ກອງປະຊຸມເຜີຍແຜ່ ແລະ ຕິດຕາມຊຸກຍູ້ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນຂອງພະນັກງານ

24/06/2025

ກອງປະຊຸມເຜີຍແຜ່ ແລະ ຕິດຕາມຊຸກຍູ້ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນຂອງພະນັກງານ

ໃນວັນທີ 20 ມິຖຸນາ 2024 ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ອົງການກວດກາແຫ່ງລັດ ຈັດກອງປະຊຸມເຜີຍແຜ່ ແລະ ຕິດຕາມຊຸກຍູ້ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນຂອງພະນັກງານ ທີ່ສະຖາບັນ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໃຫ້ກຽດເຂົ້າຮ່ວມ ໂດຍທ່ານ ປອ ສັນຕິສຸກ ສີມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍສະມາຊິກພັກ-ພະນັກງານທົ່ວກະຊວງ ແລະ ນັກສຶກສາຈາກສະຖາບັນ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານຈຳນວນໜຶ່ງເຂົ້າຮ່ວມ.ນພິທີທ່ານ ປອ ສັນຕິສຸກ ສີມມາລາວົງ ໃຫ້ກຽດກ່າວເປີດພິທີ ເຊິ່ງທ່ານໄດ້ກ່າວວ່າວຽກງານຕິດຕາມຊຸກຍູ້ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນ ຂອງພະນັັກງານ ແມ່ນວຽກງານໜຶ່ງ ທີ່ມີຄວາມສໍາຄັນໃນບົດບາດການນຳພາຂອງພັກ ແລະ ຄຸ້ມຄອງຂອງລັດ ເພາະວ່າວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເປັນວຽກງານທີ່ຕິດພັນກັບທຸກໆຂົງເຂດວຽກງານ, ເປັນວຽກທີ່ຄະນະພັກຮັບຜິດຊອບໂດຍກົງ, ຕ້ອງເຮັດເປັນປົກກະຕິ ແລະ ຂາດບໍ່ໄດ້ສໍາລັບການນຳພາຂອງພັກ ແລະ ການຄຸ້ມຄອງລັດ. ນອກນີ້ທ່ານຍັງໄດ້ຮຽກຮ້ອງເຖິງບັນດາສະຫາຍ ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ ໃນການຮັບຟັງການໂຄສະນາເຜີຍແຜ່ ຈາກອົງການກວດກາແຫ່ງລັດ ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ ເພື່ອນຳໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງຢ່າງປະດິດສ້າງ, ຖືກຕ້ອງຕາມຫຼັກການ, ແທດເໝາະກັບສະພາບຕົວຈິງໃນແຕ່ລະໄລຍະ ແລະ ແຕ່ລະຂົງເຂດວຽກງານຂອງບັນດາທ່ານ. ຈາກນັ້ນທ່ານ ເທບພະໄທ ພັນກ້າ ຮັກສາການຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຈາກອົງການກວດກາແຫ່ງລັດ ກໍ່ໄດ້ນຳສະເໜີ ເອກະສານຄວາມຮູ້ພື້ນຖານກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ. ນອກຈາກນີ້ ທ່ານ ສອນທະລີ ວິໄລສັກ ວິຊາການ ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ກໍ່ໄດ້ນຳສະເໜີເອກະສານ ການແຈ້ງຊັບສິນ ແລະ ລາຍຮັບ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)