ທະນາຄານແຫ່ງ ສປປ ລາວ ເຜີຍແຜ່ເອກະສານວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ

27/06/2025

ທະນາຄານແຫ່ງ ສປປ ລາວ ເຜີຍແຜ່ເອກະສານວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ

ໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2025 ນີ້ ທີ່ຫ້ອງປະຊຸມຕະຫຼາດຫຼັກຊັບລາວ ໄດ້ມີກອງປະຊຸມເຜີຍແຜ່ເອກະສານວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ພະນັກງານ ທະນາຄານແຫ່ງ ສປປ ລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ວຽງສະຫວັນ ໄຊຍະວົງ ຫົວໜ້າກົມກວດກາ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ເທບພະໄທ ພັນກ້າ ຮັກສາການ ຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ອົງການກວດກາແຫ່ງລັດ ເຊິ່ງມີ ບັນດາ ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຈາກກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ, ສໍານັກງານຂໍ້ມູນຕ້ານການຟອກເງິນ, ບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ, ບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ຈໍາກັດ ແລະ ຕະຫຼາດຫຼັກຊັບລາວ ເຂົ້າຮ່ວມທັງໝົດ 120 ທ່ານ, ຍິງ 66 ທ່ານ.ກອງປະຊຸມຄັ້ງນີ້ ແມ່ນແນໃສ່ເຮັດໃຫ້ພະນັກງານ-ລັດຖະກອນ ທະນາຄານແຫ່ງ ສປປ ລາວ ໄດ້ຮັບຮູ້, ເຂົ້າໃຈກ່ຽວບັນດາກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ ກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ນິຕິກໍາຂອງ ທະນາຄານແຫ່ງ ສປປ ລາວ ແນ່ໃສ່ສ້າງສະຕິໃຫ້ພະນັກງານ ຈັດຕັ້ງປະຕິບັດໜ້າທີ່ຢ່າງຖືກຕ້ອງ ແລະ ມີຄວາມຮັບຜິດຊອບສູງ ເພື່ອສະກັດກັ້ນພຶດຕິກໍາການສໍ້ລາດບັງຫຼວງໃນຂົງເຂດທະນາຄານ.

ໃນພິທີ ທ່ານ ນາງ ວັນນາລີ ຄຸນບາທ້າວ ຫົວໜ້າພະແນກສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຂອງກົມກວດກາ ທະນາຄານ ແຫ່ງ ສປປ ລາວ. ຈາກນັ້ນ ທ່ານ ເທບພະໄທ ພັນກ້າ ກໍໄດ້ເຜີຍແຜ່ ກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ແລະ ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ. ນອກຈາກນີ້, ທ່ານ ວຽງສະຫວັນ ໄຊຍະວົງ ກໍໄດ້ເຜີຍແຜ່ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ແລະ ຂໍ້ກໍານົດວ່າດ້ວຍຄວາມຮັບຜິດຊອບຂອງພະນັກງານນໍາພາ-ຄຸ້ມຄອງຕໍ່ການປະຕິບັດໜ້າທີ່ການເມືອງ. ໃນຕອນທ້າຍ ກອງປະຊຸມ ຍັງໄດ້ມີການຖາມ-ຕອບ ແລະ ແລກປ່ຽນຄໍາຄິດ-ຄໍາເຫັນນໍາອີກ.
ພາບ ແລະ ຂ່າວໂດຍ: ສອນທະລີ ວິໄລສັກ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)