04/08/2025

ໃນຕອນເຊົ້າ ຂອງວັນທີ 16 ກໍລະກົດ 2025, ຄະນະພັກຮາກຖານ ສູນ ETL ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານ ສະກັດກັ້ນ, ກວດກາ, ສືບສວນສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນ ຂອງພະນັກງານ ຢູ່ຫ້ອງປະຊຸມໃຫຍ່ຂອງບໍລິສັດ ETL, ໂດຍການເປັນປະທານກອງປະຊຸມຂອງ ທ່ານ ເທບພະໄທ ພັນກ້າ ຮັກສາການຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ, ອົງການກວດກາແຫ່ງລັດ, ມີທ່ານ ຄໍາໄມ ແພງວົງສາ ຮອງຫົວໜ້າກົມກວດກາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ວັດທະນາ ວົງທ້ວງ ເລຂາຄະນະພັກຮາກຖານ, ຮອງຜູ້ອໍານວຍການບໍລິສັດ ETL ພ້ອມດ້ວຍ ໜ່ວຍງານຈາກອົງການກວດກາແຫ່ງລັດ, ພະນັກງານກົມກວດກາ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຄະນະກວດກາຄະນະພັກຮາກຖານ ແລະ ພະນັກງານສະມາຊິກພັກ ເຂົ້າຮ່ວມທັງໝົດ 45 ທ່ານ, ຍິງ 15 ທ່ານ. ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການເຜີຍແຜ່ເອກະສານຈາກທ່ານ ເທບພະໄທ ພັນກ້າ ຮັກສາການຫົວໜ້າ ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ອົງການກວດກາແຫ່ງລັດ; ໂດຍມີເອກະສານຄວາມຮູ້ພື້ນຖານກ່ຽວກັບວຽກງານສະກັດກັ້ນ, ສືບສວນສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ມູນເຊື້ອປະຫວັດການກໍາເນີດຂອງອົງການກວດກາ, ການເຂົ້າເປັນພາຄີໃນສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງສາກົນ ແລະ ເຂົ້າເປັນສະມາຊີກອາຊຽນແພັກ; ຈາກນັ້ນ ທ່ານ ຄໍາມະນີວົງ ຈວງມາລີ ຮອງຫົວໜ້າ ພະແນກສະກັດກັ້ນການສໍ້ລາດບັງຫຼວງ, ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຂຶ້ນເຜີຍແຜ່ ແລະ ແນະນຳການແຈ້ງຊັບສິນ ຂອງພະນັກງານ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມທີ່ເຮັດວຽກງານກວດກາ ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ກໍາເເໜ້ນບັນດາເນື້ອໃນຈິດໃຈ ເອກະສານສໍາຄັນດັ່ງກ່າວ ເພື່ອພ້ອມກັນນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃນຂົງເຂດວຽກງານຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເລື້ອຍໆ; ພ້ອມນັ້ນບັນດາຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນແລກປ່ຽນ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວກັນຢ່າງກົງໄປກົງມາ ແລະ ມີເນື້ອໃນຢ່າງເລິກເຊິ່ງ. ເພື່ອແນໃສ່ເຮັດໃຫ້ວຽກງານຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານຕ້ານການຟອກເງິນ, ວຽກງານແຈ້ງຊັບສິນ-ລາຍຮັບ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ມີການຫັນປ່ຽນຢ່າງແຂງແຮງ ແລະ ເພື່ອປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດດ້ວຍກົດໝາຍໃຫ້ມີຄວາມສັກສິດ.
ຕອນທ້າຍກອງປະຊຸມ ທ່ານ ເທບພະໄທ ພັນກ້າ ໄດ້ມີຄໍາເຫັນເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມໂດຍສະເພາະຜູ້ເປັນຫົວໜ້າ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ແລະ ຄະນະກວດກາ ນໍາເອົາເນື້ອໃນຈິດໃຈຂອງການເຜີຍແຜ່ໃນຄັ້ງນີ້ ໄປຜັນຂະຫຍາຍໃນຂົງເຂດວຽກງານຂອງຕົນ ໃຫ້ມີຄວາມຖືກຕ້ອງເປັນເອກະພາບກັນ ແລະ ມີປະສິດທິຜົນສູງ.