20/08/2025

ວັນທີ 20 ສິງຫາ 2025 ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງຂຶ້ນ ທີ່ສະໂມສອນຄະນະກວດກາສູນກາງພັກ ໃຫ້ກຽດເປັນປະທານ ໂດຍສະຫາຍ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ຄຳໄຫຼ ສີປະເສີດ, ກຳມະການສູນກາງພັກ, ບັນດາສະຫາຍທີ່ມາຈາກສູນກາງແນວລາວສ້າງຊາດ, ຫ້ອງວ່າການສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຄະນະປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ເລຂາໜ່ວຍພັກ, ສະມາຊິກພັກ-ພະນັກງານ ທົ່ວອົງການເຂົ້າຮ່ວມ.ໃນພິທີຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ສະບັບເລກທີ 640/ຄລສພ, ລົງວັນທີ 16 ກໍລະກົດ 2025; ຜ່ານມະຕິຕົກລົງຂອງຄະນະນເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຮອງເລຂາຄະນະບໍລິຫານງານພັກ, ຮອງປະທານຄະນະກວດກາສູນກາງພັກ ສະບັບເລກທີ641/ຄລສພ, ລົງວັນທີ 16 ກໍລະກົດ 2025, ມາດຕາ 1 ແຕ່ງຕັ້ງສະຫາຍ ຄໍາໄຫຼ ສີປະເສີດ ກຳມະການສູນກາງພັກ ເປັນຮອງເລຂາຄະນະບໍລິຫານງານພັກ, ຮອງປະທານຄະນະກວດກາສູນກາງພັກ; ຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການແຕ່ງຕັ້ງຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ສະບັບເລກທີ 1064/ຄຈສພ, ລົງວັນທີ 24 ກໍລະກົດ 2025 ມາດຕາ 1 ແຕ່ງຕັ້ງສະຫາຍ ຄໍາໄຫຼ ສີປະເສີດ ກຳມະການສູນກາງພັກ ເປັນຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ. ຈາກນັ້ນ ສະຫາຍ ປອ ຄໍາພັນ ພົມມະທັດ ກໍ່ໄດ້ໃຫ້ກຽດມອບມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຮອງເລຂາຄະນະບໍລິຫານງານພັກ, ຮອງປະທານຄະນະກວດກາສູນກາງພັກ ສະບັບເລກທີ 641/ຄລສພ,ລົງວັນທີ 16 ກໍລະກົດ 2025 ໃຫ້ສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ຄື ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານ ຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ. ນອກຈາກນີ້ໃນພິທີຍັງໄດ້ຜ່ານຂໍ້ຕົກລົງ ຂອງຄະນະກວດກາສູນກາງພັກ ວ່າດ້ວຍການສັບຊ້ອນພະນັກງານນຳພາ-ຄຸ້ມຄອງ ພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສະບັບເລກທີ 254/ຄກສພ,ລົງວັນທີ 13 ສິງຫາ 2025. ສັບຊ້ອນ ສະຫາຍ ສຸພາວົງ ວັນທານຸວົງ ຫົວໜ້າກົມພົວພັນຕ່າງປະທດ ໄປເປັນຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ.
ໃນຕອນທ້າຍຂອງພິທີ ສະຫາຍ ປອ. ຄຳພັນ ພົມມະທັດ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ພິທີເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍ ຕໍ່ສະຫາຍທີ່ຖືກແຕ່ງຕັ້ງ ແລະ ສັບຊ້ອນ ພ້ອມເຊື່ອໝັ້ນວ່າ ສະຫາຍທີ່ໄດ້ຮັບການແຕ່ງຕັ້ງສັບຊ້ອນໃນຄັ້ງນີ້ ຈະສືບຕໍ່ຜັນຂະຫຍາຍບົດຮຽນ, ປະສົບການ ແລະ ຄວາມຮູ້, ຄວາມສາມາດຂອງຕົນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ສຸມທຸກສະຕິປັນຍາເຂົ້າໃນການເຄື່ອນໄຫວວຽກງານກວດກາ ໃຫ້ເກີດດອກອອກຜົນ ແລະ ມີປະສິດຕິພາບສູງຂຶ້ນເລື້ອຍໆ ດ້ວຍຄວາມຮູ້-ຄວາມສາມາດ ແລະ ບົດຮຽນປະສົບການທີ່ສະຫາຍມີນັ້ນ ຈະເປັນພຶ້ນຖານສຳຄັນໃນການນຳພາປະຕິບັດວຽກງານເປັນເສນາທິການໃຫ້ແກ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ ແລະ ພ້ອມໝູ່ຄະນະນຳພາຊຸກຍູ້ຂະບວນການວຽກງານຕ່າງໆເປັນຕົ້ນ ວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ສືບຕໍ່ພັດທະນາ ແລະ ຂະຫຍາຍຕົວໄປເລື້ອຍໆ; ອີກປະການໜຶ່ງ ການສັບຊ້ອນພະນັກງານນຳພາ-ຄຸ້ມຄອງຂັ້ນຫົວໜ້າກົມໃນຄັ້ງນີ້ ກໍ່ແມ່ນເພື່ອຕອບສະໜອງຕໍ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຂອງພວກເຮົາໃຫ້ແທດເໝາະຕາມຫຼັກການ ແລະ ທິດນຳຂອງພັກເຮົາ.