12/08/2025

ໃນຕອນເຊົ້າຂອງວັນທີ 12 ສິງຫາ 2025 ໜ່ວຍພັກຫ້ອງການ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມໃຫຍ່ ໜ່ວຍພັກ ຄັ້ງທີ VIII ຂອງຕົນຂຶ້ນຢ່າງເປັນທາງການ ຢູ່ທີ່ສະໂມສອນໃຫຍ່ ຂອງຄະນະກວດກາສູນກາງພັກ, ໂດຍການເປັນຄະນະປະທານຮ່ວມຂອງ ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ, ກໍາມະການປະຈຳພັກ, ຮອງປະທານ ຄະນະກວດກາສູນກາງພັກ-ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ສະຫາຍ ກົງໃຈ ວິໄລສັກ ຮັກສາການເລຂາໜ່ວຍພັກ, ຫົວໜ້າຫ້ອງການ ແລະ ສະຫາຍ ນາງ ເກດມະນີ ຈຸນລະມະນີ ຮອງຫົວໜ້າກົມຈັດຕັ້ງພັກ-ພະນັກງານ ຕາງໜ້າອະນຸກຳມະການບຸກຄະລາກອນ, ເຊິ່ງມີຜູ່ຕາງໜ້າຈາກ 03 ອົງການຈັດຕັ້ງມະຫາຊົນ, ຜູ່ຕາງໜ້າບັນດາໜ່ວຍພັກ, ພ້ອມດ້ວຍສະມາຊິກພັກສົມບູນ, ສຳຮອງ ແລະ ສະມາຊິກພັກບຳນານເຂົ້າຮ່ວມ.ໃນກອງປະຊຸມ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກ ຄະນະກວດກາສູນກາງພັກ ວ່າດ້ວຍ ການອະນຸມັດເປີດກອງປະຊຸມໃຫຍ່ ໜ່ວຍພັກ ຫ້ອງການຄັ້ງທີ VIII, ຜ່ານຮ່າງບົດລາຍງານການເມືອງ ແລະ ຜ່ານຮ່າງບົດສຳຫຼວດການນຳພາລວມ ຂອງຄະນະໜ່ວຍພັກ ສະໄໝທີ VII. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ມີການປະກອບຄຳຄິດເຫັນຢ່າງກົງໄປກົງມາຕໍ່ກັບ ບັນດາຮ່າງເອກະສານດັ່ງກ່າວ. ນອກຈາກນີ້, ສະຫາຍ ນາງ ເກດມະນີ ຈຸນລະມະນີ ກໍໄດ້ຜ່ານມາດຖາດເງື່ອນໄຂຜູ້ອອກຮັບສະມັກເລືອກຕັ້ງຄະນະໜ່ວຍພັກຊຸດໃໝ່ ແລະ ຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດລາຍຊື່ບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະໜ່ວຍພັກຊຸດໃໝ່. ພ້ອມກັນນັ້ນ, ບັນດາສະມາຊິກພັກກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່, ເຊິ່ງມີຜູ່ອອກສະໝັກຮັບເລືອກຕັ້ງ 7 ສະຫາຍ, ຍິງ 3 ສະຫາຍ, ເລືອກເອົາ 5 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະໜ່ວຍພັກ ຫ້ອງການ ຄັ້ງທີ VIII ໄດ້ເປັນເອກະສັນເລືອກເອົາຄື: ສະຫາຍ ກົງໃຈ ວິໄລສັກ ເປັນ ເລຂາໜ່ວຍພັກ, ສະຫາຍ ບຸນມີ ແກ່ນມະນີ ເປັນຮອງເລຂາໜ່ວຍພັກ, ສະຫາຍ ນາງ ບຸນເສີມ ໄຊຍະຄຳ ເປັນກຳມະການພັກ ພ້ອມທັງເປັນປະທານກວດກາໜ່ວຍພັກ, ນາງ ດວງປີ ຈັນທະລັງສີ ເປັນກຳມະການພັກ, ສະຫາຍ ອາພິສິດ ມີພູມ ເປັນກຳມະການພັກ, ຮອງປະທານກວດກາໜ່ວຍພັກ, ສະຫາຍ ແລະ ແຕ່ງຕັ້ງ ສະຫາຍ ວັນນະໄຊ ຈັນລາຕີ ເປັນຮອງປະທານກວດກາໜ່ວຍພັກ.
ໂດຍ: ນະຄອນເພັດ ວໍລະສານ.