ສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ທາບທາມບຸກຄະລາກອນຮອບທີ 1
28/07/2025

ເພື່ອຮັບສະໝັກເຂົ້າຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ວັນທີ 25 ກໍລະກົດ 2025 ທີ່ຫ້ອງປະຊຸມໃຫຍ່ ຂອງຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມ ທາບທາມບຸກຄະລາກອນຮອບທີ 1 ຕິດພັນກັບຮ່າງເອກະສານເນື້ອໃນຂອງກອງປະຊຸມໃຫຍ່ສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຂຶ້ນ ໂດຍການເປັນປະທານ ຂອງສະຫາຍ ນາງ ກອງມະນີ ສີບຸນເຮືອງ ປະທານສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ມີສະມາຊິກແມ່ຍິງບັນດາກົມ, ຫ້ອງການ ຂອງຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ, ຮ່າງແຜນພັດທະນາແມ່ຍິງລາວ ປີ 2021-2025 ແລະ ທິດທາງແຜນການ ແຕ່ປີ 2025-2030, ຮ່າງກົດລະບຽບແມ່ຍິງລາວ(ສະບັບປັບປຸງ) ແລະ ມາດຕະຖານເງື່ອນໄຂ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX. ພ້ອມກັນນັ້ນ, ສະມາຊິກແມ່ຍິງຍັງໄດ້ປະກອບຄຳຄິດເຫັນ, ຄຳເຫັນຕໍ່ຮ່າງເອກະສານດັ່ງກ່າວ.
ໃນຕອນທ້າຍ ຜູ້ແທນກອງປະຊຸມກໍໄດ້ໃຊ້ສິດຂອງຕົນ ປ່ອນບັດທາບທາມບຸກຄະລາກອນຮອບທີ 1 ເພື່ອຮັບສະໝັກເຂົ້າຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX.
