ຄະນະກວດກາພັກ-ອົງການກວດກາລັດ ເມືອງສາລະວັນເປີດກອງປະຊຸມສະຫຼູບວຽກງານກວດກາປະຈໍາປີ 2024 ແລະ ທິດທາງແຜນການປີ 2025

20/06/2025

ຄະນະກວດກາພັກ-ອົງການກວດກາລັດ ເມືອງສາລະວັນເປີດກອງປະຊຸມສະຫຼູບວຽກງານກວດກາປະຈໍາປີ 2024 ແລະ ທິດທາງແຜນການປີ 2025

ໃນຕອນເຊົ້າ ຂອງວັນທີ 18 ມິຖຸນາ 2025 ຄະນະກວດກາພັກ-ອົງການກວດກາລັດເມືອງສາລະວັນ, ເເຂວງສາລະວັນ ໄດ້ເປີດກອງປະຊຸມສະຫຼຸບວຽກງານກວດກາທົ່ວເມືອງ ປະຈໍາປີ 2024 ເເລະ ທິດທາງເເຜນການປີ 2025 ຢູ່ທີ່ຫ້ອງປະຊຸມໃຫ່ຍຂອງເມືອງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສົມບັດ ໄຕຍະລາດ ຄະນະປະຈໍາພັກເມືອງ, ປະທານຄະນະກວດກາພັກ-ອົງການກວດກາລັດເມືອງສາລະວັນ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຈັນສີລອນ ສີສົມບູນ ກໍາມະການພັກເເຂວງ,​ ເລ​ຂາ​ຄະນະບໍລິຫານງານພັກ​ເມືອງ-ເຈົ້າເມືອງສາລະວັນ, ມີສະຫາຍຮອງເລຂາພັກເມືອງ, ບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກອ້ອມຂ້າງສໍານັກງານ, ເລຂາໜ່ວຍພັກບ້ານ, ຜູ້ເຮັດວຽກງານກວດກາໜ່ວຍພັກ ເເລະ ກວດກາລັດປະຈໍາຫ້ອງການ ເຂົ້າ​ຮ່ວມທັງໝົດ 148 ສະຫາຍ, ຍິງ 38 ສະຫາຍ.

ໃນກອງປະຊຸມ ສະຫາຍ ສົມບັດ ໄຕຍະລາດ ໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາປະຈໍາປີ 2024 ແລະ ວາງທິດທາງແຜນການປີ 2025 ໂດຍຍົກໃຫ້ເຫັນຜົນສໍາເລັດການເຄື່ອນໄຫວ ແລະ ການປະຕິບັດວຽກງານຕົວຈິງໃນ 01 ປີຜ່ານມາ ເຫັນວ່າຫຼາຍດ້ານໄດ້ຮັບຜົນສໍາເລັດຢ່າງຕັ້ງໜ້າ ແລະ ມີບາງຂໍ້ຄົງຄ້າງທີ່ຕ້ອງແກ້ໄຂ, ພ້ອມດຽວກັນນີ້ກໍ່ຍົກໃຫ້ເຫັນບົດຮຽນທີ່ຖອດຖອນໄດ້ ຈາກເຄື່ອນໄຫວກວດກາຕົວຈິງໄລຍະຜ່ານມາ.
ຫຼັງຈາກໄດ້ຮັບຟັງການຜ່ານບົດສະຫຼຸບແລ້ວ ຜູ້ແທນກອງປະຊຸມ ກໍ່ໄດ້ປະກອບຄໍາເຫັນໃສ່ບົດສະຫຼຸບຢ່າງພາວະວິໄສ ແລະ ກົງໄປກົງມາ ພ້ອມທັງສະເໜີປັບປຸງເນື້ອໃນທີ່ຍັງເຫັນບໍ່ທັນສອດຄ່ອງ ຄົບຖ້ວນ ໃຫ້ສົມບູນຂື້ນ. ນອກຈາກນັ້ນ ສະຫາຍ ແສງສະຫັວນ ອິນທະວົງ ເລຂາໜ່ວຍພັກ ຮອງປະທານຄະນະກວດກາພັກເມືອງ-ອົງການກວດກາລັດເມືອງ ໄດ້ເຜີຍແຜ່ເອກະສານບົດບັນທຶກການປະສານງານລະຫວ່າງ ອົງການກວດກາແຫ່ງລັດ ກັບກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ ແລະ ອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການດໍາເນີນຄະດີການສໍ້ລາດບັງຫຼວງ ສະບັບລົງວັນທີ 29 ມັງກອນ 2024; ບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບ ສານປະຊາຊົນສູງສຸດ ກ່ຽວກັບການດໍາເນີນຄະດີ ສະບັບລົງວັນທີ 11 ມີນາ 2024. ພ້ອມກັນນັ້ນ ສະຫາຍ ນາງ ຫຼຽນທອງ ຈັນທະວົງ ຮອງເລຂາໜ່ວຍພັກ ຮອງປະທານຄະນະກວດກາພັກ-ອົງການກວດກາລັດເມືອງ ໄດ້ເຜີຍແຜ່ ບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບ ອົງການກວດສອບແຫ່ງລັດ ສະບັບລົງວັນທີ 14 ກຸມພາ 2024; ລະບຽບຂອງອົງການກວດກາແຫ່ງລັດ ສະບັບເລກທີ 138/ອກຫລ, ລົງວັນທີ 09 ເມສາ 2024 ວ່າດ້ວຍການເກັບຮັກສາເອກະສານ ກ່ຽວກັບກວດກາ.
ໃນຕອນທ້າຍກອງປະຊຸມ ສະຫາຍ ຈັນສີລອນ ສີສົມບູນ ກໍາມະການພັກເເຂວງ, ​ເລ​ຂາ​ຄະນະບໍລິຫານງານພັກ​ເມືອງ-ເຈົ້າເມືອງສາລະວັນ ໃຫ້ກຽດໂອ້ລົມ ຕໍ່ກອງກອງປະຊຸມ ໂດຍສະຫາຍໄດ້ຍ້ອງຍໍຊົມເຊີຍ ຕໍ່ດ້ານດີ ແລະ ຜົນງານໃນໄລຍະ 01 ປີຜ່ານ ແລະ ເນັ້ນໃຫ້ຄະນະພັກ ຄະນະກວດກາພັກ-ອັງການກວດກາລັດເມືອງ ຖືເອົາວຽກງານກວດກາເປັນວຽກງານທີ່ສຳຄັນ, ສຶບຕໍ່ສຶກສາອົບຮົມວຽກງານການເມືອງແນວຄິດ, ແບບແຜນວິທີ່ເຮັດວຽກ, ແບບແຜນການນໍາພາ ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ເພີ່ມຄວາມຮັບຜິດຊອບໃນຂອບເຂດສິດ, ພາລະບົດບາດຂອງຕົນ, ເຊື່ອມຊຶມ ແລະ ກໍາແໜ້ນບັນນິຕິກໍາຕ່າງໆໃຫ້ເລີກເຊິ່ງ.
ໂດຍ: ສີສຸພັນ ເສນນາວັນນາ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)