ກອງປະຊຸມໃຫຍ່ ໜ່ວຍພັກ ຄັ້ງທີ VIII ຂອງ ກົມກວດກາພັກ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ

15/08/2025

ກອງປະຊຸມໃຫຍ່ ໜ່ວຍພັກ ຄັ້ງທີ VIII ຂອງ ກົມກວດກາພັກ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ

ໃນຕອນບ່າຍຂອງວັນທີ 15 ສິງຫາ 2025, ກົມກວດກາພັກ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມໃຫຍ່ ໜ່ວຍພັກ ຄັ້ງທີ VIII ຂອງຕົນຂຶ້ນຢ່າງເປັນທາງການ ຢູ່ທີ່ສະໂມສອນໃຫຍ່ ຂອງຄະນະກວດກາສູນກາງພັກ, ໂດຍການເປັນຄະນະປະທານກອງປະຊຸມຂອງ ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກໍາມະການປະຈຳພັກ ຮອງປະທານ ຄະນະກວດກາສູນກາງພັກ-ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ສະຫາຍ ອ໋ອດສຸລິເດດ ໄຊສີທອນ ຮັກສາການເລຂາໜ່ວຍພັກ, ຫົວໜ້າກົມກວດກາພັກ ແລະ ສະຫາຍ ຄຳສຸກ ອອຍຍະວົງ ກຳມະການ ຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ, ເຊິ່ງມີຜູ່ຕາງໜ້າຈາກ 03 ອົງການຈັດຕັ້ງມະຫາຊົນ, ຜູ່ຕາງໜ້າບັນດາໜ່ວຍພັກ, ພ້ອມດ້ວຍສະມາຊິກພັກ, ສະມາຊິກພັກອາວຸໂສບຳນານ ພາຍໃນກົມເຂົ້າຮ່ວມ.ໃນກອງປະຊຸມ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກ ຄະນະກວດກາສູນກາງພັກ ວ່າດ້ວຍ ການອະນຸມັດເປີດກອງປະຊຸມໃຫຍ່ ໜ່ວຍພັກ ກົມກວດກາພັກ ຄັ້ງທີ VIII, ຜ່ານຮ່າງບົດລາຍງານການເມືອງ ແລະ ຜ່ານຮ່າງບົດສຳຫຼວດການນຳພາລວມ ຂອງຄະນະໜ່ວຍພັກ ສະໄໝທີ VII. ຫຼັງຈາກນັ້ນ, ຜູ່ແທນກອງປະຊຸມກໍໄດ້ມີການປະກອບຄຳຄິດ, ຄຳເຫັນຢ່າງກົງໄປກົງມາຕໍ່ກັບ ບັນດາຮ່າງເອກະສານດັ່ງກ່າວ. ນອກຈາກນີ້, ສະຫາຍ ຄຳສຸກ ອອຍຍະວົງ ຕາງໜ້າອະນຸກຳມະການບຸກຄະລາກອນ ກໍໄດ້ຜ່ານມາດຖາດເງື່ອນໄຂຜູ່ອອກຮັບສະມັກເລືອກຕັ້ງຄະນະໜ່ວຍພັກຊຸດໃໝ່ ແລະ ຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດລາຍຊື່ບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະໜ່ວຍພັກຊຸດໃໝ່. ພ້ອມກັນນັ້ນ, ບັນດາສະມາຊິກພັກກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່, ເຊິ່ງມີຜູ່ອອກສະໝັກຮັບເລືອກຕັ້ງ 05 ສະຫາຍ, ຍິງ 0 ສະຫາຍ, ເລືອກເອົາ 03 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະໜ່ວຍພັກ ກົມກວດກາພັກ ຄັ້ງທີ VIII ໄດ້ເປັນເອກະສັນເລືອກເອົາຄື: ສະຫາຍ ອ໋ອດສຸລິເດດ ໄຊສີທອນ ເປັນ ເລຂາໜ່ວຍພັກ, ສະຫາຍ ແສງທອງ ຊາວພູວົງ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ພູວາລິນ ເສນທະວົງ ເປັນກໍາມະການໜ່ວຍພັກ ແລະ ເປັນປະທານກວດກາໜ່ວຍພັກ, ພ້ອມທັງແຕ່ງຕັ້ງ ສະຫາຍ ສຸລິວັນ ຄຳຊົມພູ ເປັນຮອງປະທານກວດກາໜ່ວຍພັກ ແລະ ສະຫາຍ ພອນສະຫວັນ ຈັນສະໝຸດ ເປັນຜູ່ຊ່ວຍວຽກງານກວດກາພັກ.ໂອກາດດຽວກັນນີ້, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ, ເຊິ່ງກ່ອນອື່ນ ສະຫາຍ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນສຳເລັດໃນການເຄື່ອນໄຫວນຳພາ-ຊີ້ນຳວຽກງານໃນໄລຍະທີ່ຜ່ານມາ, ພ້ອມທັງເນັ້ນໃຫ້ ຄະນະໜ່ວຍພັກຕ້ອງເປັນເຈົ້າການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິຂອງກອງປະຊຸມໃນຄັ້ງນີ້ ໃຫ້ເປັນອັນລະອຽດ ເລິກເຊິ່ງ ທົ່ວເຖິງ, ປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກຂອງຄະນະໜ່ວຍພັກ ໂດຍແບ່ງວຽກງານ-ແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງ, ເຄົາລົບ ແລະ ປະຕິບັດກົດລະບຽບ, ບັນດາຂໍ້ຫ້າມສໍາລັບສະມາຊິກພັກ ໃຫ້ເຂັ້ມງວດ, ເປັນແບບຢ່າງທີ່ດີໃຫ້ແກ່ສະມາຊິກພັກ, ເພິ່ມທະວີຄວາມສາມັກຄີທັງພາຍໃນ ແລະ ພາຍນອກ, ພ້ອມທັງຮີບຮ້ອນ ສືບຕໍ່ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ໄປຄົ້ນຄວ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)