ກອງປະຊຸມໃຫຍ່ ໜ່ວຍພັກ ກົມຈັດຕັ້ງ-ພະນັກງານ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ຄັ້ງທີ IV

04/08/2025

ກອງປະຊຸມໃຫຍ່ ໜ່ວຍພັກ ກົມຈັດຕັ້ງ-ພະນັກງານ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ຄັ້ງທີ IV

ໃນຕອນເຊົ້າຂອງວັນທີ 04 ສິງຫາ 2025 ກົມຈັດຕັ້ງ-ພະນັກງານ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມໃຫຍ່ ໜ່ວຍພັກ ຄັ້ງທີ IV ຂອງຕົນຂຶ້ນ ຢູ່ທີ່ສະໂມສອນໃຫຍ່ຂອງຄະນະກວດກາສູນກາງພັກ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ປອ ດາວບົວລະພາ ບາວົງເພັດ ກໍາມະການປະຈຳພັກ ຮອງປະທານ ຄະນະກວດກາສູນກາງພັກ-ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ສະຫາຍ ຄຳສຸກ ອອຍຍະວົງ ກຳມະການຄະນະພັກ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງພັກ-ພະນັກງານ, ເຊິ່ງມີຜູ່ຕາງໜ້າຈາກ 03 ອົງການຈັດຕັ້ງມະຫາຊົນ, ຜູ່ຕາງໜ້າບັນດາໜ່ວຍພັກ, ພ້ອມດ້ວຍສະມາຊິກພັກ-ພະນັກງານ, ສະມາຊິກພັກຜູ່ອາວຸໂສບຳນານ ພາຍໃນກົມເຂົ້າຮ່ວມ.ໃນກອງປະຊຸມ ໄດ້ອ່ານມະຕິຕົກລົງ ຂອງຄະນະປະຈຳພັກ ຄະນະກວດກາສູນກາງພັກ ວ່າດ້ວຍ ການອະນຸມັດເປີດກອງປະຊຸມໃຫຍ່ ໜ່ວຍພັກ ກົມຈັດຕັ້ງ-ພະນັກງານ ຄັ້ງທີ IV, ຜ່ານຮ່າງບົດລາຍງານການເມືອງ ແລະ ຜ່ານຮ່າງບົດສຳຫຼວດການນຳພາລວມ ຂອງຄະນະໜ່ວຍພັກ ສະໄໝທີ III. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ມີການປະກອບຄຳຄິດເຫັນຢ່າງກົງໄປກົງມາຕໍ່ກັບ ບັນດາຮ່າງເອກະສານດັ່ງກ່າວ. ນອກຈາກນີ້, ສະຫາຍນາງ ອາລຸນນາ ບຸດຕະລາດ ຕາງໜ້າອະນຸກຳມະການບຸກຄະລາກອນ ກໍໄດ້ຜ່ານມາດຖາດເງື່ອນໄຂຜູ້ອອກຮັບສະມັກເລືອກຕັ້ງຄະນະໜ່ວຍພັກຊຸດໃໝ່ ແລະ ຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດລາຍຊື່ບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະໜ່ວຍພັກຊຸດໃໝ່. ພ້ອມກັນນັ້ນ, ບັນດາສະມາຊິກພັກກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່, ເຊິ່ງມີຜູ່ອອກສະໝັກຮັບເລືອກຕັ້ງ 5 ສະຫາຍ, ເລືອກເອົາ 3 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະໜ່ວຍພັກກົມຈັດຕັ້ງ-ພະນັກງານ ຄັ້ງທີ IV ໄດ້ເປັນເອກະສັນເລືອກເອົາຄື: ສະຫາຍ ຄໍາສຸກ ອອຍຍະວົງ ເປັນ ເລຂາໜ່ວຍພັກ, ສະຫາຍ ໄພວັນ ພົມມະແສງ ເປັນຮອງເລຂາໜ່ວຍພັກ ພ້ອມທັງເປັນຜູ່ກວດກາໜ່ວຍພັກ ແລະ ສະຫາຍ ນາງ ອາລຸນນາ ບຸດຕະລາດ ເປັນກຳມະການຄະນະໜ່ວຍພັກ.ໃນໂອກາດດຽວກັນນີ້, ສະຫາຍ ປອ ດາວບົວລະພາ ບາວົງເພັດ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ, ເຊິ່ງກ່ອນອື່ນ ສະຫາຍ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນສຳເລັດໃນການເຄື່ອນໄຫວນຳພາ-ຊີ້ນຳວຽກງານທີ່ຜ່ານມາ, ພ້ອມທັງເນັ້ນໃຫ້ ຄະນະໜ່ວຍພັກຕ້ອງເປັນເຈົ້າການ ສຶກສາອົບຮົມການເມືອງ-ແນວຄິດໃຫ້ບັນດາສະມາຊິກພັກ-ພະນັກງານຢ່າງເປັນປົກກະຕິ, ສະມາຊິກພັກ-ພະນັກງານ ຕ້ອງດຸໝັ່ນຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້-ຄວາມສາມາດ, ເອົາໃຈໃສ່ຄົ້ນຄວ້າປັບປຸງການຈັດຕັ້ງພາລະບົດບາດໃຫ້ມີຄວາມຮັດກຸມ, ຈະແຈ້ງ, ເອົາໃຈໃສ່ປັບປຸງແບບແຜນການເຮັດວຽກ-ການກຳນົດຕຳແໜ່ງງານໃຫ້ລະອຽດ ມີຈຸດສຸມ ສົມຄູ່ກັບໜ້າວຽກຕົວຈິງ, ພ້ອມທັງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນໃຫ້ປະກົດຜົນເປັນຈິງ ແລະ ສຳເລັດຂຶ້ນເທື່ອລະກ້າວ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)