04/08/2025

ໃນຕອນບ່າຍ, ຂອງວັນທີ 17 ກໍລະກົດ 2025, ຄະນະພັກຮາກຖານ ບໍລິສັດ ດາວທຽມ ເອເຊຍ-ປາຊີຟິກ ຈໍາກັດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານ ສະກັດກັ້ນ, ກວດກາ, ສືບສວນສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນ ຂອງພະນັກງານ ຢູ່ຫ້ອງປະຊຸມໃຫຍ່ຂອງບໍລິສັດ ດາວທຽມ ເອເຊຍ-ປາຊີຟິກ ຈໍາກັດ, ໂດຍການເປັນປະທານກອງປະຊຸມຂອງ ທ່ານ ເທບພະໄທ ພັນກ້າ ຮັກສາການຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຂອງອົງການກວດກາແຫ່ງລັດ, ມີທ່ານ ຄໍາໄມ ແພງວົງສາ ຮອງຫົວໜ້າກົມກວດກາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ສີສັນ ປອງນາທີ ຜູ້ອຳນວຍການໃຫຍ່ ບໍລິສັດ ດາວທຽມ ເອເຊຍ-ປາຊີຟິກ ຈຳກັດ ພ້ອມດ້ວຍຄະນະໜ່ວຍງານຈາກອົງການກວດກາແຫ່ງລັດ, ພະນັກງານກົມກວດກາ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຄະນະກວດກາຄະນະພັກຮາກຖານ ແລະ ສະມາຊິກພັກ-ພະນັກງານ ເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 7 ທ່ານ. ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການເຜີຍແຜ່ເອກະສານຈາກທ່ານ ເທບພະໄທ ພັນກ້າ ຮັກສາການຫົວໜ້າ ກົມ ຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ອົງການກວດກາແຫ່ງລັດ ເປັນຕົ້ນ ເອກະສານກ່ຽວກັບ ປະຫວັດການກໍາເນີດຂອງອົງການກວດກາພັກ-ລັດ ຄົບຮອບ 43 ປີ (16 ກຸມພາ 1982-16 ກຸມພາ 2025); ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ສາກົນ (9 ທັນວາ 2003-9 ທັນວາ 2025); ການເຂົ້າເປັນສະມາຊີກຊີແພັກ ຂອງ ສປປ ລາວ 2010-2025, ແນະນຳການແຈ້ງຊັບສິນ ຂອງພະນັກງານ ແລະ ຄວາມຮູ້ພື້ນຖານກ່ຽວກັບວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ແລະ ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ, ກໍາເເໜ້ນບັນດາເນື້ອໃນຈິດໃຈ ເອກະສານສໍາຄັນດັ່ງກ່າວ ເພື່ອພ້ອມກັນນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ເຂົ້າໃນຂົງເຂດວຽກງານການເມືອງ ທີ່ຕົນຮັບຜິດຊອບ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເລື້ອຍໆ; ພ້ອມນັ້ນ ບັນດາຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດ, ຄໍາເຫັນ ແລກປ່ຽນ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວກັນຢ່າງກົງໄປກົງມາ ແລະ ມີເນື້ອໃນທີ່ເລິກເຊິ່ງ ແນໃສ່ເຮັດໃຫ້ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ວຽກງານຕ້ານການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນ ຂອງພະນັກງານ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ມີການຫັນປ່ຽນຢ່າງແຂງແຮງ, ເລີກເຊິ່ງ ແລະ ຮອບດ້ານ ເພື່ອປະກອບສ່ວນເຮັດໃຫ້ແກ່ການຄຸ້ມຄອງລັດດ້ວຍກົດໝາຍເທື່ອລະກ້າວ.
ຕອນທ້າຍກອງປະຊຸມ ທ່ານ ເທບພະໄທ ພັນກ້າ ໄດ້ມີຄໍາເຫັນເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມໂດຍສະເພາະຜູ້ເປັນຫົວໜ້າ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ແລະ ຄະນະກວດກາ ຈົ່ງນໍາເອົາເນື້ອໃນຈິດໃຈຂອງການເຜີຍແຜ່ໃນຄັ້ງນີ້ ໄປຜັນຂະຫຍາຍເຂົ້າໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ ເພື່ອໃຫ້ພະນັກງານທີ່ຢູ່ພາຍໃຕ້ການຄຸ້ມຄອງ ຂອງຕົນ ຮັບຮູ້-ເຂົ້າໃຈ ຕໍ່ຜົນຮ້າຍ ແລະ ໄພອັນຕະລາຍຂອງການສໍ້ລາດບັງຫຼວງ ພ້ອມທັງເຂົ້າຮ່ວມໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢ່າງເປັນເຈົ້າການ, ເຮັດໃຫ້ພະນັກງານທຸກຄົນ ບໍ່ກ້າສໍ້ລາດບັງຫຼວງ, ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງ.