19/06/2025

ໃນວັນທີ 22 ພຶດສະພາ 2025 ອົງການກວດກາລັດເມືອງ ໂພນໄຊ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ດຳລັດຂອງລັດຖະບານ ວ່າດ້ວຍການຕິດຕາມ, ກວດກາ ໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງໂພນໄຊ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ແກ່ນຈັນ ພິລາວັນ ຮອງເລຂາພັກເມືອງ, ຮັກສາການເຈົ້າເມືອງ-ເມືອງໂພນໄຊ ເຊິ່ງມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ຫົວໜ້າໜ່ວຍງານ ແລະ ຮອງຫົວໜ້າໜ່ວຍງານອອ້ມຂ້າງເມືອງເຂົ້າຮ່ວມທັງໝົດ 74 ທ່ານ, ຍິງ 19 ທ່ານ. ໃນວາລະກອງປະຊຸມໄດ້ ເຜີຍແຜ່ດຳລັດເລກທີ 01/ລບ, ລົງວັນທີ6 ມັງກອນ 2015 ວ່າດ້ວຍການຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ເຊິ່ງສະເໜີໂດຍທ່ານ ຈັນທົມ ສຸລິຍະສັກ ຄະນະປະຈຳພັກເມືອງ, ປະທານອົງການກວດກາລັດເມືອງ ແລະ ຄໍາແນະນໍາຂອງທ່ານ ເຈົ້າເມືອງໂພນໄຊ ສະບັບເລກທີ 022/ຈມ-ພຊ, ລົງວັນທີ 28 ມີນາ 2025 ວ່າດ້ວຍການ ການຜັນຂະຫຍາຍດໍາລັດຂອງລັດຖະບານ ວ່າດ້ວຍການຕິດຕາມ-ກວດກາໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ ແລະ ຂໍ້ຕົກລົງຂອງປະທານອົງການກວດກາລັດເມືອງ ສະບັບເລກທີ 051/ອກລ, ລົງວັນທີ 12 ພຶດສະພາ 2025 ວ່າດ້ວຍການແຕ່ງຕັ້ງໜ່ວຍງານຕິດຕາມ-ກວດກາໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ.