ອົງການກວດກາລັດແຂວງຫຼວງພະບາງ ປາຖະກະຖາວັນປະຫວັດສາດ ກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູ ຄົບຮອບ 66 ປີ
18/06/2025
ໃນວັນທີ 30 ພຶດສະພາ 2025 ຢູ່ທີ່ຫ້ອງປະຊຸມອົງການກວດກາລັດແຂວງ ໄດ້ຈັດພິທີປາຖະກາຖາ ວັນປະຫວັດສາດກອງພັນທີ 2 ຜ່າວົງປິດລ້ອມ ຂອງສັດຕູ ຄົບຮອບ 66 ປີ (18/5/1959-18/5/2025)ຂຶ້ນ ເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ກໍາແໜ້ນກ່ຽວກັບບັນດາຜົນງານຂອງຜູ້ນໍາພັກ-ລັດ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ເຊິ່ງໃຫ້ກຽດເປັນປະທານຂອງທ່ານ ຄໍາຫຼ້າ ລຽນປະດິດ ກໍາມະການປະຈໍາພັກແຂວງ, ປະທານ ອົງການກວດກາລັດແຂວງ ມີຄະນະພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນອົງການກວດກາລັດແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ ໄດ້ຮັບຟັງການບັນລະຍາຍໂດຍທ່ານ ຄໍາຫຼ້າ ລຽນປະດິດ ເຊິ່ງທ່ານໄດ້ຫວນຄືນຊີວິດການເຄື່ອນໄຫວ ແລະ ຜົນງານທີ່ພົ້ນເດັ່ນຂອງ ຂອງບັນດາສະຫາຍຜູ້ນໍາພັກໃຫ້ແກ່ຜູ້ເຂົ້າຮ່ວມໄດ້ຮັບຟັງໂດຍຫຍໍ້ ແລະ ຍົກໃຫ້ເຫັນເຖິງສະພາບການຖືກປິດລ້ອມ ຂອງກອງພັນທີ 2, ການຜ່າວົງປິດລ້ອມຂອງກອງພັນທີ 2 ແຕ່ວັນທີ 18/5-2/6/1959 ມີຄວາມໝາຍຄວາມສຳຄັນ ແລະ ປັດໄຈພື້ນຖານ ການຜ່າວົງປິດລ້ອມຂອງກອງພັນທີ 2 ເຊິ່ງຄະນະບັນຊາກອງພັນທີ 2 ພາຍໃຕ້ການຊີ້ນໍາຂອງສູນກາງພັກ ໄດ້ໃຊ້ກົນອຸບາຍຫຼອກສັດຕູ ໂດຍໃຊ້ຄວາມມືດໃນການຖອນທັບໄປທາງທິດ ຕາເວັນຕົກສ່ຽງໃຕ້ ມຸ້ງໜ້າເຂົ້າປ່າ ແລະ ນໍາພາ 91 ຄອບຄົວຜ່າວົງປິດລ້ອມທີ່ໜາແໜ້ນຂອງສັດຕູ ໄປສູ່ເຂດທີ່ໝັ້ນຂອງການປະຕິວັດດ້ວຍຄວາມປອດໄພ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນເຖິງສາເຫດການໂຕນຄຸກຢ່າງມະຫັດ ສະຈັນຂອງບັນດາຜູ້ນໍາໄປສູ່ຖານທີ່ໝັ້ນ ປະຕິວັດຢ່າງປອດໄພ ຍ້ອນການນຳພາອັນສະຫຼາດສ່ອງໃສ ແລະ ປີຊາສາມາດຂອງ ປະທານໄກສອນ ພົມວິຫານ ແລະ ສູນກາງພັກ, ຍ້ອນນໍ້າໃຈຮັກຊາດອັນແຮງກ້າຂອງບັນດາຜູ້ນຳເຮົາ ທີ່ມີຄວາມກ້າຫານ, ຕັດສິນໃຈຕໍ່ສູ້ຍອມເສຍສະຫຼະມີຄວາມປີຊາສາມາດຂົນຂວາຍ, ສຶກສາອົບຮົມສາລະວັດທະຫານ, ເຮັດໃຫ້ສັດຕູກາຍເປັນມິດສະຫາຍຮ່ວມຕາຍ.
ຕອນທ້າຍຂອງພິທີ ປະທານກອງປະຊຸມ ຍັງໄດ້ຍົກໃຫ້ເຫັນທາດແທ້ທີ່ເປັນມູນເຊື້ອອັນພິລະອາດຫານຂອງບັນພະບູລຸດ ພ້ອມທັງໃຫ້ທິດຊີ້ນໍາການນໍາເອົາແບບຢ່າງຄວາມເສຍສະຫຼະຂອງຜູ້ນໍາໃນເມື່ອກ່ອນ ເພື່ອຜັນຂະຫຍາຍສູ່ໜ້າທີ່ວຽກງານທີ່ຕົນຮັບຜິດຊອບ ໃຫ້ມີການພັດທະນາຢ່າງມີປະສິດທິພາບ ແລະ ປະສິດທີ່ຜົນ.
ຂ່າວໂດຍ: ສຸລິສັກແສງສະຫວັດ

