06/08/2025

ວັນທີ 01 ສິງຫາ 2025 ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຂອງອົງການກວດກາແຫ່ງລັດ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ເຜີຍແຜ່ວຽກງານສະກັດກັ້ນ, ແຈ້ງຊັບສິນ ແລະ ລາຍຮັບ, ກວດກາ, ສືບສວນ-ສອບສວນ ການສໍ້ລາດບັງຫລວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ຢູ່ເມືອງບໍລິຄັນ ແຂວງບໍລິຄຳໄຊ, ໂດຍການເປັນປະທານ ຮ່ວມຂອງທ່ານ ສູນທະລາ ເຂັມພິລາດ ຮອງຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ອົງການກວດກາແຫ່ງລັດ, ທ່ານ ສົມພຽນ ຊອນພາ ຮອງປະທານກວດກາລັດແຂວງບໍລິຄໍາໄຊ ແລະ ທ່ານ ງອນ ລໍວັນໄຊ ປະທານກວດກາລັດເມືອງ ບໍລິຄັນ, ມີບັນດາຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ກອງບັນຊາການ ປກຊ - ປກສ ເມືອງ, ອໍານວຍການໂຮງຮຽນ, ໂຮງໝໍ, ພະນັກງານ, ບັນດາເລຂາພັກບ້ານ ແລະ ພະນັກງານ ວິຊາການອອ້ມຂ້າງ ເມືອງ ເຂົ້າຮ່ວມທັງໝົດ 81 ທ່ານ, ຍິງ 25 ທ່ານ.
ໃນກອງປະຊຸມ ຄະນະທີມງານຈາກກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຂອງອົງການກວດກາແຫ່ງລັດ ໄດ້ເຜີຍແຜ່ເອກະສານ ວຽກງານການສະກັດກັ້ນ ການສໍ້ລາດບັງຫຼວງ; ການກວດກາ ການສໍ້ລາດບັງຫຼວງ ແລະ ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ; ການສືບສວນ-ສອບສວນ ການສໍ້ລາດບັງຫລວງ ແລະ ການຟອກເງິນ ທີ່ຕິດພັນກັບການສໍ້ລາດບັງຫຼວງ; ການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ. ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມ ແຕ່ລະພາກສ່ວນກໍໄດ້ປະກອບຄຳເຫັນ ເພື່ອເປັນການແລກປ່ຽນບົດຮຽນຢ່າງກົງໄປ-ກົງມາ ທີ່ເກີດຂຶ້ນຢູ່ໃນປັດຈຸບັນຢ່າງຟົດຟື້ນ. ພ້ອມນີ້ ທ່ານ ສູນທະລາ ເຂັມພິລາດ ກໍ່ໄດ້ຊີ້ແຈງ ແລະ ຕອບຂໍ້ຂ້ອງໃຈບາງບັນຫາ ເຊິ່ງເຮັດໃຫ້ຜູ້ເຂົ້າຮ່ວມ ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງຂຶ້ນຕື່ມອີກ.