ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ອວຍພອນ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 80 ປີ

19/08/2025

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ອວຍພອນ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 80 ປີ

ໃນຕອນເຊົ້າວັນທີ 19 ສິງຫາ 2025 ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ນຳໂດຍ ທ່ານ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ເຂົ້າອວຍພອນ ເນື່ອງໃນໂອກາດລະນຶກ ຄົບຮອບ 80 ປີ ວັນໄຊຊະນະການປະຕິວັດ ເດືອນສິງຫາ (19 ສິງຫາ 1945-19 ສິງຫາ 2025) ແລະ ວັນສະຖາປະນາ ສສ ຫວຽດນາມ (2 ກັນຍາ 1945-2 ກັນຍາ 2025) ເພື່ອສະແດງຄວາມຊົມເຊີຍຕໍ່ບັນດາຜົນງານອັນໃຫຍ່ຫຼວງ ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ ທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ຕະຫຼອດໄລຍະ 80 ປີຜ່ານມາ ແລະ ສະແດງໃຫ້ເຫັນເຖິງສາຍພົວພັນພິເສດ ລາວ-ຫວຽດນາມ. ພ້ອມນີ້ ທ່ານ ຫງວຽນ ມິ່ງ ເຕີມ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ກໍ່ໄດ້ຍົກໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະດ້ານນັບແຕ່ອະດີດເຖິງປັດຈຸບັນ ຂອງ ສສ ຫວຽດນາມໃຫ້ຮັບຊາບ, ນອກນີ້ ທ່ານຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ ຊຶ່ງຍາມໃດ ກໍໄດ້ມີການຮ່ວມມືກັນຢ່າງສະໜິດແໜ້ນ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)