີຜົນງານ, ຜົນສໍາເລັດໃນນໍາພາ-ຊີ້ນໍາ ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາພັກ ຕາມພາລະບົດບາດ ແລະ ການມອບໝາຍຂອງຂັ້ນເທິງ, ພ້ອມນີ້ຍັງໄດ້ເນັ້ນໜັກໃຫ້ສະຫາຍຫົວໜ້າກົມຜູ້ໃໝ່ ສືບຕໍ່ນໍາພາ-ຊີ້ນໍາ ເສີມຂະຫຍາຍບົດຮຽນດ້ານດີທີ່ຕັ້ງໜ້າໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ນໍາເອົາແບບແຜນວິທີນໍາພາ ແລະ ວິທີເຮັດວຽກທີ່ພົ້ນເດັ່ນມາເປັນແນວທາງນໍາພາສະມາຊິກພັກ-ພະນັກງານພາຍໃນກົມ ເພື່ອສຸມໃສ່ປັບປຸງແກ້ໄຂບາງດ້ານທີ່ຍັງຄົງຄ້າງ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີພາຍໃນກົມໃຫ້ແໜ້ນແຟ້ນ, ຕິດຕາມຊຸກຍູ້ການປະຕິບັດວຽກງານວິຊາສະເພາະ ກໍຄືວຽກງານປິ່ນອ້ອມໃຫ້ໄດ້ຮັບຜົນສໍາເລັດຂຶ້ນເປັນກ້າວໆ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)