ພິທິປະກາດ ມອບ-ໂອນ ຂະແໜງຄຸ້ມຄອງພົນລະເມືອງ, ພະແນກພາຍໃນແຂວງ ມາຂຶ້ນກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງສາລະວັນ

28/08/2025

ພິທິປະກາດ ມອບ-ໂອນ ຂະແໜງຄຸ້ມຄອງພົນລະເມືອງ, ພະແນກພາຍໃນແຂວງ ມາຂຶ້ນກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງສາລະວັນ

ວັນທີ 14 ສິງຫາ 2025 ທີ່ສະໂມສອນກອງບັນຊາການ ປກສ ແຂວງສາລະວັນ, ໄດ້ມີພິທີມອບ-ໂອນ ກົງຈັກການຈັດຕັ້ງ ລະຫວ່າງ ພະແນກພາຍໃນແຂວງ ກັບ ກອງບັນຊາການ ປກສ ແຂວງສາລະວັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສັກ ທົງຄໍາຫານ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ-ອົງການກວດກາລັດ ທັງເປັນຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງ, ທ່ານ ພົຈວ ສີເສີດ ສອນດາລາ ຄະນະປະຈໍາພັກແຂວງ, ຫົວໜ້າກອງບັນຊາການ ປກສ ແຂວງ, ຜູ້ຕາງໜ້າ ຈາກກົມພະນັກງານ, ກົມໃຫ່ຍການເມືອງ ກະຊວງປ້ອງກັນຄວາມສະຫງົບ, ຄະນະພັກ-ຄະນະບັນຊາ, ກະຊວງພາຍໃນ, ພະແນກພາຍໃນແຂວງ, ຄະນະຈັດຕັ້ງແຂວງ, ຂະແໜງຄຸ້ມຄອງພົນລະເມືອງ, ພະນັກງານທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

​ໃນພິທີທ່ານ ຄໍາກຽນ ສຸວັນນະແດງ ຮອງຫົວໜ້າພະແນກພາຍໃນແຂວງຂຶ້ນຜ່ານບົດລາຍງານການໂອນຂະແໜງພົນລະເມືອງມາຂຶ້ນກັບຫ້ອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ. ການມອບ-ໂອນດັ່ງກ່າວ, ແມ່ນປະຕິບັດຕາມການຊີ້ນໍາຂອງຂັ້ນເທິງ ກໍ່ຄືມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍ: ການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງ ສະບັບເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025; ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ: ການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງ ຂອງລັດຖະບານ ສະບັບເລກທີ 05/ສພຊ, ລົງວັນທີ 20 ມີນາ 2025; ຄໍາແນະນໍາຂອງຄະເລຂາທິການສູນກາງພັກກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ສະບັບເລກທີ 465/ຄລສພ, ລົງວັນທີ 27 ມີນາ 2025. ພ້ອມນີ້ ໄດ້ເຊັນບົດບັນທຶກມອບ-ໂອນ ລະຫວ່າງ ພະແນກພາຍໃນແຂວງ ກັບ ກອງບັນຊາການປ້ອງກັນຄວາມສະຫງົບແຂວງສາລະວັນ.
​ພາບ-ຂ່າວ: ຈິດຕິພັນ ແກ້ວອຸ່ນເຮືອນ ຄະນະກວດກາພັກ-ອົງການກວດກາລັດແຂວງສາລະວັນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)