ກອງປະຊຸມ ຄົບຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ຄັ້ງທີ 12 ສະໄໝທີ IV

28/07/2025

ກອງປະຊຸມ ຄົບຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ຄັ້ງທີ 12 ສະໄໝທີ IV

ໃນວັນທີ 25 ກໍລະກົດ 2025 ຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ດໍາເນີນກອງປະຊຸມ ຄົບຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ຄັ້ງທີ 12 ສະໄໝທີ IV ຂຶ້ນ ທີ່ຫ້ອງປະຊຸມຄະນະກວດກາສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໂດຍມີຄະນະປະຈໍາພັກ, ກໍາມະການພັກ, ເລຂາໜ່ວຍພັກ ແລະ ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມກອງປະຊຸມຄັ້ງນີ້ ໄດ້ມີຄວາມໝາຍ, ຄວາມສໍາຄັນຍິ່ງ ທີ່ໄດ້ດໍາເນີນໃນທ່າມກາງການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2025 ໃຫ້ກາຍເປັນຮູບປະທຳໃນແຕ່ລະດ້ານ ດ້ວຍຄວາມຮັບຜິດຊອບສູງ ແລະ ບົນຈິດໃຈສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນວຽກງານກວດກາ. ເຊິ່ງກອງປະຊຸມຄັ້ງນີ້ແມ່ນໄດ້ຜ່ານບົດສະຫຼຸບ ການນຳພາເຄື່ອນໄຫວວຽກງານ ປະຈຳໄຕມາດ 2 ແລະ ທິດທາງແຜນການ ປະຈຳໄຕມາດ 03 ປີ 2025 ຂອງຄະນະພັກ ຄະນະກວດກາສູນກາງພັກ, ພ້ອມນີ້ຍັງພ້ອມກັນ ຕີລາຄາຜົນສໍາເລັດ-ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ວຽກງານຈຸດສຸມໃນຕໍ່ໜ້າ ເຊິ່ງໄລຍະຜ່ານມາຄະນະພັກ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້ານໍາພາ-ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານວິຊາສະເພາະ, ການປັບປຸງພາລະບົດບາດ, ການກຳນົດຕຳແໜ່ງງານ, ການກໍ່ສ້າງພັກ-ພະນັກງານ ເເລະ ອື່ນໆ ມີຜົນສໍາເລັດຫຼາຍດ້ານ; ຄຽງຄູ່ກັບຜົນສໍາເລັດ-ດ້ານດີ ກໍເຫັນໄດ້ວ່າມີດ້ານອ່ອນ-ຂໍ້ຄົງຄ້າງບາງອັນ ທີ່ຈະຕ້ອງສືບຕໍ່ປັບປຸງເເກ້ໄຂຢ່າງຕັ້ງໜ້າ.ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ເຕັມໄປຄວາມໝາຍຄວາມສໍາຄັນ ແລະ ມີຜົນສໍາເລັດອັນຈົບງາມ ສະຫາຍ ປອ ຄໍາພັນ ພົມມະທັດ ປະທານກອງປະຊຸມ ໄດ້ເນັ້ນໜັກໃຫ້ບັນດາສະຫາຍໃນຄະນະບໍລິຫານງານພັກ ສຸມໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ; ເພີ່ມທະວີການນຳພາ-ຊີ້ນຳວຽກງານວິຊາສະເພາະຕາມພາລະບົດບາດຢ່າງແຂງແຮງ, ສຸມໃສ່ປັບປຸງແກ້ໄຂບັນດາຈຸດອ່ອນ-ຂໍ້ຄົງຄ້າງ ແລະ ວຽກງານຈຸດສຸມໃນຕໍ່ໜ້າໃຫ້ສຳເລັດຕາມແຜນການທີ່ວາງໄວ້; ສຸມໃສ່ນຳພາ-ຊີ້ນຳ ແກ້ໄຂສະພາບຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນກັບສະມາຊິກພັກ-ພະນັກງານຈຳນວນໜຶ່ງໃຫ້ຂາດຕົວ ເພື່ອສ້າງຄວາມເຂັ້ມແຂງໃນການເຄື່ອນໄຫວວຽກງານ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)