ກອງປະຊຸມໃຫຍ່ ໜ່ວຍພັກ ຄັ້ງທີ V ຂອງ ກົມກວດກາລັດ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ
13/08/2025

ໃນຕອນເຊົ້າຂອງວັນທີ 13 ສິງຫາ 2025, ກົມກວດກາລັດ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມໃຫຍ່ ໜ່ວຍພັກ ຄັ້ງທີ V ຂອງຕົນຂຶ້ນຢ່າງເປັນທາງການ ຢູ່ທີ່ສະໂມສອນໃຫຍ່ ຂອງຄະນະກວດກາສູນກາງພັກ, ໂດຍການເປັນຄະນະປະທານຮ່ວມຂອງ ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກໍາມະການປະຈຳພັກ ຮອງປະທານ ຄະນະກວດກາສູນກາງພັກ-ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ສະຫາຍ ວົງອຸໄທ ສັນຕິໄຊ ເລຂາໜ່ວຍພັກ, ຫົວໜ້າກົມກວດກາລັດ ແລະ ສະຫາຍ ຄຳສຸກ ອອຍຍະວົງ ກຳມະການ ຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ, ເຊິ່ງມີຜູ່ຕາງໜ້າຈາກ 03 ອົງການຈັດຕັ້ງມະຫາຊົນ, ຜູ່ຕາງໜ້າບັນດາໜ່ວຍພັກ, ພ້ອມດ້ວຍສະມາຊິກພັກ ພາຍໃນກົມເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກ ຄະນະກວດກາສູນກາງພັກ ວ່າດ້ວຍ ການອະນຸມັດເປີດກອງປະຊຸມໃຫຍ່ ໜ່ວຍພັກ ກົມກວດກາລັດ ຄັ້ງທີ V, ຜ່ານຮ່າງບົດລາຍງານການເມືອງ ແລະ ຜ່ານຮ່າງບົດສຳຫຼວດການນຳພາລວມ ຂອງຄະນະໜ່ວຍພັກ ສະໄໝທີ IV. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ມີການປະກອບຄຳຄິດ, ຄຳເຫັນຢ່າງກົງໄປກົງມາຕໍ່ກັບ ບັນດາຮ່າງເອກະສານດັ່ງກ່າວ. ນອກຈາກນີ້, ສະຫາຍ ຄຳສຸກ ອອຍຍະວົງ ຕາງໜ້າອະນຸກຳມະການບຸກຄະລາກອນ ກໍໄດ້ຜ່ານມາດຖາດເງື່ອນໄຂຜູ້ອອກຮັບສະມັກເລືອກຕັ້ງຄະນະໜ່ວຍພັກຊຸດໃໝ່ ແລະ ຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດລາຍຊື່ບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະໜ່ວຍພັກຊຸດໃໝ່. ພ້ອມກັນນັ້ນ, ບັນດາສະມາຊິກພັກກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່, ເຊິ່ງມີຜູ່ອອກສະໝັກຮັບເລືອກຕັ້ງ 07 ສະຫາຍ, ຍິງ 01 ສະຫາຍ, ເລືອກເອົາ 05 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະໜ່ວຍພັກ ກົມກວດກາລັດ ຄັ້ງທີ V ໄດ້ເປັນເອກະສັນເລືອກເອົາຄື: ສະຫາຍ ຕຽງທອງ ສີສຸວັນນະແສງ ເປັນ ເລຂາໜ່ວຍພັກ, ສະຫາຍ ວົງສະຫວັນ ຈັນຫາລີຄຳ ເປັນຮອງເລຂາໜ່ວຍພັກ, ສະຫາຍ ວິນາລັກ ສະຣະມະນີ ເປັນກຳມະການພັກ ແລະ ປະທານກວດກາໜ່ວຍພັກ, ສະຫາຍ ພອນແກ້ວ ສີຫອມວົງ ເປັນກຳມະການພັກ, ສະຫາຍ ນາງ ຈັນທະວະດີ ອິນທະວົງ ເປັນກຳມະການພັກ, ພ້ອມທັງແຕ່ງຕັ້ງ ສະຫາຍ ດາວວອນ ສີດາວອນ ເປັນຮອງປະທານກວດກາ ແລະ ສະຫາຍ ນາງ ລັດດາວັນ ວິໄລວົງ ເປັນຜູ້ຊ່ວຍວຽກງານກວດກາພັກ.
ໃນໂອກາດດຽວກັນນີ້, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ, ເຊິ່ງກ່ອນອື່ນ ສະຫາຍ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນສຳເລັດໃນການເຄື່ອນໄຫວນຳພາ-ຊີ້ນຳວຽກງານໃນໄລຍະທີ່ຜ່ານມາ, ພ້ອມທັງເນັ້ນໃຫ້ ຄະນະໜ່ວຍພັກຕ້ອງເປັນເຈົ້າການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິຄໍາສັ່ງ ຂອງພັກ, ຂໍ້ກໍານົດ-ກົດໝາຍ ແລະ ລະບຽບການຕ່າງໆ ໃຫ້ທົ່ວເຖິງເລິກເຊິ່ງ, ປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກຂອງຄະນະໜ່ວຍພັກ, ເຄົາລົບ ແລະ ປະຕິບັດກົດລະບຽບ, ບັນດາຂໍ້ຫ້າມສໍາລັບສະມາຊິກພັກ ໃຫ້ເຂັ້ມງວດ, ຕິດຕາມ ແລະ ຊຸກຍູ້ວຽກງານກວດກາລັດ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ຢູ່ກະຊວງ-ອົງການ ແລະ ບັນດາແຂວງ-ນະຄອນຫຼວງ ໃຫ້ເປັນປົກກະຕິ, ພ້ອມທັງຮີບຮ້ອນຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນຂອງກອງປະຊຸມໃນເທື່ອນີ້ໃຫ້ເກີດຜົນເປັນຈິງ.






