ສະພັນແມ່ຍິງ ຄກສພ-ອກຫລ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ

18/07/2025

ສະພັນແມ່ຍິງ ຄກສພ-ອກຫລ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ

ໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2025, ສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີ ສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ພາຍໃຕ້ຄຳຂວັນ “ 70 ປີມີໄຊ ເຕີບໃຫຍ່ເຂັ້ມແຂງ ພັດທະນາແມ່ຍິງ ກ້າວໄກ ທັນສະໄໝ”, ໂດຍການເປັນປະທານຂອງ ທ່ານ ນາງ ກອງມະນີ ສີບຸນເຮືອງ ປະທານສະຫະພັນແມ່ຍິງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ມີຜູ້ຕາງໜ້າຈາກບັນດາກົມ, ອົງການຈັດຕັ້ງມະຫາຊົນ, ຄະນະສະຫະພັນແມ່ຍິງ ແລະ ເອື້ອຍນ້ອງແມ່ຍິງພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດເຂົ້າຮ່ວມ.ໃນພິທີ ທ່ານ ນາງ ກອງມະນີ ສີບຸນເຮືອງ ໃຫ້ກຽດປາຖະກະຖາ ເອກະສານມູນເຊື້ອວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ເຊິ່ງໄດ້ຍົກໃຫ້ເຫັນເຖິງການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ, ຜົນງານການເຄື່ອນໄຫວ ປະກອບສ່ວນຂອງແມ່ຍິງລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດຄຽງບ່າຄຽງໄລ່ກັບເພດຊາຍ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນເມື່ອກ່ອນເຖິງປັດຈຸບັນ.

