ປະທານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຄະນະຜູ້ແທນ ຄະນະກໍາມະການກວດກາວິໄນພັກ ແຂວງຢຸນນານ ສປ ຈີນ

24/06/2025

ປະທານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຄະນະຜູ້ແທນ ຄະນະກໍາມະການກວດກາວິໄນພັກ ແຂວງຢຸນນານ ສປ ຈີນ

ໃນວັນທີ 24 ມິຖຸນາ 2025 ຄະນະການກວດກາລະບຽບວິໄນພັກ-ລັດ ແຂວງຢູນນານ ນຳໂດຍ ສະຫາຍ ເຟີງ ຈີ້ລີ ຄະນະປະຈໍາພັກແຂວງ, ເລຂາຄະນະກໍາມະການກວດກາວິໄນພັກ ແລະ ຫົວໜ້າຄະນະກຳມະການກວດກາລັດ ແຂວງ ຢຸນນານ ສປ ຈີນ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ແລະ ປະທານອົງການກວດກາແຫ່ງລັດ ທີ່ຫ້ອງຮັບແຂກຄະນະກວດກາສູນກາງພັກ ເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລກປ່ຽນບົດຮຽນ ຢູ່ ສປປ ລາວ.ໃນໂອກາດດັ່ງກ່າວ, ສະຫາຍ ຄຳພັນ ພົມມະທັດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ການມາ ຢ້ຽມຢາມ ແລກປ່ຽນບົດຮຽນ ຢູ່ ສປປ ລາວ ຂອງຄະນະຜູ້ແທນໃນຄັ້ງນີ້, ເຊິ່ງແມ່ນເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນການຮ່ວມມືມິດຕະພາບອັນເປັນມູນເຊື້ອ, ແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການພົວພັນແບບຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ເວົ້າລວມ, ເວົ້າສະເພາະ ການຮ່ວມມືລະຫວ່າງ ຄະນະກວດກາສູນກາງພັກ ສປປ ລາວ ແລະ ຄະນະກຳມະການກວດກາລະບຽບວິໄນພັກ-ລັດ ແຂວງຢູນນານ ສປ ຈີນ ໃຫ້ນັບມື້ເຂົ້າສູ່ລວງເລິກ. ພ້ອມດຽວກັນນັ້ນ, ທັງສອງຝ່າຍຍັງໄດ້ລາຍງານຫຍໍ້ ແລກປ່ຽນທັດສະນະ ໃນການສົ່ງເສີມການຮ່ວມມື ລະຫວ່າງຄະນະກວດກາຂອງທັງສອງປະເທດ, ໂດຍສະເພາະໃນຂົງເຂດວຽກງານກວດກາພັກ, ກວດກາລັດ, ຕ້ານການສໍ້ລາດບັງຫຼວງ, ການຕິດຕາມຄວາມປອດໃສໃນໂຄງການລົດໄຟລາວ-ຈີນ ແລະ ຂະຫຍາຍຜົນການຮ່ວມມືໃນລະດັບວິຊາການ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນແມ່ບົດ ສະບັບ ໃໝ່ໄລຍະປີ 2024–2028 ລວມເຖິງການຊຸກຍູ້ກໍ່ສ້າງຄວາມປອດໃສ ໃນກອບການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ”.ໃນຕອນທ້າຍ, ສະຫາຍ ຄຳພັນ ພົມມະທັດ ກໍໄດ້ສະແດງຄວາມຂອບໃຈ ແລະ ຫວັງວ່າ ການເຄື່ອນໄຫວໃນຄັ້ງນີ້ ຈະເປັນການເປີດທາງໃຫ້ການຮ່ວມມືລະຫວ່າງຄະນະກວດກາຂອງສອງຝ່າຍ ໃຫ້ຂະຫຍາຍຕົວໄປສູ່ຄວາມຮ່ວມມື, ໝັ້ນຄົງທະນົງແກ່ນ ແລະ ມີປະສິດທິຜົນຢ່າງຕໍ່ເນື່ອງຍິ່ງໆຂຶ້ນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)