ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມຫົວຂໍ້ສະເພາະກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

20/06/2025

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມຫົວຂໍ້ສະເພາະກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ໃນລະຫວ່າງວັນທີ 8-14 ມິຖູນາ 2025 ພະນັກງານກວດກາຂອງສູນກາງ ແລະ ທ້ອງຖິ່ນ ສປປ ລາວ ໄດ້ເຂົ້າຮ່ວມຝຶກອົບຮົມຫົວຂໍ້ສະເພາະກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງ ຢູ່ ແຂວງ ຢຸນນານ ສປ ຈີນ ຈຳນວນ 25 ທ່ານ, ຍິງ 6 ທ່ານ,ໃນນີ້ມາຈາກຄະນະກວດກາສູນກາງພັກ ຈຳນວນ 13 ສະຫາຍ ຍິງ 05 ສະຫາຍ, ຈາກຄະນະກວດກາບັນດາແຂວງພາກເໜືອ ແລະ ພາກກາງຈຳນວນ 12 ສະຫາຍ, ຍິງ 01 ສະຫາຍ, ນໍາພາໂດຍທ່ານ ອ໊ອດສຸລິເດດ ໄຊສີທອນ ຫົວໜ້າກົມກວດກາພັກ ຄະນະກວດກາສູນກາງພັກ.ການຝຶກອົບຮົມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ພ້ອມກັນເອົາໃຈໃສ່ຄົ້ນຄົ້ວ 4 ຫຼັກສູດຫົວຂໍ້ສະເພາະ, 7 ຫຼັກສູດພາກສະໜາມ ແລະ ມີ 3 ຫຼັກສູດສຳຜັດຄື: ຫຼັກສູດຫົວຂໍ້ສະເພາະປະກອບມີ ຂໍ້ສະເໜີ ແລະ ປະສົບການຂອງພັກກອມມູນິດຈີນ ກ່ຽວກັບການຄຸ້ມຄອງພັກຢ່າງຮອບດ້ານ ແລະ ເຂັ້ມງວດ ແລະ ການປະຕິບັດຕົວຈິງແຂວງຢຸນນານ; ການປະຕິບັດຕົວຈິງຂອງຈີນໃນການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ-ປະສົບການ ແລະ ການປະຕິບັດຕົວຈິງຂອງຈີນໃນການລົບລ້າງຄວາມທຸກຍາກ ຢ່າງຖືກເປົ້າໝາຍ; ການນໍາໃຊ້ຂໍ້ມູນ ແລະ ເຕັກນິກປັນຍາປະດິດ ( AI ) ໃນການຕ້ານການສໍ້ລາດບັງຫຼວງ; ປະສົບການ ແລະ ຄວາມຮັບຮູ້ຂອງການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ ໃນສະພາບການຫັນ ເປັນທັນສະໄໝ ຂອງການປົກຄອງປະເທດ. ຫຼັກສູດພາກສະໜາມປະກອບມີ ທັດສະນະສຶກສາຫ້ອງທົດລອງການພັດທະນາ ແລະ ການນໍາໃຊ້ພະລັງງານທົດແທນຈີນ-ລາວ; ທັດສະນະສຶກສາສູນປະມູນ ແລະ ການຄ້າດອກໄມ້ສາກົນຄຸນໝິງ; ທັດສະນະສຶກສາຕະຫຼາດຄ້າຂາຍດອກໄມ້ ໂຕໜານ ຂອງນະຄອນຄຸນໝິງ; ທັດສະນະ ສໍາຜັດກັບວັດທະນະທໍາຈີີນ ເນື້ອໃນສໍາຜັດວັດທະນະທໍາການຊົງນໍ້າຊາ ຕາມ “ໜຶ່ງແລວ ໜຶ່ງເສັ້ນທາງ; ທັດສະນະສຶກສາ ກຸ່ມບໍລິສັດກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນ ຈໍາກັດແຂວງຢຸນນານ; ທັດສະນະສຶກສາ ຫໍພິພິທະພັນສະຖານທີ່ເກົ່າ ຂອງມະຫາວິທະຍາໄລປະສົມພາກຕາເວັນຕົກສຽງໃຕ້ ແຫ່ງຊາດ; ທັດສະນະສຶກສາ ຮັບຊົມການກໍ່ສ້າງ ແລະ ຫັນເປັນດີຈີຕໍ ຂອງແຂວງຢູນານ;ທັດສະນະສຶກສາ ທ່ຽວຊົມສູນງານວາງສະແດງສາກົນໜອງແສ ນະຄອນຄຸນໜິງທັດສະນະສຶກສາ ທ່ຽວຊົມສວນແມນຕິງ ນະຄອນຊຽງຮຸ່ງ; ທັດສະນະສຶກສາ ຢ້ຽມຢາມຕາແສງ ເມັງຮ້ານ ນະຄອນຊຽງຮຸ່ງ; ທັດສະນະສຶກສາ ການກໍ່ສ້າງດ່ານບໍຫານແບບອັດສະລິຍະ. ຜ່ານການຝຶກຮົມນັກສໍາມະນາກອນໄດ້ ຮັບຮູ້ລັກສະນະທີ່ພົ້ນເດັ່ນທີ່ສຸດໃນການປົກຄອງປະເທດ ແລະ ບໍລິຫານການເມືອງ ຂອງທ່ານ ເລຂາທິການໃຫຍ່ ສີຈິ້ນຜິງ, ປະຫວັດສາດ ການລຶບລ້າງຄວາມທຸກຍາກຂອງຈີນ ແລະ ບົດຮຽນພື້ນຖານໃນການລຶບລ້າງຄວາມທຸກຍາກຂອງຈີນ, ລະບົບການປົກຄອງແຫ່ງຊາດ ແລະ ຄວາມສາມາດໃນການປົກຄອງແຫ່ງຊາດ (ເອີ້ນວ່າການປົກຄອງແຫ່ງຊາດ) ລວມສູນສ່ອງແສງເຖິງລະບອບ ແລະ ຄວາມສາມາດໃນການປະຕິບັດລະບອບຂອງປະເທດ ແລະ ມາດຕະການທີ່ມີປະສິດທິຜົນໃນການຄຸ້ມຄອງພັກ; ສະພາບວຽກງານລາດຕະເວນ ແລະ ການກວດກາຂອງ ແຂວງຢູນນານ, ຂໍ້ບັນຍັດຂອງການກວດກາພັກ-ລັດ ແມ່ນເຮັດໄດ້ດີຫຼາຍ ໃນແຕ່ລະໄລຍະ. ນອກຈາກນີ້ຍັງໄດ້ຮູ້ກ່ຽວຂະບວນການພັດທະນາພື້ນຖານໂຄງລ່າງ ແລະ ສາມາດສຳພັດໄດ້ເຖິງວິຖີດຳລົງຊີວິດ, ວັດທະນາທຳ, ການທ່ອງທ່ຽວ ຂອງປະເທດຈີນ ເວົ້າລວມ, ເວົ້າສະເພາະກໍ່ຄືນະຄອນຄຸນໝິງ ແຂວງຢຸນນານ ມີການຂະຫຍາຍຕົວຢ່າງ ຕໍ່ເນື່ອງ ເຊິ່ງເປັນບົດຮຽນອັນໜຶ່ງໃຫ້ແກ່ນັກສຳມະນາກອນໄດ້ນໍາມາສົມທຽບໃສ່ ສປປ ລາວ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)