ພ້ອມນີ້ ທ່ານ ນາງ ກອງມີນີ ສີບຸນເຮືອງ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ສະມາຊິກສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ພ້ອມເນັ້ນໃຫ້ແມ່ຍິງເອົາໃຈໃສ່ຄື:
1. ຄະນະສະຫະພັນແມ່ຍິງເອົາໃຈໃສ່ໃນການປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ ທີ່ກໍານົດໄວ້ໃນກົດໝາຍ, ກົດລະບຽບ ຂອງສະຫະພັນແມ່ຍິງລາວ; ຕັ້ງໜ້າສ້າງເງື່ອນໄຂ ແລະ ສ້າງໂອກາດໃຫ້ສະຫະພັນແມ່ຍິງໄດ້ຮັບການພັດທະນາ ໃນຖານະເປັນອົງການຕົວແທນໃນການປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ, ເພີ່ມທະວີການປຸກລະດົມແມ່ຍິງ ໃນການປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສ້າງບາດກ້າວບຸກທະລຸ ຫັນເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ແມ່ຍິງຄະນະກວດກາສູນກາງພັກ ຄັ້ງທີ X, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ມະຕິກອງປະຊຸມໃຫຍ່ແມ່ຍິງລາວ ຄັ້ງທີ VIII, ແຜນພັດທະນາແມ່ຍິງແຫ່ງຊາດ ຄັ້ງທີ VIII, ແຜນດຳເນີນງານຂອງສູນກາງສະຫະພັນແມ່ຍິງລາວ ແລະ ສາມແຜນດໍາເນີນງານແຫ່ງຊາດ ເຊື່ອມເຂົ້າແຜນພັດທະນາຂອງແມ່ຍິງ, ວຽກງານວິຊາສະເພາະຂອງຕົນ ໄລຍະປີ 2026-2030 ໃຫ້ເປັນອັນລະອຽດ ແລະ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີໝາກຜົນ.
2. ສືບຕໍ່ນໍາພາສຶກສາອົບຮົມການເມືອງ-ແນວຄິດ ໃນຖັນແຖວສະມາຊິກສະຫະພັນແມ່ຍິງ ໃຫ້ ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຮູ້ຮັກ ສາກຽດສັກສີ ຂອງແມ່ຍິງລາວ, ຮູ້ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊາດ ແລະ ຄຸນລັກສະນະທີ່ເປັນມູນເຊື້ອ ຂອງແມ່ຍິງລາວ.
3. ໃຫ້ເອົາໃຈໃສ່ປັບປຸງການຈັດຕັ້ງ ໃຫ້ໜັກແໜ້ນ, ເຂັ້ມແຂງໃນທຸກດ້ານ, ປັບປຸງແບບແຜນວິທີນຳພາ, ວິທີເຮັດວຽກໃຫ້ແທດຕົວຈິງ, ການເຮັດວຽກໃຫ້ມີແຜນການ, ແຜນງານ, ມີໂຄງການລະອຽດມີການຊຸກຍູ້, ຕິດຕາມ, ກວດກາ, ປະເມີນຜົນ, ຕີລາຄາສະຫຼຸບຖອນຖອນບົດຮຽນໃນແຕ່ລະໄລຍະ ຢ່າງພາ ວະວິໄສ.; ເອົາໃຈໃສ່ສ້າງສະຫະພັນແມ່ຍິງ ໃຫ້ມີຄວາມເຂັ້ມແຂງ, ມີຄວາມກ້າວໜ້າໃນທຸກດ້ານ, ເຮັດໃຫ້ແມ່ຍິງຜູ້ມີມາດຕະຖານເງື່ອນໄຂຄົບຖ້ວນ ໄດ້ບັນຈຸເຂົ້າໃນແຜນກໍານົດ, ບັນຈຸສັບຊ້ອນເຂົ້າໃນຕໍາແໜ່ງ ພະນັກງານນໍາພາ-ຄຸ້ມຄອງ.
4. ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວເອື້ອຍນ້ອງແມ່ຍິງ ເປັນຕົ້ນການເຊື່ອຖືງົມງວາຍ, ຖືກກົດໜ່ວງຈາກຮີດຄອງປະເພນີທີ່ຫຼ້າຫຼັງ ແລະ ປະກົດການຫຍໍ້ທໍ້ໃນສັງຄົມເປັນຕົ້ນ: ການພົວພັນກັບຂະບວນການຄ້າຂາຍສິ່ງເສບຕິດ, ການຄ້າຂາຍເຖື່ອນ, ການຄ້າມະນຸດ, ການຄ້າປະເວນີ, ການໃຊ້ຄວາມຮຸນແຮງໃນຄອບຄົວ-ສັງຄົມ, ການຢ່າຮ້າງ; ແກ້ໄຂແນວຄິດຄອງເດີມ, ຂາດຄວາມກ້າຫານ, ຂາດຫົວຄິດປະ ດິດສ້າງ, ຕ້ານແນວຄິດຄັບແຄບ, ອະຄະຕິ, ບໍ່ສົ່ງເສີມເຊິ່ງກັນ ແລະ ກັນ, ບໍ່ກ້າປະເຊີນໜ້າກັບສິ່ງທ້າທ້າຍ ບໍ່ເປັນເຈົ້າການຊອກຫາທາງອອກທີ່ຖືກຕ້ອງໃນເມື່ອ ປະເຊີນກັບສິ່ງທ້າທາຍຕ່າງໆ.
5. ເຂົ້າຮ່ວມການເຄື່ອນໄຫວຂອງການຈັດຕັ້ງສະຫະພັນແມ່ຍິງ, ຂອງຄະນະພັກ, ອົງຄະນະພັກ ແລະ ອົງການຈັດຕັ້ງມະຫາຊົນອື່ນໆຢ່າງຫ້າວຫັນ; ເຕົ້າໂຮມຄວາມສາມັກຄີພາຍໃນລະຫວ່າງແມ່ຍິງດ້ວຍກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຖັນແຖວສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງບັນດາເຜົ່າ; ພ້ອມກັນຕ້ານສະກັດກັ້ນ ແລະ ຕ້ານບັນດາແນວຄິດຫາຜົນປະໂຫຍດສ່ວນຕົວ, ພັກພວກ, ກຸ່ມກ້ອນ, ອະຄະຕິ ແລະ ແບ່ງແຍກຄວາມສາມັກຄີພາຍໃນ ໂດຍບໍ່ຖືກຕ້ອງ ແລະ ເອົາໃຈໃສ່ເຄື່ອນໄຫວວຽກງານວິຊາສະເພາະ ກໍ່ຄືການປະຕິບັດວຽກງານ 3 ດີຂອງແມ່ຍິງ ຕິດພັນກັບການປະຕິບັດຂໍ້ແຂ່ງຂັນຮັກຊາດ-ພັດທະນາ ທີ່ພັກ-ລັດວາງອອກ ເວົ້າລວມ, ໂດຍສະເພາະແມ່ນຂໍ້ແຂ່ງຂັນ 3 ໜ້າທີ່ 12 ຂໍ້ປະຕິບັດ ທີ່ຄະນະພັກ-ຄະນະກວດກາສູນກາງພັກ ວາງອອກໃຫ້ເປັນຮູບປະທໍາ.
6. ຕ້ອງພ້ອມກັນປະຕິບັດ ລະບອບດໍາເນີນຊີວິດຂອງໜ່ວຍສະຫະພັນແມ່ຍິງແຕ່ລະກົມ ແລະ ຂອງຄະນະສະຫະພັນແມ່ຍິງ ຄະນະກວດກາສູນກາງພັກໃຫ້ເປັນປົກກະຕິ, ມີເນື້ອໃນເລິກເຊິ່ງ. ໃນນີ້, ໃຫ້ມີຄວາມສາມັກຄີພາຍໃນເອົາໃຈໃສ່ຕໍານິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ວຍຄວາມຈິງໃຈ, ຖືເອົາອັນນີ້ເປັນການປັບປຸງພາຍໃນເປັນປົກກະຕິ ຜູ້ທີ່ຖືກຕຳນິສົ່ງຂ່າວກໍ່ຕ້ອງຕື່ນຕົວຮັບເອົາ ແລະ ເປັນເຈົ້າປັບປຸງປ່ຽນແປງຕົນເອງໃຫ້ດີຂຶ້ນ, ຕ້ອງປັບປຸງ ແລະ ເພີ່ມທະວີຄວາມສາມັກຄີພາຍໃນແມ່ຍິງພວກເຮົາໃຫ້ດີ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)